ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ລັດຖະບານ ທະຫານໄທ ສັນຍາວ່າ ຈະມີການຕັ້ງ ລັດຖະບານ ຊົ່ວຄາວ ໄວໆນີ້


ຜູ້ບັນຊາການກອງທັບບົກໄທ ນາຍພົນປຣະຢຸດ ຈັນໂອຊາ
ຜູ້ບັນຊາການກອງທັບບົກໄທ ນາຍພົນປຣະຢຸດ ຈັນໂອຊາ
ນາຍພົນທີ່ເປັນຜູ້ນຳລັດຖະບານທະຫານຂອງໄທ ໄດ້ກຳນົດຂອບ
ເຂດເວລາ ໃນການສ້າງຕັ້ງລັດຖະບານຊົ່ວຄາວແລ້ວ.

ໃນການໂອ້ລົມກັບພວກນາຍທະຫານແລະເຈົ້າໜ້າທີ່ລັດຖະບານ
ອະວຸໂສ ນາຍພົນປຣະຍຸດ ຈັນໂອຊາປະກາດວ່າ ລັດຖະບານຊົ່ວ
ຄາວ ຈະຈັດຕັ້ງຂຶ້ນ ພາຍໃນເດືອນສິງຫາ ແຕ່ຊ້າສຸດ ແມ່ນບໍ່ເກີນ
ເດືອນກັນຍາ ທີ່ຈະມາເຖິງນີ້.

ນາຍພົນປຣະຍຸດບໍ່ໄດ້ເວົ້າວ່າ ມີຜູ້ໃດແດ່ຈະຖືກແຕ່ງຕັ້ງ ໃຫ້ເຂົ້າ
ຮ່ວມຢູ່ລັດຖະບານໃໝ່ ມີພຽງແຕ່ກ່າວວ່າ ບໍ່ຕ້ອງຖາມຂ້າພະເຈົ້າ
ເລີຍ ພວກເຂົາເຈົ້າແມ່ນໃຜ ແລະມາຈາກໃສ?

ມີການຄາດຄະເນກັນວ່າ ຜູ້ບັນຊາການທະຫານບົກຊຶ່ງມີກຳນົດຈະອອກກິນເບ້ຍບຳນານໃນ ເດືອນກັນຍາຈະມານີ້ ອາດຈະແຕ່ງຕັ້ງທ່ານເອງ ເປັນນາຍົກລັດຖະມົນຕີ ຂອງປະເທດ.

ນັບຕັ້ງແຕ່ໄດ້ມີການກໍ່ລັດຖະປະຫານເມື່ອວັນທີ 22 ພຶດສະພາຜ່ານມານີ້ ພວກທະຫານໄດ້ ຮຽກໂຕ ຫລາຍຮ້ອຍຄົນ ເຂົ້າໄປລາຍງານໂຕ ຮວມທັງ ພວກນັກການເມືອງ ນັກວິຊາການ ພວກນັກເຄື່ອນໄຫວ ແລະນັກຂ່າວ ໂດຍໄດ້ຄຸມຂັງ ພວກເຂົາເຈົ້າເປັນເວລານຶ່ງ ຫາສອງອາ ທິດ. ພວກທີ່ຖືກປ່ອຍ ບາງຄົນກ່າວວ່າ ເຂົາເຈົ້າຕ້ອງໄດ້ເຊັນ ເອກກະສານ ທີ່ມີຂໍ້ຄວາມວ່າ ພວກເຂົາເຈົ້າຈະບໍ່ພົວພັນກ່ຽວກັບກິດຈະການດ້ານການເມືອງ ຫຼືເດີນທາງໄປຕ່າງປະເທດ.
XS
SM
MD
LG