ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ຈະຕັ້ງສູນປະສານງານ ເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວພະມ້າທີ່ຫຼົບໜີຈາກຄວາມບໍ່ສະຫງົບ ໃຫ້ສຳເລັດພາຍໃນເດືອນມີນາ 2024 ນີ້


ທ່ານ ປານປຣີ ມະຫິດທານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ.
ທ່ານ ປານປຣີ ມະຫິດທານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ.

ລັດຖະບານໄທ ຈະຕັ້ງສູນປະສານງານເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວພະມ້າທີ່ຫຼົບໜີຈາກຄວາມບໍ່ສະຫງົບໃນພະມ້າເຂົ້າໄປທີ່ເຂດຊາຍແດນຂອງໄທ ໃຫ້ສຳເລັດພາຍໃນເດືອນມີນາ 2024 ນີ້. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ຈາກບາງກອກ.

ທ່ານ ປານປຣີ ມະຫິດທານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຖະແຫຼງຢືນຢັນວ່າ ການຕັ້ງສູນປະສານງານເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດຊະທຳແກ່ຊາວພະມ້າທີ່ຫຼົບໜີຈາກຄວາມບໍ່ສະຫງົບໃນພະມ້າເຂົ້າໄປທີ່ເຂດຊາຍແດນຂອງປະເທດໄທ ຈະດຳເນີນການສຳເລັດ ແລະ ເລີ້ມການຈັດຕັ້ງປະຕິບັດຕົວຈິງໄດ້ພາຍໃນເດືອນມີນາ 2024 ນີ້ ໂດຍສູນດັ່ງກ່າວ ຈະຕັ້ງຢູ່ໃນເຂດອຳເພີແມ່ສອດ ຈັງຫວັດຕາກ ຊຶ່ງຢູ່ກົງກັນຂ້າມກັບເມືອງມຽວວະດີ ເຂດລັດກະລ່ຽງ ປະເທດສະຫະພາບມຽນມາ (ພະມ້າ) ທີ່ມີການປະທະກັນດ້ວຍກຳລັງອາວຸດເກີດຂຶ້ນ ນັບແຕ່ເດືອນກຸມພາ 2021 ເປັນຕົ້ນມາ.

ໂດຍການຕັ້ງສູນດັ່ງກ່າວ ເປັນໄປຕາມມະຕິຕົກລົງໃນກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອາຊຽນທີ່ນະຄອນຫຼວງພະບາງ ໃນຊ່ວງວັນທີ 28-29 ມັງກອນ 2024 ຜ່ານມາ ຊຶ່ງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮ່ວມມືກັນ ເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງໃນພະມ້າ ດ້ວຍການສືບຕໍ່ການຈັດຕັ້ງປະຕິບັດຕາມສັນທາມະຕິ 5 ຂໍ້ ທີ່ໄດ້ມີການກຳນົດໃນກອງປະຊຸມວາລະພິເສດຂອງຜູ້ນຳອາຊຽນ ທີ່ນະຄອນຫຼວງຈາກາຕາ ອິນໂດເນເຊຍ ເມື່ອເດືອນເມສາ 2021 ນັ້ນ ຊຶ່ງການຕົກລົງໃຫ້ຕັ້ງສູນໃຫ້ການຊ່ວຍເຫຼືອດ້ານມະນຸດຊະທຳແກ່ຊາວພະມ້າ ກໍນັບເປັນ 1 ໃນສັນທາມະຕິ 5 ຂໍ້ດັງກ່າວທີ່ແນໃສ່ການແກ້ໄຂຄວາມຂັດແຍ້ງທາງການເມືອງໃນພະມ້າເປັນສຳຄັນ ດັ່ງທີ່ທ່ານປານປຣີ ໄດ້ໃຫ້ການຢືນຢັນວ່າ:

ໃນກໍລະນີ້ ທີ່ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຫຼືມີບັນຫາໃນເລື້ອງຂອງສຸຂະພາບ ຫຼືມີບັນຫາໃນເລື້ອງຂອງທີ່ຢູ່ອາໄສ ທາງ Humanitarian ຫັ້ນ ກໍຈະເປັນຈຸດທີ່ເຂົາສາມາດຈະມາເພິ່ງພິງໄດ້ແຕ່ເປັນການຊົ່ວຄາວ ບໍ່ແມ່ນເປັນການຖາວອນ ແທ້ໆແລ້ວຫັ້ນ ມັນເປັນເລື້ອງທີ່ຢູ່ພາຍໃຕ້ສັນທາມະຕິ 5 ຂໍ້ຂອງອາຊຽນ ຢູ່ແລ້ວ ໃນຂະນະດຽວກັນ ໃນປີນີ້ຫັ້ນ ທາງປະເທດລາວ ເປັນປະທານຂອງອາຊຽນ ເພາະສະນັ້ນຫັ້ນ ເຂົາກໍຕັ້ງຜູ້ແທນພິເສດ ຊຶ່ງທ່ານກໍຊື່ ທ່ານ ອະລຸນແກ້ວ ແລ້ວເວລານີ້ ທ່ານອະລຸນແກ້ວຫັ້ນ ກໍໄດ້ໄປປະສານງານທັງໃນມຽນມາ ທັງໃນຕ່າງປະເທດ.

ທັງນີ້ ສັນທາມະຕິ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງທາງການເມືອງໃນພະມ້າດັ່ງກ່າວ ປະກອບດ້ວຍການຢຸດຢັ້ງການໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາ ການຊ່ວຍເຫຼືອໃນດ້ານມະນຸດຊະທຳໃນພະມ້າ ຜ່ານສູນປະສານງານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຜູ້ແທນພິເສດອາຊຽນພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນພະມ້າໄດ້ຢ່າງອິດສະຫຼະ ຊຶ່ງກ່ອນໜ້ານີ້ ລັດຖະບານລາວ ໃນຖານະປະທານຂອງອາຊຽນ ກໍໄດ້ແຕ່ງຕັ້ງ ທ່ານອະລຸນແກ້ວ ກິດຕິຄຸນ ໃຫ້ເປັນທູດພິເສດຂອງປະທານອາຊຽນ ແລະໄດ້ເດີນທາງໄປເຂົ້າພົບ ພົນເອກ (ອະວຸໂສ) ມິນ ອ່ອງ ຫຼາຍ ຜູ້ນຳລັດຖະບານທະຫານພະມ້າຢູ່ທີ່ກຸງເນປີດໍ ເມື່ອວັນທີ 10 – 12 ມັງກອນ 2024 ທີ່ຜ່ານມາ ຊຶ່ງຖືເປັນຄວາມພະຍາຍາມໃນການແກ້ໄຂບັນຫາຂັດແຍ້ງໃນພະມ້າທີ່ມີຄວາມຄືບໜ້າເກີດຂຶ້ນ ໂດຍລັດຖະບານທະຫານພະມ້າໄດ້ມອບໝາຍໃຫ້ທ່ານນາງມາລາ ຕານໄທ້ ຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດຂອງພະມ້າ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນໃນຄັ້ງນີ້ ທີ່ນະຄອນຫຼວງພະບາງດ້ວຍ ນອກຈາກນີ້ ກອງປະຊຸມຍັງໄດ້ຮ່ວມກັນກຳນົດທ່າທີຂອງອາຊຽນທີ່ຈະມີຕໍ່ປະເທດຄູ່ເຈລະຈາຂອງອາຊຽນ ໃນນີ້ລວມເຖິງບັນຫາຂັດແຍ້ງໃນພະມ້າດ້ວຍ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດ ໄດ້ຖະແຫຼງວ່າ:

ບັນດາລັດຖະມົນຕີອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບມາດຕະການ ຫຼື ວ່າຮູບແບບການພົວພັນ-ຮ່ວມມືລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມເຈລະຈາຕ່າງໆຫັ້ນ ຊຶ່ງໃນນີ້ບັນດາປະເທດອາຊຽນ ກໍໄດ້ຢືນຢັນຄືນຮ່ວມກັນຄວາມເປັນແກນກາງຂອງອາຊຽນ ຊຶ່ງອັນນີ້ເປັນບ່ອນອິງຫຼັກຂອງອາຊຽນ ໃນການຮ່ວມມືກັບບັນດາປະເທດທີ່ເປັນຄູ່ຮ່ວມເຈລະຈາ ປະເທດຄູ່ຮ່ວມມືພັດທະນາຂອງອາຊຽນ ສຳລັບບັນຫາທີ່ພົ້ນເດັ່ນ ກະແມ່ນບັນດາລັດຖະມົນຕີອາຊຽນໄດ້ໃຫ້ຄວາມສົນໃຈ ແລະປຶກສາຫາລືກັນຢ່າງກວ້າງຂວາງ ກ່ຽວກັບເຮັດແນວໃດ ອາຊຽນຈະພ້ອມກັນຊ່ວຍມຽນມາໃນການແກ້ໄຂບັນຫາການເມືອງ ພາຍໃນຂອງມຽນມາຫັ້ນ.”

ໂດຍການທີ່ລັດຖະບານລາວໄດ້ເປັນປະທານອາຊຽນໃນປີ 2024 ຍ່ອມຖືເປັນໂອກາດສຳຄັນທີ່ລັດຖະບານລາວ ຈະໄດ້ສະແດງບົດບາດນຳໃນການເສີມຂະຫຍາຍການພົວພັນ-ຮ່ວມມືທັງໃນລະດັບພາກພື້ນ ແລະສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະປະເທດຄູ່ເຈລະຈາຂອງອາຊຽນ ເຖິງ 2 ຄັ້ງຢູ່ໃນລາວ ແຕ່ວ່າ ໃນຂະນະດຽວກັນ ລັດຖະບານລາວຈະຖືກຈັບຕາ ແລະ ຖືກກົດດັນຈາກນານາຊາດເພີ້ມຂຶ້ນຢ່າງຫຼີກລ້ຽງບໍ່ໄດ້ເຊັ່ນກັນ ໂດຍສະເພາະແມ່ນຕໍ່ບັນຫາຂັດແຍ້ງໃນພະມ້ານັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG