ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ສຳລັບແຮງງານທີ່ມີຝີມື ພາຍໃນເດືອນມັງກອນ ປີ 2024


ບັນດາແຮງງານໄທ ຢູ່ສະຖານທີ່ກໍ່ສ້າງຕຶກ ກຳລັງໄດ້ຮັບເອກະສານຈາກເຈົ້າໜ້າທີ່ຂອງອົງການ World Vision.
ບັນດາແຮງງານໄທ ຢູ່ສະຖານທີ່ກໍ່ສ້າງຕຶກ ກຳລັງໄດ້ຮັບເອກະສານຈາກເຈົ້າໜ້າທີ່ຂອງອົງການ World Vision.

ລັດຖະບານໄທ ຈະປັບຂຶ້ນອັນຕາຄ່າຈ້າງຂັ້ນຕ່ຳໃຫ້ກັບແຮງງານທີ່ມີຝີມື ໃນເດືອນມັງກອນ 2024 ຊຶ່ງລວມເຖິງແຮງງານທີ່ມີຝີມືຈາກ ລາວ ມຽນມາ ກຳປູເຈຍ ແລະຫວຽດນາມ ທີ່ທຳງານຢ່າງຖືກຕ້ອງໃນໄທ ນຳດ້ວຍ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງແຮງງານ ຖະແຫລງຢືນຢັນວ່າ ລັດຖະບານໄທ ໄດ້ມີມະຕິຕົກລົງໃນຫລັກການທີ່ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ໃຫ້ກັບແຮງງານໃນໄທ ພາຍໃນເດືອນມັງກອນ 2024 ໂດຍຖືເປັນຂອງຂວັນປີໃໝ່ ທີ່ລັດຖະບານໄທ ຈະມອບໃຫ້ກັບແຮງງານມີຝີມືທຸກຄົນ ຊຶ່ງລວມເຖິງແຮງງານ ລາວ ມຽນມາ ກຳປູເຈຍ ແລະຫວຽດນາມ ທີ່ເຮັດວຽກໃນໄທ ຢ່າງຖືກຕ້ອງຕາມກົດໝາຍດ້ວຍ ແຕ່ວ່າ ຈະໄດ້ຮັບການປັບຂຶ້ນຄ່າຈ້າງເທົ່າໃດນັ້ນ ກໍຂຶ້ນຢູ່ກັບລະດັບຝີມືຂອງແຮງງານແຕ່ລະຄົນເປັນສຳຄັນ ໂດຍອັດຕາຄ່າຈ້າງຂັ້ນຕ່ຳທີ່ກຳລັງພິຈາລະນາຈະປັບຂຶ້ນ ກໍຄື 400 ບາດຕໍ່ວັນ ແລະໄດ້ໃຫ້ສິດແກ່ນາຍຈ້າງໃນການທີ່ຈະພິຈາລະນາປັບຂຶ້ນຄ່າຈ້າງໃຫ້ແກ່ແຮງງານຄົນໃດໄດ້ຕາມຄວາມເໝາະສົມດ້ວຍ ດັ່ງທີ່ ທ່ານພິພັດ ໄດ້ໃຫ້ການຢືນຢັນວ່າ:

“ຄຳວ່າ 400 ຈະໄດ້ໃນພາກສ່ວນໃດແດ່ ເຮົາຕ້ອງຈ່າຍ pay by skill ເພາະວ່າ ບໍ່ແບບນັ້ນ ແຮງງານທີ່ບໍ່ມີຄວາມຮູ້ຄວາມສາມາດຂ້າມຈາກປະເທດເພື່ອນບ້ານເຂົ້າມາສູ່ປະເທດໄທເຮົາ ຢ່າງນ້ອຍຕ້ອງຝຶກເຂົາເຖິງ 6 ເດືອນ ເຖິງ 1 ປີ ຈະມາກິນຄ່າແຮງຂັ້ນຕ່ຳເທົ່າກັບຄົນເຂົາມີຄວາມສາມາດແລ້ວ ໄດ້ຢ່າງໃດ ອັນນີ້ ເຮົາກໍຕ້ອງໃຫ້ຄວາມຍຸຕິທຳກັບຜູ້ປະກອບການດ້ວຍ ແຕ່ຖ້າຄົນທີ່ up skill ໄປແລ້ວ ຂ້າພະເຈົ້າໝັ້ນໃຈວ່າ ຝ່າຍນາຍຈ້າງເຂົາພ້ອມທີ່ຈະຈ່າຍ ຊຶ່ງກໍຄົງຈະຕ້ອງມີການປະກາດເປັນຂອງຂວັນປີໃໝ່ໃຫ້ໄດ້.”

ກ່ອນໜ້ານີ້ ລັດຖະບານໄທ ໄດ້ຜ່ອນຜັນໃຫ້ແຮງງານລາວ ມຽນມາ ແລະກຳປູເຈຍ ຈຳນວນຫຼາຍກວ່າ 300,000 ຄົນ ໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ເຖິງວັນທີ 13 ກຸມພາ 2024 ຫຼືເຖິງວັນທີ 13 ກຸມພາ 2025 ໂດຍການອະນຸຍາດດັ່ງກ່າວ ໄດ້ມີຂຶ້ນກໍເນື່ອງຈາກວ່າ ແຮງງານເຫຼົ່ານີ້ ໄດ້ສິ້ນສຸດການອະນຸຍາດໃຫ້ເຮັດວຽກໃນໄທ ເມື່ອວັນທີ 31 ກໍລະກົດ 2023 ຜ່ານມາ ໂດຍເມື່ອເຖິງກຳນົດດັ່ງກ່າວ ກໍຈະຕ້ອງເດີນທາງກັບປະເທດ ແຕ່ບັນດານາຍຈ້າງໃນໄທ ບໍ່ສາມາດດຳເນີນການຈ້າງແຮງງານໃໝ່ເພື່ອທົດແທນໄດ້ທັນກັບກຳນົດເວລາດັ່ງກ່າວ ລັດຖະບານໄທ ຈຶ່ງຂະຫຍາຍເວລາການເຮັດວຽກໃນໄທ ໃຫ້ກັບແຮງງານລາວ ມຽນມາ ກຳປູເຈຍດັ່ງກ່າວ ແລະຫລ້າສຸດ ຄະນະລັດຖະມົນຕີ (ຄຣມ) ຂອງໄທ ກໍຍັງໄດ້ປັບຫລຸດຄ່າທຳນຽມ Visa ໃຫ້ກັບແຮງງານລາວ ມຽນມາ ກຳປູເຈຍທຸກຄົນທີ່ເຮັດວຽກຢ່າງຖືກຕ້ອງໃນໄທ ອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານໄທ ໄດ້ໃຫ້ການຢືນຢັນວ່າ:

“ແຮງງານທີ່ເຂົ້າມາເຮັດວຽກຕາມ mou ທັງກໍລະນີ 4 ປີຫຼືວ່າກໍລະນີປົກກະຕິຈາກເດີມຫັ້ນ ຈະຕ້ອງຊຳຫຼະ ຄ່າທຳນຽມ 2,000 ບາດ ກໍຫລຸດເຫຼືອ 500 ແລະເວລາຕໍ່ອາຍຸກໍຄືກັນ ຕ້ອງຊຳຫຼະ 1,900 ບາດ ກໍເສຍ 500 ອີກກຸ່ມນຶ່ງທີ່ຈະໄດ້ປະໂຫຍດຈາກການຫລຸດລາຄາອັນນີ້ ກໍຄືກຸ່ມແຮງງານທີ່ເຮົາມີມະຕິຜ່ອນຜັນຕາມມະຕິ ຄຣມ ເວລາກວດລົງກາ Visa ກໍຈະໄດ້ຮັບຫລຸດລາຄາຈາກເດີມ 2,000 ເຫຼືອ 500 ບາດຄືກັນ.”

ທັງນີ້ ກະຊວງແຮງງານໄທ ລາຍງານວ່າ ແຮງງານລາວ ໄດ້ຮັບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ແລະໄດ້ຮັບການຂະຫຍາຍໄລຍະເວລາດັ່ງກ່າວ ມີຈຳນວນທັງໝົດ 2 ແສນກວ່າຄົນໃນປັດຈຸບັນ ຫາກແຕ່ວ່າ ນາຍຈ້າງໃນໄທ ຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 8 ແສນຄົນໃນປັດຈຸບັນນີ້ ແລະລັດຖະບານໄທ ອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບການຮັບຮອງຈາກລັດຖະບານລາວ ກຳປູເຈຍ ແລະມຽນມາເທົ່ານັ້ນ ຫາກແຕ່ດ້ວຍຄ່າທຳນຽມການຈັດຫານງານທີ່ສູງກວ່າ 1,300 ໂດລາ ສຳລັບແຮງງານແຕ່ລະຄົນທີ່ຕ້ອງການຈະໄປເຮັດວຽກໃນໄທ ທີ່ມີຄ່າຈ້າງສູງກວ່າຢູ່ລາວ ເກີນກວ່າ 5 ເທົ່າຕົວນັ້ນ ຈຶ່ງຄາດວ່າ ຈະມີແຮງງານລັກລອບເຮັດວຽກໃນໄທ ເພີ້ມຂຶ້ນ ເພາະວ່າ ແຮງງານບໍ່ມີເງິນຈ່າຍຄ່າທຳນຽມດັ່ງກ່າວ ຊຶ່ງເຮັດໃຫ້ເຄືອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນ ປະເມີນວ່າ ຍັງຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ເພີ້ມຂຶ້ນອີກຫຼາຍກວ່າ 1 ລ້ານຄົນ ໃນນີ້ກໍລວມເຖິງແຮງງານລາວ ທີ່ວ່າງງານໃນປັດຈຸບັນນີ້ດ້ວຍ ເກີນກວ່າ 4 ແສນຄົນທີ່ຈະເດີນທາງໄປລັກລອບເຮັດວຽກໃນໄທເພີ້ມຂຶ້ນອີກໃນໄລຍະຕໍ່ໄປນີ້.

XS
SM
MD
LG