ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທະຫານ ໄທ ລະບຸຊື່ ຜູ້ຕ້ອງ ສົງໄສ ມືລະເບີດ ໃນ ບາງກອກ


ພາບນີ້ແມ່ນໄດ້ຖືກເປີດເຜີຍໂດຍຕຳຫຼວດ ໄທ ສະແດງໃຫ້ ເຫັນ ຜູ້ທີ່ຖືກຈັບໃນຫ້ອງພັກ ວັນທີ 29 ສິງຫາ 2015. ໃນ ບາງກອກ, ໄທ, ພ້ອມດ້ວຍຫຼັກຖານເຊິ່ງຕຳຫຼວດ ໄດ້ກ່າວວ່າ ລວມມີອຸປະກອນຜະລິດລະເບີດ ແລະ ໜັງສືເດີນທາງ ຫຼາຍສະບັບ.
ພາບນີ້ແມ່ນໄດ້ຖືກເປີດເຜີຍໂດຍຕຳຫຼວດ ໄທ ສະແດງໃຫ້ ເຫັນ ຜູ້ທີ່ຖືກຈັບໃນຫ້ອງພັກ ວັນທີ 29 ສິງຫາ 2015. ໃນ ບາງກອກ, ໄທ, ພ້ອມດ້ວຍຫຼັກຖານເຊິ່ງຕຳຫຼວດ ໄດ້ກ່າວວ່າ ລວມມີອຸປະກອນຜະລິດລະເບີດ ແລະ ໜັງສືເດີນທາງ ຫຼາຍສະບັບ.

​ເຈົ້າ​ໜ້າ​ທີ່ ​ໄທ ​ໃນ​ວັນ​ພະຫັດ​ມື້​ນີ້​ໄດ້​ປະກາດ​ວ່າ​ ພວກ​ເຂົາ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງໄສຄົນທີ ສາມ ​ທີ່ມີການກ່າວຫາວ່າພົວພັນກັບ​ການວາງ​ລະ​ເບີດ​ຮ້າຍ​ແຮງ​ທີ່​ສານ​ເຈົ້າ​ໃນ​ ບາງ​ກອກ ​ເດືອນ​ທີ່​ແລ້ວ​ນີ້.

ທ້າວ Kamarudeng Saho ອາຍຸ 38 ປີ, ຖືກ​ລະບຸ​ວ່າ​ເ​ປັນ​ຄົນ​ ​ໄທ ມຸສລິ​ມ ຖືກ​ຈັບ​ໄດ້​ໃນຈັງຫວັດນະຣາທິວາ​ດຢູ່​ທາງ​ພາກ​ໃຕ້​ຂອງປະເທດ ​ແລະ ຕອນ​ນີ້​ກຳລັງ​ຖືກ​ທະຫາ​ນສອບ​ປາກຄຳ​ຢູ່, ​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ໄດ້​ກ່າວ​ວ່າ ລາວ​ໄດ້​ຖືກ​ຈັບ​ພາຍ​ໃຕ້​ມາດຕາ 44, ​ເຊິ່ງ​ໄດ້​ນຳໃຊ້ ແທນ ກົດ​ໄອ​ຍະ​ການ​ເສິກ ​ແລະ ​ໃຫ້​ອຳນາດ​ແກ່​ລັດ​ຖະບານ​ທະຫານ​ໂດຍເດັດຂາດ.

ລັດຖະບານ​ທະຫານ, ​ໃນ​ການ​ປະກາດ​ທາງໂທລະພາບ ​ຂອງ​ຕອນ​ທ່ຽງມື້ນີ້ ກ່ຽວ​ກັບ​ຄະດີ, ​ໄດ້​ລະບຸ​ຊື່​ຜູ້້​ຊາຍ​ຕ່າງ​ຊາດ​ສອງ​ຄົນ ​ເຊິ່ງ​ໄດ້​ຖືກ​ຄວບ​ຄຸ​ມຕົວ​ເຊັ່ນ​ກັນວ່າ​ເປັນ​ທ້າວ Adam Karadak ​ແລະ Yusufu Meerailee. ​ແຕ່​ວ່າ​ສັນ​ຊາດ​ຂອງ​ພວກ​ເຂົາ​ແມ່ນ​ບໍ່​ໄດ້​ຖືກ​ກ່າວ​ເຖິງ​.

ພັນ​ເອກ​ທະຫານ​ບົກ ວິ​ນ​ໄທ ສຸ​ວະຣີ ​ໄດ້​ກ່າວ​ວ່າ “ການ​ອອກ​ໝາຍ​ຈັບ​ແມ່ນ​ອີ​ງຕາມ​ກົດ​ເກນ​ຂອງ​ສາກົນ​ຢ່າງ​ຄົບ​ຖ້ວນ​ໃນ​ຂັ້ນ​ຕອນ​ຂອງ​ການ ​ສື​ບສວນ​ສອບ​ສວນ,” “ການ ກວດສອບ​ຂອງ​ຂໍ້​ສົມມຸດ​ຖານໃດໆ​ແມ່ນ​ຕ້ອງ​ນຳ​ມາ​ພິຈາລະນາ​ດ້ວຍ​ການ​ໃຫ້​ປາກ ຄຳ​ຂອງ​ຜູ້​ພົບ​ເຫັນ​ເຫດການ ​ແລະ ຫຼັກ​ຖານຢ່າງເຕັມທີ່.”

ມີການອອກໝາຍ​ຈັບ​ 8 ຄົນ​ຕັ້ງ​ແຕ່​ເກີດເຫດລະ​ເບີດ​ທີ່ສານ​ເຈົ້າ ເອຣະວັນ ​ໃນ​ວັນ​ທີ 17 ສິງຫາ ລວມທັງ​ແມ່ຍິງ ​ໄທ ຄົນໜຶ່ງ ​ແລະຊາຍ​ຕ່າງ​ຊາດ 4 ຄົນ. ມີ​ພຽງ​ແຕ່​ຄົນ​ດຽວ​ທີ່ສາມາດ ​ລະບຸ​ໄດ້​ຢ່າງ​ເຈ​າະ ຈົງ​ວ່າ​ເປັນ​ສັນຊາດ ​ເທີ​ກີ.

​ໃນ​ການ​ອອກ​ອາກາດ​ທາງ​ໂທລະພາບ​ທົ່ວ​ປະ​ເທດ​ຄັ້ງ​ດຽວ​ກັນນີ້, ຜູ້ປະ ກາດ​ຂ່າວ​ໂທລະພາບ ຮ້ອຍ​ຕີ ປາຣິຍາ ​ເນ​ຕຣະວິຊຽນ ​ໄດ້​ປະກາດ​ວ່າ ລັດ​ຖະບານ​ທະຫານ “ຢາກ​ຂໍ​ຮ້ອງ ບໍ່ໃຫ້​ເຜີຍ​ແຜ່​ຄວາມ​ເຫັນໃນ​ທາງ​ທີ່​ຜິດ ​ເຊິ່ງອາດ​ຈະເຮັດ​ໃຫ້​ເກີດ​ຄວາມ​ສັບສົນໃນໝູ່​ສາທາ​ລະນະຊົນ.”

XS
SM
MD
LG