ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ໄທ ອະນຸຍາດໃຫ້ແຮງງານ ລາວ, ກຳປູເຈຍ, ພະມ້າ ແລະ ຫວຽດນາມ ເຮັດວຽກໃນ ໄທ ໄດ້ເຖິງເດືອນມີນາ 2022


ແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ຍ້ອນໂຣກລະບາດໄວຣັສໂຄໂຣນາ.
ແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ລັດຖະບານ ໄທ ອະນຸຍາດໃຫ້ແຮງງານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ສາມາດເຮັດວຽກໃນ ໄທ ໄດ້ເຖິງເດືອນມີນາ 2022 ຕໍ່ຈາກນັ້ນຈະກັບມາເຮັດວຽກໃນ ໄທ ໄດ້ໂດຍຜ່ານບໍລິສັດຈັດຫາງານເທົ່ານັ້ນ.

ທ່ານ ສຸຊາດ ຊົມກິ່ນ ລັດຖະມົນວ່າການກະຊວງແຮງງານ ຖະແຫຼງຢືນຢັນວ່າລັດຖະບານ ໄທ ໄດ້ມີມະຕິຕົກລົງອະນຸຍາດໃຫ້ແຮງງານ ລາວ, ກຳປູເຈຍ, ພະມ້າ ແລະ ຫວຽດນາມ ສາມາດເຮັດວຽກໃນປະເທດ ໄທ ໄດ້ເຖິງທ້າຍເດືອນມີ 2022 ໂດຍໃນປັດຈຸບັນມີແຮງງານຈາກ 4 ປະເທດດັ່ງກ່າວເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນ ໄທ ຈຳນວນທັງໝົດ 2,114,609 ຄົນ ຊຶ່ງຈະຕ້ອງເດີນທາງກັບຄືນປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະ ຈະສາມາດກັບຄືນມາເຮັດວຽກໃນ ໄທ ອີກເທື່ອໃໝ່ໄດ້ດ້ວຍສັນຍາຈ້າງທີ່ເຮັດກັບບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານ ລາວ, ກຳປູເຈຍ, ພະມ້າ ແລະ ຫວຽດນາມ ທີ່ໄດ້ລົງນາມໃນບັນທຶນຄວາມເຂົ້າໃຈຮ່ວມ ຫຼື MOU ວ່າດ້ວຍການຈ້າງງານຮ່ວມກັບລັດຖະບານ ໄທ ໄວ້ແລ້ວນັ້ນ.

ໂດຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນີ້ ທາງການ ໄທ ມີເປົ້າໝາຍເພື່ອຢຸດບັນຫາການຈ້າງແຮງງານຜິດກົດໝາຍທີ່ເຮັດໃຫ້ແຮງງານຈຳນວນຫຼາຍໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດໃນ ໄທ ໂດຍກະຊວງແຮງງານ ໄທ ກໍໄດ້ກຳນົດທັງໂທດຂັງຄຸກ ແລະ ປັບໄໝບັນດານາຍຈ້າງ ແລະ ແຮງງານທີ່ລັກລອບທຳງານໃນ ໄທ ໂດຍຜິດກົດໝາຍດ້ວຍ ກໍຄືໂທດຂັງຄຸກ 1 ປີ ແລະ ປັບໄໝ 10,000 - 100,000 ບາດ ສຳລັບນາຍຈ້າງທີ່ຈ້າງແຮງງານໂດຍຜິດກົດໝາຍ ທັງຍັງຈະຖືກຂັງຄຸກ ແລະ ປັບໄໝເພີ່ມຂຶ້ນອີກຖ້າຫາກວ່າໄດ້ກະທຳຜິດຊໍ້າ ສ່ວນແຮງງານທີ່ລັກລອບທຳງານໃນ ໄທ ຈະຖືກປັບໄໝ 5,000 - 100,000 ບາດ ແລະ ຈະຖືກສົ່ງຕົວກັບຄືນໄປປະ ເທດໃນທັນທີ ດັ່ງທີ່ທ່ານນາງ ການຈະນາ ຫັນໄຊສີ ຜູ້ກວດຣາຊະການ ຂອງກະຊວງແຮງງານ ໄທ ໃຫ້ການຢືນຢັນວ່າ

“ທ່ານລັດຖະມົນຕີມີນະໂຍບາຍຕ້ອງມີການກວດສອບຢ່າງແທ້ຈິງ ມີການບັງຄັບໃຊ້ກົດໝາຍຢ່າງແທ້ຈິງ ກໍຄືຖ້າກວດພົບບໍ່ມີໃບອະນຸຍາດທຳງານ, ນາຍຈ້າງມີຄວາມຜິດຕ້ອງປັບໜຶ່ງໝື່ນບາດເຖິງໜຶ່ງແສນບາດ ແລ້ວກໍຖ້າທຳຜິດຊໍ້າກໍຕ້ອງປັບອີກ ແລ້ວກໍຈຳຄຸກດ້ວຍ ແຕ່ແຮງງານຕ່າງດ້າວນີ້ກໍຈະຖືກປັບຫ້າພັນເຖິງນຶ່ງແສນບາດ ແລ້ວກໍຜັກດັນອອກໄປ ແຕ່ມີທາງເລືອກຖ້າທ່ານດຳເນີນການບໍ່ທັນແທ້ໆ ທ່ານສາມາດທີ່ຈະໃຫ້ແຮງງານຕ່າງດ້າວອອກໄປແລ້ວກໍທຳນຳເຂົ້າ MOU ເຂົ້າມາ.”

ທາງດ້ານເຄືອຂ່າຍອົງກອນດ້ານປະຊາກອນຂ້າມຊາດ (Migrants Working Group—MWG) ກໍໄດ້ລາຍງານວ່າການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ບັນດານາຍຈ້າງໃນ ໄທ ຕ້ອງພາກັນເລີກຈ້າງແຮງງານ ລາວ, ພະມ້າ, ກຳປູເຈຍ ແລະ ຫວຽດນາມ ຈຳນວນຫຼາຍກວ່າ 5 ແສນຄົນນັບຈາກເດືອນມີນາ 2020 ເປັນຕົ້ນມາໂດຍເກີນກວ່າ 75 ເປີເຊັນເປັນການເລີກຈ້າງແຮງ ງານ ພະມ້າ, ກຳປູເຈຍ ແລະ ຫວຽດນາມ ສ່ວນອີກ 120,000 ກວ່າຄົນນັ້ນກໍຄືແຮງງານ ລາວ ທີ່ເດີນທາງກັບຄືນປະເທດ ລາວ ແລ້ວນັ້ນເອງ.

ນັບແຕ່ເດືອນມີນາ 2020 ເປັນຕົ້ນມາປາກົດວ່າມີແຮງງານ ລາວ ທີ່ໄດ້ເດີນທາງກັບຈາກ ໄທ ຫຼາຍກວ່າ 3​ ແສນຄົນໃນຂະນະທີ່ກະຊວງແຮງງານ ໄທ ກໍລາຍງານວ່າໃນປັດຈຸບັນມີແຮງງານ ລາວ 277,845 ຄົນທີ່ເຮັດວຽກຢູ່ໃນ ໄທ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ເຄືອຂ່າຍເພື່ອໃຫ້ການຊ່ວຍ ເຫຼືອແຮງງານຕ່າງຊາດໃນ ໄທ ໄດ້ປະເມີນວ່າມີແຮງງານ ລາວ ຢູ່ໃນ ໄທ ຫຼາຍກວ່າ 600,000 ຄົນ ໃນນີ້ແບ່ງເປັນແຮງງານ ລາວ ທີ່ຜິດກົດໝາຍ 330,000 ກວ່າຄົນ ກໍຄືແຮງງານ ລາວ ທີ່ເດີນທາງກັບມາ ລາວ ໃນຊ່ວງການລະບາດຂອງໄວຣັສ COVID-19 ສະນັ້ນການສ້າງວຽກເຮັດງານທຳເພື່ອຮອງຮັບແຮງງານ ລາວ ກຸ່ມດັ່ງກ່າວນີ້ຈຶ່ງບໍ່ແມ່ນເລື່ອງງ່າຍພາຍໃຕ້ສະພາບການທີ່ເປັນຢູ່ຄືໃນປັດຈຸບັນນີ້.

ທັງນີ້ເຈົ້າໜ້າທີ່ຂັ້ນສູງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມເປີດເຜີຍວ່າ ການບໍ່ມີວຽກເຮັດງານທຳໄດ້ກາຍເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນໃນ ລາວ ເພາະວ່າການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ມີການເລີກຈ້າງເກີດຂຶ້ນຢ່າງກວ້າງຂວາງໃນທຸກພາກທຸລະ ກິດໃນ ລາວ ໂດຍສະເພາະແມ່ນພາກບໍລິການ ແລະ ທ່ອງທ່ຽວນັ້ນ ກໍຖືເປັນພາກທຸລະກິດທີ່ຖືກກະ ທົບໜັກໜ່ວງທີ່ສຸດ ຕິດຕາມດ້ວຍພາກການຜະລິດເພື່ອການສົ່ງອອກ ອັນເຮັດໃຫ້ຄາດໝາຍວ່າອັດຕາການຫວ່າງງານຂອງ ລາວ ໃນຕະຫຼອດປີ 2020 ນີ້ຈະເພີ່ມຂຶ້ນເກີນກວ່າ 30 ເປີເຊັນຂອງກຳລັງແຮງງານທັງໝົດ ໝາຍຄວາມວ່າຈະເຮັດໃຫ້ມີແຮງງານໃນ ລາວ ຫຼາຍກວ່າ 2.2 ລ້ານຄົນມີຄວາມສ່ຽງທີ່ຈະຖືກເລີກຈ້າງໃນທົ່ວປະເທດນັ້ນເອງ.

XS
SM
MD
LG