ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງ ໄທ ຕັດສິນຂັ້ນສຸດທ້າຍ ໃຫ້ຈຳຄຸກຕະຫຼອດຊີວິດ ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດຊາວ ລາວ


ທ້າວ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເສບຕິດ ລາວ ໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດ
ທ້າວ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເສບຕິດ ລາວ ໄດ້ໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ ທັງຍັງຈະຂໍຕໍ່ສູ້ຄະດີໃນສານອາຍາ ໄທ ຢ່າງເຖິງທີ່ສຸດ

ສານສູງສຸດຂອງ ໄທ ຕັດສິນຂັ້ນສຸດທ້າຍໃຫ້ຈຳຄຸກຕະຫຼອດຊີວິດທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດຊາວ ລາວ, ສ່ວນຕຳຫຼວດ ໄທ ຕ້ອງການຂະຫຍາຍການຈັບກຸມເຄືອຂ່າຍຂອງຜູ້ກ່ຽວທີ່ຢູ່ໃນ ລາວ ດ້ວຍ.


ເຈົ້າໜ້າທີ່ຂັ້ນສູງໃນສຳນັກງານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດ ໄທ ເປີດເຜີຍວ່າຄະນະຜູ້ພິພາກສາສານສູງຂອງ ໄທ ໄດ້ມີຄຳສັ່ງບໍ່ຮັບຄຳຮ້ອງຂອງທ້າວ ໄຊຊະນະ ແກ້ວພິມພາ ນັກໂທດສັນຊາດ ລາວ ທີ່ຖືກຕຳຫຼວດ ໄທ ຈັບກຸມດ້ວຍຂໍ້ຫາຄ້າຢາເສບຕິດຂ້າມຊາດ ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ ໂດຍສານຂັ້ນຕົນໄດ້ຕັດສິນປະຫານຊີວິດ ຫາກແຕ່ຜູ້ກ່ຽວໄດ້ຮັບສາລະພາບວ່າໄດ້ຄ້າຢາເສບຕິດຂ້າມຊາດຈິງ ຈຶ່ງໄດ້ຮັບການຫຼຸດໂທດຈາກການປະຫານຊີ ວິດລົງມາເປັນໂທດຈຳຄຸກຕະຫຼອດຊີວິດ ຊຶ່ງກໍເຊັ່ນດຽວກັນກັບການຕັດສິນຂອງສານອຸທອນທີ່ໃຫ້ລົງໂທດຈຳຄຸກຕະຫຼອດຊີວິດ ແຕ່ວ່າທ້າວ ໄຊຊນະ ກໍໄດ້ຍື່ນຄຳຮ້ອງຕໍ່ສານສູງ ເພື່ອຂໍໃຫ້ພິຈາລະ ນາຫຼຸດໂທດ ຫາກແຕ່ສານສູງຂອງ ໄທ ກໍໄດ້ມີຄຳສັ່ງບໍ່ຮັບພິຈາລະນາຄຳຮ້ອງດັ່ງກ່າວໃນທ້າຍປີ 2020 ຈຶ່ງຖືວ່າຄະດີຂອງທ້າວ ໄຊຊະນະ ໄດ້ສິ້ນສຸດແລ້ວ ແລະ ຕ້ອງຖືກຂັງຄຸກຕະຫຼອດຊີວິດຢູ່ໃນ ໄທ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ສຳລັບການຕິດຕາມເພື່ອຈັບກຸມຜູ້ທີ່ຮ່ວມມືກັບທ້າວ ໄຊຊະນະ ທັງທີ່ຢູ່ໃນ ໄທ ແລະ ລາວ ນັ້ນ ກໍຍັງສືບຕໍ່ດຳເນີນການຢູ່ເລື້ອຍມາ ເພາະວ່າຈາກການສືບສວນສອບສວນຂອງທາງການ ໄທ ພົບວ່ານັກຄ້າຢາເສບຕິດທີ່ຮ່ວມມືກັບທ້າວ ໄຊຊະນະ ນັ້ນເປັນເຄືອຂ່າຍຂະໜາດໃຫຍ່ ທັງຍັງມີຜູ້ທີ່ໃຫຍ່ກວ່າທ້າວ ໄຊຊະນະ ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ປາບປາມຢາເສບຕິດຂອງ ໄທ ໄດ້ໃຫ້ການຢືນຢັນວ່າ

“ໄຊຊະນະ ຮັບສາລະພາບວ່າຄ້າຢາ ແລ້ວບໍ່ຈົບ ຢ່າລືມວ່າ ໄຊຊະນະ ຕໍ່ມາເປັນ BOY ຕໍ່ມານີ້ ອຸດສະມານ, ສະລະແມງ, ຕໍ່ໄປທ້າວ ສີສຸກ ຕໍ່ໄປນີ້ມັນຫຼາຍໄປໝົດ ເພາະມັນເປັນເຄືອຂ່າຍໃຫຍ່ທີ່ພອກພູນມາດົນແລ້ວ ທ້າວ ສີສຸກ ນີ້ໃຫຍ່ກວ່າ ໄຊຊະນະ ສິບເທົ່າ ເຄືອຂ່າຍຢາເສບຕິດບໍ່ໄດ້ມີແຕ່ຫ້າຄົນ ສິບຄົນ, ມີເປັນຮ້ອຍ.”

ອີງຕາມສຳນວນຟ້ອງຂອງພະນັກງານໄອຍະການ ໄທ ໃນຄະດີດັ່ງກ່າວນີ້ໄດ້ລະບຸວ່າ ທ້າວ ໄຊຊະນະ ແລະ ພັກພວກໄດ້ສົມຄົບກັນລັກລອບຂົນສົ່ງຢາບ້າ ດ້ວຍລົດຍົນເຂົ້າມາໃນປະເທດ ໄທ ແລະ ມີຢາບ້າໃນຄອບຄອງເພື່ອລັກລອບຈຳໜ່າຍໂດຍຜິດກົດໝາຍໃນ ໄທ ຫຼາຍກວ່າ 1.2 ລ້ານເມັດທີ່ເປັນຄວາມຜິດຕາມກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍຢາເສບຕິດຂອງ ໄທ ຊຶ່ງມີໂທດສູງສຸດເຖິງຂັ້ນປະຫານຊີວິດ ໂດຍໄລຍະຜ່ານມາ ທ້າວ ໄຊຊະນະ ແລະ ສະມາຊິກໃນແກັ່ງອີກ 6 ຄົນຊຶ່ງເປັນຄົນ ໄທ 5 ຄົນ ແລະ ຊາວມາເລເຊຍ 1 ຄົນນັ້ນໄດ້ຖືກຄຸມຂັງໄວ້ທີ່ທັນສະຖານພິເສດທີ່ ບາງກອກ ໂດຍທາງການຕຳຫຼວດ ໄທ ຄັດຄ້ານການໃຫ້ປະກັນຕົວຢ່າງເດັດຂາດ ເພາະຢ້ານວ່າຈະພາກັນຫຼົບໜີໄປຕ່າງປະເທດ.

ສ່ວນທາງການຕຳຫຼວດປາບປາມຢາເສບຕິດຂອງ ລາວ ກໍໄດ້ຈັບກຸມທ້າວ ສີສຸກ ດາວເຮືອງ ຫຼື ທ້າວ ເຕື່ອງ ເຄືອຂ່າຍຂອງທ້າວ ໄຊຊະນະ ໄດ້ທີ່ຮ້ານອາຫານແຫ່ງນຶ່ງຢູ່ເມືອງຫຼວງພະບາງ ນັບແຕ່ວັນທີ 1 ເມສາ 2017 ເປັນຕົ້ນມາ ທັງຍັງໄດ້ອາຍັດເອົາເຮືອນ, ຮ້າຍຂາຍລົດ ແລະ ຊັບສິນຕ່າງໆຂອງທ້າວ ສີສຸກ ໃນນະຄອນຫຼວງວຽງຈັນໄວ້ ໃນລະຫວ່າງການດຳເນີນຄະດີອີກດ້ວຍ ຫາກແຕ່ວ່າຈົນເຖິງປັດຈຸບັນນີ້ກໍຍັງບໍ່ມີລາຍງານຄວາມຄືບໜ້າໃນຄະດີແຕ່ຢ່າງໃດ ແຕ່ກໍມີລາຍງານການເຄື່ອນໄຫວ ກ່ຽວກັບ ການສະເໜີໃຫ້ເງິນສິນບົນແກ່ເຈົ້າໜ້າທີ່ຕຳຫຼວດ ລາວ ເພື່ອແລກກັບການປ່ອຍຕົວຜູ້ຕ້ອງຫາເປັນການຊົ່ວຄາວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ໄດ້ຕິດຕາມ ແລະ ຈັບຕົວກຸ່ມຄົນທີ່ມາວິ້ງເຕັ້ນ ແລະ ໃຫ້ສິນບົນແກ່ເຈົ້າໜ້າທີ່ ເພື່ອໃຫ້ປ່ອຍຕົວພວກຫົວໂປ່ໂຕການໃນເຄືອຂ່າຍກຸ່ມແກັ່ງຄ້າຂາຍຢາເສບ ຕິດເປັນຈຳນວນ 30 ລ້ານບ້ານ ຈ່າຍ 2 ເທື່ອ ຈ່າຍເທື່ອທຳອິດກໍແມ່ນ​ 10 ລ້ານບາດ ຄັນຖ້າປ່ອຍແລ້ວແມ່ນ 20 ລ້ານບາດ.”

ໃນໄລຍະດຽວກັນນີ້ ທາງການຕຳຫຼວດ ລາວ ຍັງໄດ້ປະຕິບັດມາດຕະການປາບປາມຢາເສບຕິດຢ່າງກວ້າງຂວາງ ຊຶ່ງກໍສາມາດມ້າງແກັ່ງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັ່ງ ແລະ ຈັບກຸມຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ ລວມເຖິງສະມາຊິກ 5 ຄົນໃນແກັ່ງຄ້າຢາເສບຕິດຂອງທ້າວ ໄຊຊະນະ ພ້ອມກັນນັ້ນປະຕິບັດການດັ່ງກ່າວຍັງສາມາດຈັບກຸມ ທ້າວ ຄອນປະສົງ ສຸກກະເສີມ (ຊຽງເທີ່) ຊຶ່ງທາງການຕຳຫຼວດ ລາວ ຖືວ່າເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າທ້າວ ໄຊຊະນະ ໂດຍສາມາດຈັບກຸມຕົວໄດ້ເມື່ອວັນທີ 10 ມັງກອນ 2017 ແລະ ຜູ້ຕ້ອງຫາໄດ້ພະຍາຍາມເຈລະຈາຕໍ່ລອງ ເພື່ອຂໍໃຫ້ຕຳຫຼວດປ່ອຍຕົວແລກກັບເງິນສິນບົນຈຳນວນ 30 ລ້ານບາດດັ່ງກ່າວ.

XS
SM
MD
LG