ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ໄທ ເຄື່ອນໄຫວເພື່ອຮັບປະກັນ ແຜນການເລືອກຕັ້ງ ໃຫ້ໄດ້ຕາມເປົ້າໝາຍ


ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ, ຊ້າຍ, ແລະ ພັນລະຍາທ່ານນາງ ນະຣາພອນ, ຂວາ, ສະແດງຄວາມເຄົາ
ລົບຕໍ່ເຈົ້າຊີວິດ ພູມິິພົນ ອະດຸນຍະເດດ ທີ່ພະລາດຊະວັງ
ຫຼວງ, ບາງກອກ, ໄທ. 14 ຕຸລາ, 2016.
ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ, ຊ້າຍ, ແລະ ພັນລະຍາທ່ານນາງ ນະຣາພອນ, ຂວາ, ສະແດງຄວາມເຄົາ ລົບຕໍ່ເຈົ້າຊີວິດ ພູມິິພົນ ອະດຸນຍະເດດ ທີ່ພະລາດຊະວັງ ຫຼວງ, ບາງກອກ, ໄທ. 14 ຕຸລາ, 2016.

ລັດຖະບານທະຫານຂອງ ໄທ ໄດ້ຢືນຢັນການສະໜັບສະໜູນ ກ່ຽວກັບ “ແຜນການດ້ານ ການເມືອງ” ຂອງພວກເຂົາເຈົ້າສຳລັບການເລືອກຕັ້ງແຫ່ງຊາດໃນທ້າຍປີ 2017, ເຖິງ ແມ່ນປະເທດຊາດແມ່ນຍັງຖືກປົກຄຸມໄປດ້ວຍຄວາມໂສກເສົ້າ ກ່ຽວກັບ ການສະຫວັນນະ ຄົດຂອງເຈົ້າຊີວິດ ພູມິພົນ ອະດຸນຍະເດດ ກໍຕາມ, ທີ່ໄດ້ສິ້ນພະຊົນໄປໃນສັບປະດາທີ່ ຜ່ານມາດ້ວຍອາຍຸ 88 ພັນສານັ້ນ.

ໂຄສົກລັດຖະບານ ໄທ ຄົນໜຶ່ງກ່າວວ່າ ຄະນະລັດຖະມົນຕີ ແລະ ຫ້ອງການລັດຖະບານ ໄດ້ພະຍາຍາມທີ່ຈະຮັບປະກັນ “ວິທີປະຕິບັດວຽກງານຕາມປົກກະຕິ” ຕໍ່ການດຳເນີນໄປ ຂ້າງໜ້າຂອງລັດຖະບານ ໃນລະຫວ່າງການຜັດປ່ຽນເຈົ້າຊີວິດຄັ້ງໜຶ່ງໃນຊົ່ວອາຍຸຄົນ.

ລັດຖະບານທະຫານ ໄທ ໄດ້ເຂົ້າກຳອຳນາດໃນເດືອນພຶດສະພາ 2014 ດ້ວຍວິທີການກໍ່ ລັດຖະປະຫານ ຂັບໄລ່ລັດຖະບານນາຍົກລັດຖະມົນຕີທີ່ໄດ້ຖືກເລືອກຕັ້ງ ທ່ານນາງ ຢິ້ງລັກ ຊິນນະວັດ. ແຕ່ບັນດານັກວິເຄາະກ່າວວ່າ ມີການຄາດໝາຍວ່າ ທະຫານ ຈະເຂົ້າ ແຊກແຊງໃນລະຫວ່າງການຜັດປ່ຽນເຈົ້າຊີວິດ, ດ້ວຍບົດບາດຂອງພວກເຂົາເຈົ້າໃນການ ພະຍາຍາມສະແຫວງຄວາມໝັ້ນຄົງຂອງປະເທດຊາດ.

ປະຊາຊົນ ໄທ ຜູ້ທີ່ໂສກເສົ້າເສຍໃຈ ຢືນລຽນແຖວ ເພື່ອສະກາບໄຫວ້ຕໍ່ສົບຂອງເຈົ້າຊີວິດ ພູມິພົນ ອະດຸນຍາເດດ ທີ່ຫາກໍ່ສະຫວັນນະຄົດ ທີ່ຫໍພະລາດຊະວັງໃຫຍ່ໃນ ບາງກອກ, ໄທ. 15 ຕຸລາ, 2016.
ປະຊາຊົນ ໄທ ຜູ້ທີ່ໂສກເສົ້າເສຍໃຈ ຢືນລຽນແຖວ ເພື່ອສະກາບໄຫວ້ຕໍ່ສົບຂອງເຈົ້າຊີວິດ ພູມິພົນ ອະດຸນຍາເດດ ທີ່ຫາກໍ່ສະຫວັນນະຄົດ ທີ່ຫໍພະລາດຊະວັງໃຫຍ່ໃນ ບາງກອກ, ໄທ. 15 ຕຸລາ, 2016.

ໃນປະຈຸບັນນີ້, ປະຊາຊົນ ໄທ ຫຼາຍພັນຄົນໄດ້ຫຼັ່ງໄຫຼໄປຫໍພະລາດຊະວັງໃນໃຈກາງ ບາງ ກອກ ເພື່ອສະແດງຄວາມເຄົາລົບເປັນຄັ້ງສຸດທ້າຍ ບ່ອນທີ່ພະສົບຂອງເຈົ້າຊີວິດ ໄດ້ຖືກ ຮັກສາໄວ້ໃນພະລາດຊະວັງ ດູສິດ ມະຫະ ພະສາດ.

ພິທີທາງສາສະໜາພຸດໄດ້ຖືກຈັດຂຶ້ນທີ່ຫໍພະລາດຊະບັນລັງ, ໂດຍຄອບຄົວລາດຊະວົງ, ນຳໜ້າໂດຍອົງມົງກຸດ ມະຫາ ວະຈິຣາລົງກອນ, ເປັນຜູ້ດູແລພິທີທາງສາສະໜາ ໃນການ ເປັນສ່ວນໜຶ່ງຂອງໄລຍະການໄວ້ອາໄລຍາວໜຶ່ງປີ.

ຢູ່ນອກຫໍພະລາດຊະວັງ, ປະຊາຊົນນຸ່ງເຄື່ອງສີດຳໄດ້ລຽນແຖວຢຽດຍາວ, ເຊິ່ງພວກເຂົາ ເຈົ້າໄດ້ເດີນທາງຮອດຕັ້ງແຕ່ຕອນເຊົ້າເດິກ, ຜ່ານອາກາດທີ່ຮ້ອນອົບເອົ້າ ແລະ ຝົນຕົກ ມໍລະສຸມ ສຳລັບໂອກາດທີ່ຈະກາບໄຫວ້ ຕໍ່ເຈົ້າຊີວິດຜູ້ທີ່ໄດ້ຄອງບັນລັງມາເປັນເວລາ ຫຼາຍກວ່າ 70 ພັນສາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG