ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ຢືນຢັນຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳໃນທົ່ວປະເທດ ເປັນ 400 ບາດຕໍ່ວັນ ໃນວັນທີ 1 ຕຸລາ 2024


ແຮງງານຕ່າງປະເທດຢູ່ໃນປະເທດໄທ
ແຮງງານຕ່າງປະເທດຢູ່ໃນປະເທດໄທ

ລັດຖະບານໄທ ຢືນຢັນຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳໃນທົ່ວປະເທດ ເປັນ 400 ບາດຕໍ່ວັນ ໃນວັນທີ 1 ຕຸລາ 2024 ຊຶ່ງເຮັດໃຫ້ແຮງງານລາວ ຍັງຈະເດີນທາງໄປເຮັດວຽກໃນໄທ ຫຼາຍຂຶ້ນນັບມື້.

ທ່ານພິພັດ ຣັຊກິດປະການ ລັດຖະມົນຕີກະຊວງແຮງງານ ຖະແຫລງຢືນຢັນ່ວາ ລັດຖະບານໄທ ໄດ້ມີມະຕິຕົກລົງໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳໃຫ້ກັບຜູ້ອອກແຮງງານເປັນ 400 ບາດຕໍ່ວັນ ໃນທົ່ວປະເທດໄທ ນັບຈາກວັນທີ 1 ຕຸລາ 2024 ເປັນຕົ້ນໄປ ໂດຍຈະເປຫັນການປັບຂຶ້ນຄ່າຈ້າງໃຫ້ກັບຜູ້ອອກແຮງງານທຸກຄົນ ຊຶ່ງລວມເຖິງແຮງງານຈາກລາວ ມຽນມາ ກຳປູເຈຍ ແລະຫວຽດນາມ ທີ່ລັກລອບເຮັດວຽກໂດຍຜິດກົດໝາຍນັ້ນ ຈະບໍ່ມີສິດໄດ້ຮັບຄ່າຈ້າງທີ່ປັບຂຶ້ນດັ່ງກ່າວນີ້ ແຕ່ຢ່າງໃດ ນອກຈາກນັ້ນ ກາປັບຂຶ້ນຄ່າຈ້າງຄັ້ງນີ້ ກໍຍັງໄດ້ພິຈາລະນາຈາກລະດັບຝີມືຂອງແຮງງານເປັນສຳຄັນອີກດ້ວຍ ໂດຍລັດຖະບານໄທ ຈະໃຫ້ການຊ່ວຍເຫຼືອແກ່ບັນດານາຍຈ້າງໃນການຍົກລະດັບຝີມືແຮງງານໃຫ້ເໝາະສົມກັບຄ່າຈ້າງຕໍ່ໄປ ດັ່ງທີ່ ທ່ານພິພັດ ຖະແຫລງຢືນຢັນວ່າ:

“ເຮົາປະຕິບັດຕາມນະໂຍບາຍໃນວັນທີ 1 ຕຸລາ ນີ້ ກໍຄື ເບື້ອງຕົ້ນກໍຄື 400 ບາດ ບໍ່ວ່າອາຊີບໃດເນາະ ທີ່ຄິດວ່າ ສາມາດກ້າວຂຶ້ນໄປໄດ້ 400 ບາດ ເຮົາຈະປະກາດເປັນພາບລວມໃນຊ່ວງໄລຍະເວລາ 4 ຫາ 5 ເດືອນທີ່ນີ້ ເຮົາຕ້ອງເຮັດການສຶກສາ ສາຂາອາຊີບໃດ? ທີ່ຍັງໄປບໍ່ໄດ້ ເຮົາຕ້ອງຊ່ວຍເຫຼືອເຂົາຢ່າງໃດ? ເພື່ອໃຫ້ເຂົາສາມາດເດີນໄປໄດ້ໃນການຈ້າງທີ່ 400 ບາດ.”

ກ່ອນໜ້ານີ້ ລັດຖະບານໄທ ໄດ້ຜ່ອນຜັນໃຫ້ແຮງງານລາວ ມຽນມາ ແລະກຳປູເຈຍ ຈຳນວນຫຼາຍກວ່າ 300,000 ຄົນ ໃຫ້ສາມາດເຮັດວຽກໃນໄທ ຕໍ່ໄປໄດ້ເຖິງວັນທີ 13 ກຸມພາ 2025 ໂດຍການອະນຸຍາດດັ່ງກ່າວ ກໍເນື່ອງຈາກວ່າ ແຮງງານເຫຼົ່ານີ້ ໄດ້ສິ້ນສຸກການອະນຸຍາດໃຫ້ເຮັດວຽກໃນໄທ ຕັ້ງແຕ່ວັນທີ 31 ກໍລະກົດ 2023 ທີ່ຜ່ານມາແລ້ວ ແລະການເຖິງກຳນົດດັ່ງກ່າວ ກໍເຮັດໃຫ້ແຮງງານຈະຕ້ອງເດີນທາງກັບປະເທດ ແຕ່ວ່າ ບັນດານາຍຈ້າງໃນໄທ ກໍບໍ່ສາມາດຈ້າງແຮງງານໃໝ່ໄດ້ທັນກັບກຳນົດເວລາດັ່ງກ່າວ ຈຶ່ງໄດ້ຂະຫຍາຍເວລາໃນການເຮັດວຽກໃຫ້ກັບແຮງງານລາວ ມຽນມາ ແລະກຳປີເຈຍດັ່ງກ່າວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG