ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມື​ປືນ ໄທ ຖືກ​ຍິງ​ຕາຍ ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ ຫຼັງ​ຈາກ ​ການ​ອາ​ລະ​ວາດ​ຍິງ ທີ່​ໄດ້​ສັງ​ຫານ 21 ຄົນ


ທະ​ຫານ​ໜ່ວຍ​ປະ​ຕິ​ບັດ​ການ​ພິ​ເສດ ພາ​ຄົນ​ອອກ​ຈາກ​ຫ້າງ​ຊັບ​ພະ​ສິນ​ຄ້າ ເທີ​ມິນອ​ລ 21 ໂຄ​ຣາດ, ຈັງ​ຫວັດ ນະ​ຄອນ ຣາ​ດ​ຊະ​ສີ​ມາ, ປະເທດ ໄທ. 9 ກຸມ​ພາ, 2020.
ທະ​ຫານ​ໜ່ວຍ​ປະ​ຕິ​ບັດ​ການ​ພິ​ເສດ ພາ​ຄົນ​ອອກ​ຈາກ​ຫ້າງ​ຊັບ​ພະ​ສິນ​ຄ້າ ເທີ​ມິນອ​ລ 21 ໂຄ​ຣາດ, ຈັງ​ຫວັດ ນະ​ຄອນ ຣາ​ດ​ຊະ​ສີ​ມາ, ປະເທດ ໄທ. 9 ກຸມ​ພາ, 2020.

ທະ​ຫານ​ ໄທ ຄົນ​ນຶ່ງ​ຜູ້​ທີ່​ໄດ້​ເລີ່ມການ​ອາ​ລະ​ວາດ​ຍິງ​ຄົນ​ໃນ​ພາກຕາ​ເວັນ​ອອ​ກ ສຽງເໜື​ອ​ຂອງ​ປະ​ເທດ​ໃນ​ຕອນ​ບ່າຍວັນ​ເສົາ​ວານນີ້ ໄດ້​ຖືກ​ຍິງ​ຕາຍ​ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ວັນ​ອາ​ທິດ​ມື້ນີ້.

ມື​ປືນ​ຄົນ​ດັ່ງ​ກ່າວ, ທີ່​ຖືກ​ລະ​ບຸ​ຕົວ​ວ່າ​ແມ່ນ​ຕຳຫຼວດຊື່ ຈັກ​ກ​ຣະ​ພັນ ຖົມ​ມາ ອາ​ຍຸ 32 ປີ, ໄດ້​ເລີ່ມ​ຍິງ​ຄົນ​ໄປ​ທົ່ວ​ຢູ່​ຄ້າຍ​ທະ​ຫານ​ບົກ, ສັງ​ຫານ​ເຈົ້າ​ໜ້າ​ທີ່​ບັນ​ຊາ​ການ​ຂອງ​ລາວ. ລາວ​ໄດ້​ເອົາ​ອາ​ວຸດ ແລະ​ ລົດຮຳ​ວີ ຈາກ​ຄ້າຍ​ໄປ, ເດີ​ນ​ທາງ​ໄປ​ຫ້າງ​ຊັບ​ພະ​ສິນ​ຄ້າ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ແຫ່ງ​ນຶ່ງ, ໃນ​ຕະຫຼອດ​ເວ​ລາ​ນັ້ນ​ລາວ​ໄດ້​ເປີດ​ເຜີຍ​ການ​ກະ​ທຳ​ຕ່າງ​ໆ​ຂອງ​ລາວ​ລົງ​ໃນ ເຟ​ສ​ບຸກ. ຂໍ້​ມູນ​ທີ່​ລາວ​ໄດ້​ເອົາ​ລົງ​ໄດ້​ຖືກ​ລຶບ​ອອກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທກ່າວ​ວ່າ ທ້າວ ຈັກ​ກ​ຣະ​ພັນ ໄດ້​ສັງ​ຫານ 26 ຄົນ, ລວມ​ທັງ​ພົນ​ລະ​ເຮືອນ ແລະ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ. ຜູ້​ເຄາະ​ຮ້າຍ​ທີ່​ໜຸ່ມ​ທີ່​ສຸດ​ແມ່ນ​ເດັກ​ຊາຍ​ອາ​ຍຸ 13 ປີ. 57 ຄົນ​ໄດ້​ຮັບ​ບາດ​ເຈັບ, ລວມ​ທັງ​ຢ່າງ​ໜ້ອຍ​ສອງ​ຄົນ​ກຳ​ລັງ​ໄດ້​ຮັບ​ການ​ຜ່າ​ຕັດ​ສະ​ໝອງ.

ທ່ານ ປ​ຣະ​ຢຸດ​ ຈັນ​ໂອ​ຊາ ໄດ້​ເອີ້ນ​ເຫດ​ການ​ດັ່ງ​ກ່າວ​ວ່າບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ໃນ​ປະ​ເທດ ໄທ. ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ຫວັງ​ວ່າ ການ​ຍິງ​ກັນ​ດັ່ງ​ກ່າວ” ຈະ​ເປັນ​ພຽງ​ຄັ້ງ​ດຽວ ແລະ ເຫດ​ການ​ຄັ້ງ​ສຸດ​ທ້າຍ, ແລະ ວ່າ​ມັນ​ຈະ​ບໍ່​ເຄີຍ​ຂຶ້ນ​ອີກ. ບໍ່​ມີ​ໃຜ​ຢາກ​ໃຫ້​ເລື່ອງນີ້​ເກີດ​ຂຶ້ນ.”

ການ​ຍິງ​ກັນ​ຢ່າງ​ດຸ​ເດືອດ​ແມ່ນ​ໄດ້​ຍິນ​ຕະຫຼອດ​ຄືນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ Terminal 21 ໃນ​ຈັງ​ຫວັດ​ ນະ​ຄອນ ຣາດ​ຊະ​ສີ​ມາ ບ່ອນ​ທີ່​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ສາ​ມາດ​ທີ່​ຈະ​ທຳ​ການ​ອົບ​ພະ​ຍົບຜູ້​ໄປ​ຊັອບ​ປິ້ງ​ທີ່​ຕິດ​ຄ້າງ​ຢູ່​ນັ້ນ​ເປັນ​ແຕ່​ລະ​ໄລ​ຍະ.

ນາງ ສົດ​ທິ​ຢາ​ນີ ອັນ​ຊະ​ລີ ຜູ້​ທີ່​ເວົ້າ​ວ່າ​ລາວ​ໄດ້​ຢູ່​ຫ້ອງ​ນ້ຳ​ຂອງບ່ອນ​ອອກ​ກຳ​ລັງ​ກາຍ​ໃນ​ຫ້າງ​ດັ່ງ​ກ່າວ​ໃນ​ລະ​ຫວ່າງ​ການ​ຍິງ​ກັນ​ນັ້ນ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ ຝ​ຣັ່ງ AFP ວ່າ “ມັນ​ເປັນ​ຄື​ກັບ​ໃນ​ຝັນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ບຸນຫຼາຍ​ທີ່​ມີ​ຊີ​ວິດ​ລອດ.”

ໃນ​ເດືອນ​ມັງ​ກອນ​ທີ່​ຜ່ນ​ມາ, ມື​ປືນ​ທີ່​ໃສ່​ໜ້າ​ກາກ​ຄົນ​ນຶ່ງ​ໃນ ໄທ ໄດ້​ຍິງ​ສາມ​ຄົນ​ເສຍ​ຊີ​ວິດ, ລວມ​ທັງ​ເດັກ​ຊາຍ​ອາ​ຍຸ 2 ປີ, ໃນ​ລະ​ຫວ່າ​ງ​ການ​ປຸ້ນ​ສະ​ດົມ​ຮ້ານ​ຂາຍ​ຄຳ​ໃນ​ຈັງ​ຫວັດ ລົບ​ບູ​ຣີ. ຜູ້​ຕ້ອງ​ສົງ​ໄສ​ເວົ້າ​ວ່າ​ລາວບໍ່​ໄດ້​ມີ​ເຈ​ຕະ​ນາ​ທີ່​ຈະ​ຍິງ​ໃຜ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG