ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ​ຈະ​ຊ່ວຍ​ລາວພັດທະນາ ຊັບພະຍາກອນ​ມະນຸດ​​


ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີກະຊວງການຕ່າງປະເທດລາວ (ເບື້ອງຂວາ) ແລະ ທ່ານ ກະສິດພິຮົມ ລັດຖະມົນຕີ ກະຊວງ ການຕ່າງ ປະເທດໄທ (ເບື້ອງຊ້າຍ) ກໍາລັງຈັບມືຖາມສະບາຍດີກັນ
ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີກະຊວງການຕ່າງປະເທດລາວ (ເບື້ອງຂວາ) ແລະ ທ່ານ ກະສິດພິຮົມ ລັດຖະມົນຕີ ກະຊວງ ການຕ່າງ ປະເທດໄທ (ເບື້ອງຊ້າຍ) ກໍາລັງຈັບມືຖາມສະບາຍດີກັນ

ເອກ​ອັກຄະ​ລັດຖະທູດ​ໄທ​ປະ​ຈໍາ​ນະຄອນ​ວຽງ​ຈັນ​ຢືນຢັນ​ວ່າ ລັດຖະບານ​ໄທ​ຈະ​ໃຫ້ການຊ່ວຍ​ເຫລືອ​ ໃນ​ການ​ພັດທະນາຊັບພະຍາກອນ​ມະນຸດ​​ໃນ​ລາວ​ຫລາຍ​ຂຶ້ນ ​ເພື່ອ​ລົດ​ຊ່ອງຫ​ວ່າງ​ຂອງ​ລະດັບ​ການ​ພັດທະນາ​ ລະ​ຫວ່າງ​ກັນ.

ທ່ານ ວິດ​ທະ​ວັດ ສີ​ວິຫົກ ​ເອກ​ອັກຄະ​ລັດຖະທູດ​ໄທ​ປະ​ຈໍາ​ນະຄອນ​ວຽງ​ຈັນ ​ໄດ້​ໃຫ້ການ​ຢືນ
ຢັນ​ວ່າ ການ​ຮ່ວມ​ມືລະຫວ່າງ​ໄທ​ກັບ​ລາວໃນ​ໄລຍະ​ຕໍ່​ໄປ​ນີ້ ລັດຖະບານ​ໄທ​ຈະ​ໃຫ້​ຄວາມສໍາ
ຄັນ​ເປັນ​ພິ​ເສດ​ໃນ 3 ດ້ານ​ດ້ວຍ​ກັນ ກໍ​ຄື ກາ​ນພັດທະນາ​ດ້ານ​ຖາວອນ​ວັດຖຸ, ການ​ພັດທະ
ນາສັງຄົມ-ວັດທະນະ​ທໍາ ​ແລະ​ການ​ພັດທະນາ​ຊັບພະຍາກອນມະນຸດ. ໃນດ້ານ​ການ​ພັດ
ທະນາ​ຊັບພະຍາກອນ​ມະນຸດ​ນັ້ນ ລັດຖະບານ​ໄທ​ໄດ້​ກໍານົດ​ແຜນການ​ໄວ້ຢ່າງ​ຄັກ​ແນ່​ແລ້ວ
ວ່າ​ຈະໃຫ້ການ​ຊ່ວຍ​ເຫລືອ​ແກ່​ລັດຖະບານ​ລາວ​ຫລາຍ​ຂຶ້ນ​ເປັນ​ກໍລະນີ​ພິ​ເສດ.

ທັງ​ນີ້​ເນື່ອງຈາກ​ວ່າ​ເປັນ​ພາກສ່ວນ​ທີ່​ລັດຖະບານ​ລາວ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ພັດທະນາ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ​ໂດຍນອກຈາກ​ຈະ​ມີ​ເປົ້າໝາຍ​ເພື່ອ​ລົດ​ຊ່ອງ​ວ່າງ​ຂອງ​ລະ​ດັບ​ການ​ພັດທະນາ​ລະຫວ່າງ​ໄປ​ກັບ​ລາວແລ້ວ​ກໍ​ຍັງ​ແນ​ໃສ່ ​ເປົ້າໝາຍ​ຂອງ​ການ​ພັດທະນາ​ໄປ​ສູ່​ປະຊາ​ຄົມນາ​ນາ​ຊາດ​ອັນ​ນຶ່ງ​ອັນ​ດຽວ​ກັນ​ລະຫວ່າງ​ປະ​ເທດ​ສະມາຊິກ ​ໃນກຸ່ມອາ​ຊ່ຽນ​ໃຫ້​ໄດ້​ຢ່າງແທ້​ຈິງ​ພາຍ​ໃນ​ປີ 2015 ອີກ​ດ້ວຍ.

ໂດຍ​ສໍາລັບ​ຮູບ​ແບບ​ແລະ​ວິທີ​ການ​ທີ່​ລັດຖະບານ​ໄທ​ຈະ​ເນັ້ນ​ໜັກ​ເປັນ​ພິ​ເສດ​ໃນ​ການ​ໃຫ້ກາ​ນ ຊ່ວຍ​ເຫລືອ​ແກ່​ລັດຖະບານ​ລາວ​ນັ້ນ ທ່ານ ວິດ​ທະ​ວັດ ກໍ​ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ທຶນ​ການ​ສຶກສາ​ທັງ​ໃນ​ລະດັບ​ປະລິນຍາ​ຕີໂທ​ເອກນີ້ ກໍ​ຈະ​ເລັ່ງລັດ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ປັດຈຸບັນ​ເຮົາ​ມີ​ຄວາມສໍາພັນ​ລະ​ຫວ່າງ​ສະ​ຖາບ​ບັນການ​ສຶກສາ​ໃນ​ປະ​ເທດໄທ​ກັບ​ມະຫາ​ວິດ​ທະຍາ​ໄລ​ຕ່າງໆ​ໃນ​ລາວ​ທີ່ມີ​ຢູ່ 5 ​ແຫ່ງ​ນີ້ຫລາຍ​ສົມຄວນ ​ເຮົາ​ກໍ​ຢາກ​ສົ່ງ​ເສີມ​ໃຫ້​ມີ​ການ​ແລກປ່ຽນ​ຄວາມ​ຮູ້ ​ໃຫ້​ມີ​ການ​ເຝິກອົບ​ຮົມທັງ​ໃນ​ຂະ​ແໜງ​ວິຊາ​ຊີບ ​ແລະ ​ໃນ​ລະດັບ​ປະລິນຍາ​ດ້ວຍ”

ໃນ​ໄລະຍະ​ກວ່າ 15 ປີ​ທີ່​ຜ່ານ​ມາ​ ກໍ​ຄື​ນັບ​ຕັ້ງ​ແຕ່​ທີ່​ໄດ້ມີ​ການ​ສ້າງ​ຕັ້ງ​ຄະນະ​ກໍາມາ​ທິການ​ຮ່ວມ​ລະຫວ່າງ​ລາວ ກັບ​ໄທ​ຂຶ້ນມາ​ຢ່າງ​ເປັນ​ທາງ​ການ​ນັ້ນ ລັດຖະບານ​ໄທ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ດ້ວຍ​ການ​ໃຫ້​ທືນການ​ສຶກສາ​ຕໍ່​ໃນ ລະດັບ​ປະ​ລິນ​ຍາ​ຕີ ປະລິນຍາ​ໂທ ​ແລະ​ປະລິນຍາ​ເອກ​ແກ່​ພະນັກງານ​ຂອງ​ລັດຖະບານ​ລາວ​ໂດຍ​ສະ​ເລ່ຍປີ​ລະ 200 ທຶນ ຊຶ່ງ​ຍັງ​ບໍ່​ທັນ​ລວມ​ໄປ​ເຖິງ​ທຶນເບິ່ງ​ງານ​ແລະ​ເຝິກອົບຮົມ​ລະຍະ​ສັ້ນ​ອີກ 1,000 ກວ່າ​ຄົນ​ໃນ​ແຕ່ລະ​ປີ ຫາກ​ແຕ່​ວ່າ​ສໍາ​ລັບ​ໃນ​ໄລຍະ​ໃໝ່​ນີ້​ລັດຖະບານ​ຈະ​ເພີ່ມ​ການ​ຊ່ວຍ​ເຫລືອ​ເປັນ 2-3 ​ເທົ່າ ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ພະນັກງານ​ຂອງ​ລັດຖະບານ​ລາວ 400 ຄົນ​ເປັນ​ຢ່າງ​ນ້ອຍ​ທີ່​ຈະ​ໄດ້​ຮັບ​ທຶນ​ການ​ສຶກສາ​ຕໍ່ໃນໄທ​ແຕ່ລະ​ປີ​ແລະ​ອີກ​ຫລາຍກວ່າ 15,000 ຄົນ​ທີ່ຈະ​ໄດ້​ທຶນ​ເບິ່ງ​ງານ​ແລະ​ເຝິກອົບຮົມ​ລະຍະ​ສັ້ນ​ໃນ​ໄລຍະ 5 ປີ​ຕໍ່​ໄປ​ນີ້.

ທາງ​ດ້ານ​ລັດຖະບານ​ລາວ​ນັ້ນ ກໍ​ໄດ້​ວາງ​ແຜນການ​ໄວ້​ວ່າ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ລາວ​ ຈະ​ໄດ້​ຮັບ​ການ​ສະໜັບສະໜຸນ​ທາງ​ດ້ານ​ງົບປະມານ​ລາຍ​ຈ່າຍ​ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ​ໃນ​ຕະຫລອດ​ໄລຍະ​ແຜນການ 5 ປີ​ ຕໍ່​ໄປ​ນີ້​ກໍ​ຄື​ໃນ​ຊ່ວງ​ປີ 2011-2015 ຊຶ່ງ​ກໍ​ຖື​ວ່າ​ເປັນ​ແຜນການ​ພັດທະນາໄລຍະ 5 ປີ ຄັ້ງ​ທີ່ 7 ຂອງລັດຖະບານ​ລາວ ​ໂດຍ​ສະ​ເພ​າະ​ແມ່ນ​ໃນ​ດ້ານ​ການ​ພັດທະນາ​ການ​ສຶກສາ​ແຫ່ງ​ຊາດ​ນັ້ນ ລັດຖະບານ​ລາຍ​ກໍ​ໄດ້​ຕັ້ງເປົ້າໝາຍ​ທີ່​ຈະ​ເພີ່ມ​ການ​ສະໜັບສະໜຸນ​ທາງ​ດ້ານ​ງົບປະມານ​ໃຫ້​ໄດ້​ລະຫວ່າງ 18-20% ຂອງ​ງົບປະມານ​ລາຍ​ຈ່າຍ​ທັງ​ໝົດ​ໃນ​ແຕ່ລະ​ປີ​ໃນ​ຕະຫລອດ​ໄລຍະ​ແຜນການ 5 ປີ​ດັ່ງກ່າວ.

ໃນ​ປັດຈຸບັນ​ນີ້​ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ລາວ​ຍັງ​ຖື​ວ່າ​ມີ​ລະດັບ​ການ​ພັດທະ
ນາ​ທີ່​ແຕກ​ໂຕນ ກັບປະ​ເທດ​ສະມາຊິກເກົ່າ​ຂອງ​ອາ​ຊ່ຽນ​ຢ່າງ​ຫລວງຫລາຍ ຊຶ່ງ​ກໍ​ຈະ​ເຫັນ​
ໄດ້​ຢ່າງແຈ້ງ​ຂາວ​ຈາກ​ການ​ທີ່​ລາວ​ ໄດ້​ສົ່ງບຸກຄະລາ​ກອນ​ເຂົ້າຮ່ວມ​ແຂ່ງຂັນ​ຝີ​ມື​ແຮງ​ງານ
ຂອງ​ອາ​ຊຽນ​ນັບ​ແຕ່​ປີ 1999 ​ເປັນ​ຕົ້ນ​ມາ​ນັ້ນ​ກໍ​ປາກົດ​ວ່າ​ແຮງງານ ມີຝີ​ມື​ຂອງ​ລາວ​ຍັງ​ບໍ່​ສາ
ມາດ​ຍາດ​ຫລຽນ​ລາງວັນ​ຈາກ​ການ​ແຂ່ງຂັນ​ໄດ້​ເລີຍ. ສ່ວນ​ໃນ​ທ້າ​ຍປີ​ນີ້​ລັດຖະບານ​ໄທ​ກໍ​ຈະ
ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ຄັ້ງ​ທີ່ 8 ຊຶ່ງ​ທາງ​ການ​ລາວ​ກໍ​ຈະ​ສົ່ງ​ບຸ​ກຄະລາ​ກອນ​ເຂົ້າຮ່ວມ​
ແຂ່ງຂັນ​ດ້ວຍ​ໃນ 7 ສາຂາ​ຈາກ​ທີ່​ມີ​ການ​ແຂ່ງຂັນ​ທັງ​ໝົດ 21 ສາຂາ​ວິຊາ.

XS
SM
MD
LG