ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານໄທ ຈະພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງການຂົນສົ່ງ ໃນຂົງເຂດແມ່ນໍ້າຂອງຕອນເໜືອ


ແຜນ​ທີ່​ປະ​ເທດ​ໄທ
ແຜນ​ທີ່​ປະ​ເທດ​ໄທ

ລັດຖະບານໄທຈະພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ Logistic ໃນເຂດລຸ່ມແມ່ນໍ້າຂອງຕອນເທິງ ໂດຍການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງກັບ ລາວ-ມຽນມາ ແລະຈີນຢ່າງຄົບວົງຈອນ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂົນສົ່ງຂອງໄທຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການພັດທະນາລະບົບ Logistics ທີ່ທັນສະໄໝ ເພື່ອເຊື່ອມຕໍ່ກັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນ ໃຫ້ໄດ້ຢ່າງຄົບວົງຈອນພາຍໃນປີ 2029 ໃນນີ້ກໍລວມເຖິງແຜນການພັດທະນາລະບົບ Logistics ທີ່ເຊື່ອມຕໍ່ກັບລາວ-ມຽນມາ ແລະຈີນດ້ວຍ ທັງນີ້ໂດຍລັດຖະບານໄທ ໄດ້ວາງແຜນການພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງຂອງການຂອງການເຊື່ອມຕໍ່ດັ່ງກ່າວ ດ້ວຍເງິນລົງທຶນລວມເກີນກວ່າ 1 ແສນລ້ານບາດ ສໍາລັບໂຄງການຂະຫຍາຍສະໜາມບິນສາກົນຊຽງຮາຍ ໂຄງການພັດທະນາສູນປ່ຽນຖ່າຍຮູບແບບການຂົນສົ່ງສິນຄ້າຢູ່ໃນເຂດຊາຍແດນ ໄທ-ລາວ ທີ່ອໍາເພີຊຽງຂອງກັບເມືອງຫ້ວຍຊາຍ ແລະໂຄງການກໍ່ສ້າງທາງລົດໄຟ ໃນເສັ້ນທາງຈາກເດັ່ນໄຊ-ຊຽງຮາຍ-ຊຽງຂອງ ໄປເຊື່ອມຕໍ່ກັບລາວທີ່ເມືອງຫ້ວຍຊາຍ ເຊິ່ງລັດຖະບານໄທ ຄາດວ່າ ລັດຖະບານລາວກັບຈີນ ຈະຮ່ວມລົງທຶນໃນການກໍ່ສ້າງທາງລົດໄຟຈາກດ່ານບໍ່ເຕັນ ມາທີ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ ໃນໄລຍະດຽວກັນນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງໄທ ໄດ້ໃຫ້ການຢືນຢັນວ່າ:

“ກ່ອນໂຄວິດນີ້ ພວກເຮົາມີສາຍການບິນທີ່ເຊື່ອມໄປຍັງປະເທດຈີນ ທາງຕອນໃຕ້ ບໍ່ວ່າຊິເປັນ ກຸ້ຍໂຈ, ຄຸນໝິງ, ສິບສອງພັນນາ, ເສິນເຈິ້ນ ເປັນຕົ້ນທີ່ພວກເຮົາມີການບິນໂດຍກົງ, ຄືຕອນນີ້ຄາດວ່າ ພວກເຮົາຊິໄດ້ຮັບອະນຸມັດລົດໄຟເດັ່ນໄຊ-ຊຽງຣາຍ-ຊຽງຂອງ ແລະເປັນຈຸດນຶ່ງທີ່ຈະຊ່ວຍໃນເລື້ອງຂອງ Logistics ໃນພູມິພາກແຫ່ງນີ້ ເຊິ່ງຖ້າພວກເຮົາເຮັດເຖິງຊຽງຣາຍ-ຊຽງຂອງນີ້ຈີນເຂົາກໍຈະເຮັດຈາກບໍ່ເຕັນມາເຊື່ອມທີ່ບໍ່ແກ້ວ ຖ້າເຊື່ອມບ່ອນນີ້ໄດ້ແທ້ຈິງ ລົດໄຟຂອງພວກເຮົາກໍຈະສາມາດແລ່ນໄປເຖິງຄຸນໝິງ.”

ສ່ວນບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງຈໍາກັດ ລາຍງານວ່າ ການສຶກສາຄວາມເປັນໄປໄດ້ຂອງການລົງທຶນກໍ່ສ້າງທາງດ່ວນ ທີ່ເຊື່ອມຕໍ່ເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ກັບດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ໄດ້ດໍາເນີນການສໍາເລັດແລ້ວ ເຊິ່ງພົບວ່າ ຈະຕ້ອງໃຊ້ເງິນລົງທຶນສໍາລັບກໍ່ສ້າງ ຄິດເປັນມູນຄ່າລວມເຖິງ 24,126 ລ້ານຢວນ ຫຼືປະມານ 3,800 ລ້ານໂດລາ ໂດຍທາງດ່ວນຈະມີ 4 ຊ່ອງຈະລາຈອນທີ່ມີຄວາມກວ້າງລວມ 21 ແມັດ ໄລຍະທາງລວມ 176.3 ກິໂລແມັດ ໂດຍຈະເຮັດໃຫ້ເວລາໃນການເດີນທາງຫຼຸດລົງເກີນກວ່າ 5 ຊົ່ວໂມງເຫຼືອພຽງ 1 ຊົ່ວໂມງເຄິ່ງເທົ່ານັ້ນ.

ໂດຍທາງດ່ວນຫ້ວຍຊາຍ-ບໍ່ເຕັນດັ່ງກ່າວ ຈະກໍ່ສ້າງຄູ່ຂະໜານກັບຖະໜົນ R3A ທີ່ເຊື່ອມຕໍ່ບໍ່ເຕັນກັບຫ້ວຍຊາຍຢູ່່ແລ້ວ ແຕ່ກໍເປັນຊ່ອງທາງທີ່ມີພຽງ 2 ຊ່ອງຈະລາຈອນເທົ່ານັ້ນ ຈຶ່ງເຮັດໃຫ້ບໍ່ສະດວກວ່ອງໄວໃນການຂົນສົ່ງສິນຄ້າ ແລະໂດຍສານ, ສະນັ້ນ ກະຊວງໂຍທາທິການ ແລະຂົນສົ່ງ ຈຶ່ງໄດ້ຕົກລົງໃຫ້ບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງຈໍາກັດ ເປັນຜູ້ລົງທຶນໃນຮູບແບບ BOT ກໍຄືການກໍ່ສ້າງ ແລະເກັບເອົາຜົນປະໂຫຍດຈົນຄົບອາຍຸສັນຍາແລ້ວ ຈຶ່ງໂອນໂຄງການໃຫ້ກັບລັດຖະບານຕໍ່ໄປ.

ສ່ວນທ່ານບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວຖະແຫຼງວ່າ ການສົ່ງເສີມການລົງທຶນເພື່ອພັດທະນາພື້ນຖານໂຄງລ່າງໃນແຂວງບໍ່ແກ້ວ ກໍາລັງດໍາເນີນໄປຢ່າງຕັ້ງໜ້າ ໂດຍສະເພາະແມ່ນການພັດທະນາຖະໜົນຈໍານວນ 11 ເສັ້ນທາງໃນເມືອງຫ້ວຍຊາຍ ການພັດທະນາສະໜາມບິນຫ້ວຍຊາຍທີ່ຄືບໜ້າແລ້ວ 53 ເປີເຊັນຂອງແຜນການ ແລະການກໍ່ສ້າງທາງປູຢາງ ເຊື່ອມຕໍ່ກັບເມືອງປາກທາ ແລະເມືອງທ່າອຸດົມ ເຊິ່ງຄືບໜ້າແລ້ວ 50 ເປີເຊັນ, ທັງຍັງໄດ້ຕົກລົງກັບບໍລິສັດຈາກຈີນ ກ່ຽວກັບການລົງທຶນກໍ່ສ້າງທາງດ່ວນຫ້ວຍຊາຍ-ບໍ່ເຕັນດ້ວຍ ເຊິ່ງກໍ່ເຊັ່ນດຽວກັນກັບໂຄງການກໍ່ສ້າງທາງດ່ວນອີກ 2 ເສັ້ນທາງ ທີ່ທາງບໍລິສັດຈີນໄດ້ຮັບອະນຸມັດລົງທຶນໃນຮູບແບບ BOT ຈາກລັດຖະບານລາວເຊັ່ນດຽວກັນ ກໍຄືທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ-ບໍ່ເຕັນ ແລະທາງດ່ວນນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ປາກເຊ ຕາມລໍາດັບ.

ສໍາລັບທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ-ບໍ່ເຕັນນັ້ນ ລັດຖະບານລາວໄດ້ອະນຸຍາດໃຫ້ສໍາປະທານແກ່ບໍລິສັດ Yunnan ວິສະວະກໍາ ແລະກໍ່ສ້າງຈາກຈີນ, ໃນປີ 2018 ທີ່ຖືເປັນສ່ວນນຶ່ງໃນແຜນການ ນຶ່ງແລວ-ນຶ່ງເສັ້ນທາງ (One Belt-One Road) ໂດຍການກໍ່ສ້າງຊ່ວງທີ 1 ຈາກວຽງຈັນ ໄປວັງວຽງມີໄລຍະທາງ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນທີ່ຂະໜານກັບຖະໜົນເລກ 13 ເໜືອ, ດ້ວຍທຶນກໍ່ສ້າງ 1,300 ລ້ານໂດລາໃນຮູບແບບ BOT ອາຍຸສໍາປະທານ 30 ປີນັບຈາກປີ 2021 ເປັນຕົ້ນໄປ. ທັງນີ້ ບໍລິສັດຈີນຈະດໍາເນີນການກໍ່ສ້າງຕໍ່ໄປຈົນເຖິງດ່ານບໍ່ເຕັນ ໃຫ້ສໍາເລັດພາຍໃນປີ 2030, ທາງດ້ານບໍລິສັດ China Yunnan Sunny Road ແລະບໍລິສັດ China Road and Bridge ຈາກຈີນ ກັບບໍລິສັດດວງຈະເລີນພັດທະນາຈໍາກັດ ແລະບໍລິສັດພູສີກໍ່ສ້າງ ແລະພັດທະນາ (ມະຫາຊົນ) ຈໍາກັດ ກໍຈະຮ່ວມລົງທຶນເພື່ອກໍ່ສ້າງທາງດ່ວນເຊື່ອມຕໍ່ນະຄອນວຽງຈັນ ກັບເມືອງປາກເຊ ແຂວງຈໍາປາສັກ ທີ່ມີຂະໜາດກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນ ໄລຍະທາງລວມ 580 ກິໂລແມັດໃຫ້ສໍາເລັດພາຍໃນປີ 2030 ດ້ວຍເຊັ່ນກັນ.

XS
SM
MD
LG