ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທ ຈະສົ່ງເສີມການຜະລິດ ແລະຊົມໃຊ້ ພະລັງ ງານໝູນວຽນ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ


ທ່ານກູລີສ ສົມບັດສີຣິ, ເຈົ້າໜ້າທີ່ຂັ້ນສູງຂອງກະຊວງພະລັງງານນຂອງໄທ
ທ່ານກູລີສ ສົມບັດສີຣິ, ເຈົ້າໜ້າທີ່ຂັ້ນສູງຂອງກະຊວງພະລັງງານນຂອງໄທ

ລັດຖະບານໄທໃຫ້ການສົ່ງເສີມການຜະລິດ ແລະຊົມໃຊ້ພະລັງງານໝູນວຽນເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະເຮັດໃຫ້ໄທເປັນສູນກາງໃນການເຊື່ອມຕໍ່ສາຍສົ່ງໄຟຟ້າຂອງອາຊຽນອີກດ້ວຍ, ຊົງລິດໂພນເງິນມີລາຍງານຈາກບາງກອກ.

ທ່ານກູລິສ ສົມບັດສີຣິ, ຫົວໜ້າຫ້ອງການກະຊວງພະລັງງານຂອງປະເທດໄທ ລະບຸວ່າລັດຖະບານໄທວາງແຜນຈະພັດທະນາປະເທດໄທໃຫ້ເປັນສູນກາງການຄ້າ ແລະການເຊື່ອມຕໍ່ດ້ານພະລັງງານໄຟຟ້າຂອງອາຊຽນຢ່າງແທ້ຈິງໃນປີ 2025 ໂດຍການວາງແນວສາຍສົ່ງໄຟຟ້າແຮງສູງ ທີ່ເຊື່ອມໂຍງຈາກລາວໄປຍັງບັນດາປະເທດສະມາຊິກອາຊຽນດ້ວຍກັນ. ທັງນີ້ ເລີ້ມຈາກການສົ່ງໄຟຟ້າ 300 ແລະ 100 ເມກະວັດ ຈາກລາວຜ່ານໄທໄປມາເລເຊຍ ແລະສິງກະໂປຕາມລຳດັບ. ພ້ອມກັນນີ້ ລັດຖະບານໄທຍັງຈະໃຫ້ການສົ່ງເສີມການຜະລິດ ແລະຊົມໃຊ້ພະລັງງານໝູນວຽນໃນປະເທດໃຫ້ເພີ້ມຂຶ້ນນັບມື້ ແນໃສ່ການຫລຸດ ການນໍາເຂົ້າພະລັງງານໄຟຟ້າຈາກຕ່າງປະເທດໃຫ້ໜ້ອຍລົງຢ່າງຕໍ່ເນື່ອງ, ດັ່ງທີ່ກູລິສ ໃຫ້ການຢືນ ຢັນວ່າ:

ເຮົາຈະຊູໃນເລື້ອງຂອງພະລັງງານໝູນວຽນ. ເລື້ອງຂອງການລົງທຶນທໍາ Grid Connectivity ກໍຄືເຊື່ອມໂຍງສາຍສົ່ງການຊື້-ຂາຍໄຟ. ເພາະເຮົາຢູ່ໃນທໍາເລທີ່ເປັນຍຸດທະສາດທີ່ດີ ກໍເຊື່ອມລາວ -ໄທ ໄປຕໍ່ຍັງມຽນມ້າ ຫລືລາວ-ໄທໄປຍັງມາເລເຊຍ - ສິງກະໂປຫລື ໄປກຳປູເຈຍ. ເຮົາຈະນຳໃຊ້ຄວາມໂດດເດັ່ນທາງດ້ານຍຸດທະສາດຂອງເຮົາຕົງນີ້. ທໍາໃນເລື່ອງຂອງການເຊື່ອມຕໍ່ທັງດ້ານໄຟຟ້າ ແລະກໍດ້ານອາຍແກັສທຳມະຊາດ."

ຄາດຄະເນການຊົມໃຊ້ໄຟຟ້າໃນຂົງເຂດອາຊຽນໃນປີ 2030
ຄາດຄະເນການຊົມໃຊ້ໄຟຟ້າໃນຂົງເຂດອາຊຽນໃນປີ 2030

ທາງດ້ານທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢືນຢັນວ່ານອກຈາກ ມະເລເຊຍ ແລະສິງກະໂປແລ້ວ ລັດຖະບານຫວຽດນາມ ກໍໄດ້ຕົກລົງຈະຊື້ໄຟຟ້າຈາກລາວ ເຖິງ 5,000 ເມກະວັດໃນປີ 2025. ສ່ວນລັດຖະບານກຳປູເຈຍ ກໍຈະຊື້ໄຟຟ້າຈາກລາວ 1,700 ເມກະວັດ ຫາກແຕ່ ຈະຕ້ອງລໍຖ້າການວາງສາຍສົ່ງໄຟຟ້າແຮງສູງ ເຊື່ອມຕໍ່ຈາກພາກໃຕ້ລາວ ໄປພາກເໜືອຂອງກໍາປູເຈຍເສຍກ່ອນ ຊຶ່ງເຮັດໃຫ້ລາວສາມາດສົ່ງໄຟຟ້າຂາຍໃຫ້ກໍາປູເຈຍໄດ້ພຽງ 200 ເມກາວັດ ໃນປັດຈຸບັນນີ້ ເນື່ອງຈາກມີຂໍ້ຈໍາກັດດ້ານສາຍສົ່ງໄຟຟ້າແຮງສູງດັ່ງກ່າວ ແຕ່ກໍຄາດວ່າ ວິສາຫະກິດສາຍສົ່ງໄຟຟ້າແຫ່ງຊາດລາວ ທີ່ຮ່ວມທຶນລະຫວ່າງລາວກັບຈີນຈະວາງສາຍສົ່ງໄຟຟ້າແຮງສູງໄປກໍາປູເຈຍສໍາເລັດພາຍໃນປີ 2022 ນີ້.

ໃນປັດຈຸບັນ ລາວ ມີແຫຼ່ງຜະລິດໄຟຟ້າ 81 ແຫ່ງ, ມີກຳລັງຕິດຕັ້ງລວມ 10,328 ເມກະວັດ ໂດຍໃນນີ້ກໍໄດ້ສົ່ງອອກໄປຂາຍໃຫ້ກັບ ໄທ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດໃນປີ 2022. ສ່ວນໃນທ້າຍປີ 2021 ນີ້ ກໍຈະມີໂຄງການເຂື່ອນໄຟຟ້າອີກ 19 ແຫ່ງ ທີ່ຈະກໍ່ສ້າງແລ້ວສຳເລັດ ອັນຈະເຮັດໃຫ້ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 100 ແຫ່ງ ຊຶ່ງມີກຳລັງຕິດຕັ້ງລວມຫລາຍກວ່າ 13,000 ເມກະວັດ ສາມາດຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງ . ສ່ວນການຊົມໃຊ້ໄຟຟ້າໃນລາວນັ້ນ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນຫຼັງຈາກເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ກໍຄາດວ່າການໃຊ້ໄຟຟ້າໃນລາວ ຈະເພີ່ມຂຶ້ນເຖິງ 2 ເທົ່າ ກໍຄືຈາກ 1,800 ເມກະວັດ ເປັນ 3,600 ເມກະວັດໃນປີ 2021 ອັນຈະເຮັດໃຫ້ລາວ ມີພະລັງງານໄຟຟ້າເກີນຄວາມຕ້ອງການພາຍໃນເກືອບ 10,000 ເມກະວັດ ທີ່ຈະຕ້ອງສົ່ງອອກໄປຕ່າງປະເທດທີ່ບໍ່ແມ່ນໄທ ເພາະວ່າ ໄທມີໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກະວັດ.

ຂະບວນການຄັດຄ້ານການສ້າງເຂື່ອນໄຟຟ້າໃນແລວແມ່ນໍ້າຂອງໃນເຂດຂອງລາວ
ຂະບວນການຄັດຄ້ານການສ້າງເຂື່ອນໄຟຟ້າໃນແລວແມ່ນໍ້າຂອງໃນເຂດຂອງລາວ

ຍິ່ງໄປກວ່ານັ້ນເຄືອຂ່າຍປະຊາຊົນໄທ ກໍຍັງສືບຕໍ່ການເຄື່ອນໄຫວເພື່ອຄັດຄ້ານການຊື້ພະລັງງານໄຟຟ້າຈາກ ລາວ ທັງຍັງສືບຕໍ່ຄັດຄ້ານໂຄງການກໍ່ສ້າງເຂື່ອນເທິງແນວນໍ້າຂອງໃນລາວ ອີກດ້ວຍ ເພາະມອງວ່າເຂື່ອນໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງໃນລຸ່ມແມ່ນໍ້າຂອງໃນເວລານີ້ ດັ່ງທີ່ທ່ານ ນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ຢືນຢັນວ່າ:
ບັນຫາແມ່ນໍ້າຂອງຄືການປ່ຽນແປງຢ່າງກະທັນຫັນ ກໍຄືເຂື່ອນໃນແມ່ນໍ້າຂອງຄືຕົວສ້າງບັນຫາ ຕົວເລັ່ງວິກິດຕ່າງໆໃຫ້ກັບແມ່ນໍ້າຂອງ ເພາະສະນັ້ນຫາກຍັງມີເຂື່ອນຕໍ່ໄປ ນັ້ນຄືເຖິງການອາວະສານຂອງແມ່ນໍ້າຂອງແນ່ນອນ ໃນມຸມມອງຂອງຂ້າພະເຈົ້າ ເພາະວ່າມັນຈະສອດຮັບກັບງານທີ່ວິໄຈທີ່ບອກວ່າ ຖ້າເຈົ້າຍັງສ້າງເຂື່ອນໃນແມ່ນໍ້າຂອງຕໍ່ໄປ ເມື່ອເຖິງປີ 2040 ຕະກອນຈະຫາຍໄປຈາກປາກແມ່ນໍ້າຂອງ 97 ເປີເຊັນ.

ແຕ່ຢ່າງໃດກໍຕາມ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ທີ່ໄດ້ສ້າງຕັ້ງຂຶ້ນເມື່ອເດືອນກັນຍາ 2020 ພາຍໃຕ້ເປົ້າໝາຍເພື່ອການພັດທະນາລະບົບສາຍສົ່ງໄຟຟ້າແຮງສູງໃນລາວ ໃຫ້ທັນສະໄໝຈະລົງທຶນ 2,000 ລ້ານໂດລາ ເພື່ອກໍ່ສ້າງຕາຂ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນລາວ ເຊື່ອມຕໍ່ລາວກັບຈີນ ແລະ ກຳປູເຈຍໃຫ້ໄດ້ພາຍໃນປີ 2022 ນີ້.

XS
SM
MD
LG