ການເຄື່ອນໄຫວກໍ່ຄວາມວຸ້ນວາຍຂອງຊາວໜຸ່ມ ໄທ ແມ່ນເຊື່ອມໂຍງກັບກຳລັງສະໜັບສະໜູນປະ ຊາທິປະໄຕທີ່ທົນທານທີ່ສຸດຂອງອານາຈັກດັ່ງກ່າວ, ເຊິ່ງແມ່ນອະດີດຜູ້ປະທ້ວງເສື້ອແດງນັ້ນ, ໄດ້ສ້າງໄພຂົ່ມຂູ່ທີ່ຮ້າຍແຮງອີກຄັ້ງນຶ່ງຈາກຖະໜົນໄປຫາການກຳອຳນາດຂອງນາຍົກລັດຖະມົນຕີ ທ່ານ ປຣະຢຸດ ຈັນໂອຊາ.
ແຕ່ບັນດານັກຊ່ຽວຊານເວົ້າວ່າ ຕາບໃດທີ່ອະດີດຫົວໜ້າກອງທັບບົກຍັງຮັກສາການສະໜັບສະ ໜູນຂອງກຸ່ມທີ່ເປັນຜົນປະໂຫຍດແກນຫຼັກຂອງໄທ, ເຊິ່ງແມ່ນກະສັດ, ກອງທັບ ແລະ ທຸລະກິດຂະ ໜາດໃຫຍ່ນັ້ນ, ທ່ານແມ່ນບໍ່ມີຄວາມເປັນໄປໄດ້ວ່າຈະຖືກໂຄ່ນລົ້ມ, ບໍ່ວ່າມັນຈະມີການຜັກດັນໃຫ້ປົດທ່ານອອກຈາກຕຳແໜ່ງຂອງທ່ານຫຼາຍປານໃດກໍຕາມ.
ການປະທ້ວງທີ່ເກີດຂຶ້ນເກືອບທຸກມື້, ເຊິ່ງຖືກກະຕຸ້ນໂດຍການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງລັດຖະບານ ແລະ ພາວະວິກິດດ້ານເສດຖະກິດທີ່ບໍ່ເຄີຍມີມາກ່ອນນັ້ນ, ແມ່ນກຳລັງຂະຫຍາຍຕົວຂຶ້ນ. ເມື່ອຮອດຕອນຄໍ່າຫຼາຍພາກສ່ວນຂອງ ບາງກອກ ແມ່ນຖືກປົກຄຸມດ້ວຍແກັສນໍ້າຕາ ໃນຂະນະທີ່ໄຟໄດ້ລຸກໄໝ້ ເຊິ່ງຖືກຈູດໂດຍພວກປະທ້ວງໄວໜຸ່ມຫົວຮຸນແຮງທີ່ປະທະກັບຕຳຫຼວດ.
ບັນດານັກຊ່ຽວຊານໄດ້ເຕືອນວ່າ ຄວາມຮຸນແຮງອາດນຳໄປສູ່ການອອກມາຂອງ ທະຫານບົກ ແລະ ເຮັດໃຫ້ວິກິດການດ້ານເມືອງ ທີ່ກຳລັງປົກຄຸມປະເທດທີ່ສັ່ນຄອນນັ້ນໜັກໜ່ວງກວ່າເກົ່າ.
ປະຊາຊົນຫຼາຍສິບພັນຄົນໄດ້ເຂົ້າຮ່ວມການຊຸມນຸມຂະບວນລົດທີ່ມີຫຼາຍສີ ແລະ ວົນແຊວໃນທົ່ວປະເທດເມື່ອວັນອາທິດທີ່ຜ່ານມາ, ເພື່ອຮຽກຮ້ອງໃຫ້ທ່ານ ປຣະຢຸດ ລາອອກ. ຂະບວນລົດດັ່ງກ່າວໄດ້ຂັບຜ່ານ ບາງກອກ ແລະ ເຂດຊົນນະບົດຂອງກຸ່ມເສື້ອແດງຢູ່ພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງ ໄທ.