ເຈົ້າຊີວິດຂອງປະເທດ ໄທ ໄດ້ທຳລາຍແຜນການຂອງເອື້ອຍຂອງເພິ່ນ ທີ່ຈະເປັນຜູ້
ລົງແຂ່ງຂັນສຳລັບຕຳແໜ່ງນາຍົກລັດຖະມົນຕີຂອງປະເທດ.
ພັກ ຣັກສາ ຊາດ ໄທ ໄດ້ປະກາດໃນວັນສຸກທີ່ຜ່ານມາວ່າ ເຈົ້າຍິງ ອຸບົນຣັດຕະນະ,
ຜູ້ທີ່ມີອາຍຸ 67 ປີນັ້ນ, ຈະເປັນຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງນາຍົກລັດ
ຖະມົນຕີຂອງພັກ ສຳລັບການເລືອກຕັ້ງໃນວັນທີ 24 ມີນາຈະມາເຖິງນີ້.
ຄວາມຫວັງທາງການເມືອງຂອງເຈົ້າຍິງ ໄດ້ຖືກທຳລາຍເກືອບວ່າໃນທັນທີທັນໃດ ເມື່ອ
ນ້ອງຊາຍຂອງເພິ່ນ, ເຊິ່ງແມ່ນເຈົ້າຊີວິດນັ້ນ, ໄດ້ອອກຖະແຫຼງການສັ້ນສະບັບນຶ່ງທີ່
ກ່າວວ່າ ການລົງແຂ່ງຂັນຂອງເອື້ອຍຂອງເພິ່ນແມ່ນ “ບໍ່ເໝາະສົມເປັນຢ່າງສູງ” ແລະ
ຂັດກັບປະເພນີ ແລະ ວັດທະນະທຳຂອງປະເທດ.
ໃນວັນເສົາວານນີ້, ພັກ ຣັກສາ ຊາດ ໄທ ໄດ້ສາບານຄວາມຈົງຮັກພັກດີຕໍ່ເຈົ້າຊີວິດ,
ໂດຍເວົ້າໃນຖະແຫຼງການສະບັບນຶ່ງວ່າ ເຂົາເຈົ້າຈະປະຕິບັດຕາມຄຳສັ່ງຂອງກະສັດ.”
ທ່ານ ພວງທອງ ພະວະກະພັນ, ອາຈານສອນລັດຖະສາດທີ່ມະຫາວິທະຍາໄລ ຈຸລາ
ລົງກອນ ໄດ້ກ່າວຕໍ່ອົງການຂ່າວຝຣັ່ງ AFP ວ່າ ການບໍ່ເຫັນດີຂອງເຈົ້າຊີວິດ ໄດ້ເຮັດ
ໃຫ້ການລົງແຂ່ງຂັນຂອງເອື້ອຍຂອງເພິ່ນເປັນໂມຄະ.
ໃນຮູບທີ່ເອົາລົງໃນ ອິນສຕາແກຣມ ເມື່ອວັນເສົາວານນີ້, ເຈົ້າຍິງ, ໄດ້ກ່າວຂອບໃຈ
ຜູ້ສະໜັບສະໜູນຂອງເພິ່ນສຳລັບ “ຄວາມຮັກ ແລະ ນ້ຳໃຈຂອງເຂົາເຈົ້າ“ໂດຍບໍ່ໄດ້
ເວົ້າເຖິງອ້າຍຂອງເພິ່ນ ຫຼື ແຜນການທາງການເມືອງທີ່ຖືກທຳຂອງຂອງເພິ່ນ ແລະ ໄດ້
ສະແດງຄວາມປາຖະໜາທີ່ຈະເຫັນປະເທດຂະຫຍາຍສິດທິ ແລະ ໂອກາດຕ່າງໆ
ໃຫ້ປະຊາຊົນທັງຫຼາຍ.
ປະເທດ ໄທ ຈະຈັດການເລືອກຕັ້ງໃນວັນທີ 24 ມີນາ, ເປັນຄັ້ງທຳອິດນັບຕັ້ງແຕ່ການ
ກໍ່ລັດຖະປະຫານທະຫານ ໃນປີ 2014. ການເຂົ້າຍຶດລັດຖະບານໄດ້ສົ່ງຜົນໃຫ້ມີ
ການຕັ້ງລັດຖະບານຖະຫານ ທີ່ມີຈຸດປະສົງລົບລ້າງອິດທິພົນຂອງອະດີດນາຍົກລັດ
ຖະມົນຕີ ທັກສິນ ຊິນນະວັດ, ເຊິ່ງພັນທະມິດຂອງເພິ່ນໄດ້ຊະນະການເລືອກຕັ້ງແຫ່ງ
ຊາດທຸກໆຄັ້ງນັບຕັ້ງແຕ່ປີ 2001.
ນັບຕັ້ງແຕ່ທ່ານ ທັກສິນ ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງດ້ວຍການກໍ່ລັດຖະປະຫານ
ທະຫານໃນປີ 2006 ນັ້ນ, ລັດຖະບານຂອງ ໄທ ໄດ້ປະສົບຄວາມສຳເລັດພຽງໜ້ອຍ
ໃນຄວາມພະຍາຍາມທີ່ຈະເຮັດໃຫ້ກຸ່ມການເມືອງຂອງທ່ານອ່ອນແອລົງ ດ້ວຍການ
ແກ້ໄຂລັດຖະທຳມະນູນ, ການຕັດສິນຕ່າງໆຂອງສານ ແລະ ການປ່ຽນແປງລະບົບ
ການເລືອກຕັ້ງ.