ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ນອກຈາກຕ້ອງໄດ້ລະວັງ ໄພນໍ້າຖ້ວມແລ້ວ ຊາວບາງກອກຍັງຕ້ອງໄດ້ ລະວັງແຂ້ອີກ (ເບິ່ງວີດີໂອ)


ຜູ້ຊາຍຄົນນຶ່ງແບກເອົາແຂ້ໄປພາຍຫລັງທີ່ ລາວແລະທີມງານຂອງລາວ ໄດ້ຂ້າມັນຕາຍແລ້ວ ຢູ່ເຂດທີ່ຢູ່ອາໃສ ຂອງປະຊາຊົນຖືກນໍ້າຖ້ວມ ທີ່ອໍາເພີບາງບົວທອງ, ເຂດເໜືອ ຂອງແຂວງນົນທະບູຣີ ທາງພາກເໜືອຂອງ ນະຄອນຫລວງບາງກອກຂອງໄທ ໃນວັນອາທິດ ທີ 23 ຕຸລາ, 2011 ທີ່ຜ່ານມານີ້.

ອຸ​ທົກ​ກະໄພ​ທີ່​​ໄດ້​ສ້າງ​ຄວາມ​ຫາ​ຍະ​ນະ​​ໃຫ້​ແກ່​ໄທ​ນັ້ນ ​​ແມ່ນ​ໄດ້​ຖ້ວມຫລາຍ​ກວ່າ​ນຶ່ງ​ສ່ວນ​ສາມ ຂອງ​ເນື້ອ​ທີ່​ທັງ​ໝົດ​ຂອງ​ປະ​ເທດ​ໃນ​ຫລາຍ​ອາທິດຜ່ານ​ມາ ​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວຫລາຍ​ຮ້ອຍຄົນ ​ແລະ​ອີກຫລາຍ​ແສນຄົນ ຕ້ອງ​ອົບ​ພະຍົບ​ອອກ​ຈາກ​ບ້ານ​​ແລະ​ຄຸ້ມຢູ່​ອາ​ໃສ​ທີ່​ຖືກ​ນໍ້າ​ຖ້ວມນັ້ນ. ​ແລະ​ ຄື​ກັນ​ກັບ​ວ່າ​ສະຖານ​ນະ​ການ​ຍັງ​ບໍ່​ຮ້າຍ​ແຮງ​ພໍ ​ໃນຕອນ​ທີ່​ນໍ້າ​ຍັງ​ຖ້ວມສູງຢູ່​ນັ້ນ ພວກ​ຊາວ​ ເມືອງ​ບາງກອກ​​ຍັງ​ຕ້ອງ​ໄດ້​ລະວັງ​ໄພ​ແຂ້ ທີ່​ຫລຸດ​ອອກ​ຈາກ​ຟາ​ມ​ແຂ້​ທີ່​ຖືກ​ນໍ້າ​ຖ້ວມ ​ແລະອອກ​ ມາປາກົດ​ໃຫ້​ເຫັນ​ ​ຢູ່​ໃນ​ບາງ​ເຂດ​ຂອງ​ບາງກອກນັ້ນອີກ​. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ບາງກອກ​ ​ໄດ້​ອອກ​ໄປ​ຕາມ​ລ່າ​ແຂ້ກັບ​ພວກ​ເຈົ້າ​ໜ້າ​ທີ່ກົມ​ປະມົງ​ຂອງ​ໄທ ທີ່​ອອກ​ໄປຄົ້ນ​ຫາ​ແຂ້ ຈໍານວນ​ຫລາຍ​ສິບ​ໂຕ ​ໃນຄືນ​ນຶ່ງ​ຂອງ​ອາທິດ​ແລ້ວ​ນີ້ ​ແລະ​ສົ່ງ​ລາຍ​ງານ​ມາ ດັ່ງບົວ​ສະຫວັນ​ຈະ​ນໍາ ສະ​ເໜີ​ທ່ານ​.

ເບິ່ງວີດິໂອລາຍງານ ພາສາອັງກິດ:

ຟັງລາຍງານ ພາສາລາວ:

ພວກ​ທີ​ມງານ​ຈາກ​ກົມ​ປະມົງ​ຂອງ​ໄທ ພາກັນ​ກຽມ​ເຄຶ່ອງອຸບປະກອນ ​ເພື່ອອອກ​ໄປສໍາ
​ຫລວດພື້ນທີ່​ ໃນຄຸ້ມ​ນຶ່ງ​ທີ່​ຖືກ​ນໍ້າ​ຖ້ວມ​ໃນ​ເຂດຕາ​ເວັນ​ຕົກ​ຂອງ​ບາງກອກ. ເຄື່ອງມື​ຂອງ​ເຂົາ
​ເຈົ້າ​ມີ​ໂຮມ​ທັງຕະຂໍ ​ແຫ ​ແລະ​ເຄຶ່ອງຈີ້​ໄຟຟ້າ.

ເຖິງ​ແມ່ນ​ລະດັບ​ນໍ້າຖ້ວມ​ຈະ​ເລິກເຖິງ​ນຶ່ງແມັດ​ກໍ​ຕາມ ​ແຕ່​ກໍ​ຍັງມີ​ແສງໄຟ ຟ້າແລະ​ຜູ້​ຄົນ​ຢູ່​ໃນ
ບ້ານ​ເຮືອນຂອງ​ພວກ​ເຂົາ​ເຈົ້າ. ບາງ​ຄົ​ນກໍ​ຢູ່​ເພື່ອກັນບໍ່​ໃຫ້​ຂະ​ໂມ​ຍມາ​ລັກ​ເຄຶ່ອງ​ເຮືອ​ນຂອງ​
ຊານ ແຕ່​ກໍ​ຍັງມີ​ຕົວ​ບຸກລຸກ ຊະນິດ​ອື່ນໆອີກ​.

ໃນ​ຂະນະ​ທີ່ຕາ​ເວັນ​ກໍາລັງຕົກ​ດິນ ນາຍ​ກໍາ​ທອນ ສຸ​ອະລຸນ ຫົວໜ້າແລະ​ ​ພວກທີ​ມງານ​ຂອງ​
ລາວ ກໍກຽມ​ອອກ​ລ່າ​ແຂ້.

ລາວ​ກ່າວ​ວ່າ: ພວກ​ເຮົາ​ຫາ​ກໍ​ໄດ້​ຮັບ​ຂໍ້​ມູນ​ຈາກ​ປະຊາຊົ​ນວ່າ ເຫັນ​ແຂ້ເ​ຂົ້າ​ໄປ​ຍັງໝູ່ບ້ານນີ້.”

ນາຍ​ກໍາ​ທອນ ກ່າວ​ວ່າ ນັບ​ຕັ້ງ​ແຕ່ນໍ້າ​ຖ້ວມ​ມາ ທີ​ມງານ​ຂອງ​ລາວ ຊຶ່ງ​ມີ ສາມທີ​ມດ້ວຍ​ກັນ
ນັ້ນ ​ຈັບ​ແຂ້ໄດ້​ເກືອບ​ນຶ່ງ​ຮ້ອຍ​ໂຕ​ແລ້ວ ຢູ່ນອກບາງກອກ ສ່ວນ​ໃຫຍ່​ແມ່ນ​ຢູ່ໃກ້ພວກຟາມ​ແຂ້
ທີ່​ມັນ​ໜີ​ອອກ​ມາ​ນັ້ນ.

ນາຍ​ກໍາ​ທອນ​ກ່າວ​ອີກ​ວ່າ ພວກ​ລາວ​ຈັບ​ແຂ້​ນ້ອຍ​ໄດ້ປະມານສິບ​ໂຕ ​ແຖວ​ເຂດຊານ​ເມືອງ​
ບາງກອກແຕ່​ບໍ່​ເຫັນ​ມີ​ຢູ່​ໃນ​ຕົວ​ເມືອງ ຈົນຄືນ​ນີ້​ແຫລະ​.

ລາວ​ເວົ້າ​ວ່າ: ເຮົາ​ໄດ້​ຮັບ​ແຈ້ງ ມາຈາກ​ອີກ​ທີ​ມງານ​ນຶ່ງ ຈາກຖະໜົ ຣາມອິນທຣາ
ວ່າ ເຂົາ​ເຈົ້າ ສາມາດ​ຈັບ​ແຂ້​ໄດ້​ນຶ່ງ​ໂຕ​ແລ້ວ.

ນາຍ​ກໍາ​ທອນ​ກ່າວ​ວ່າ ທີ​ມງານທີ່​ຖະໜົນຣາມອິນທຣານັ້ນ ພົບ​ເຫັນ​ແຂ້ Cayman ​ໂຕ​ນຶ່ງ​
ຍາວປະມານແມດ​ເຄິ່ງຫາ​ສອງແມັດ ຊຶ່ງລາວ​ເວົ້າວ່າ​ບໍ່​ໃຫ່ຍປານ​ໃດ​.

ພວກ​ທີ​ມງານ​ຈະ​ໄປ​ຊອກ​ຄົ້ນ​ຫາ​ຢູ່ຕາມ​ແຫ່ງ​ອື່ນໆ​ອີກ ​ໃນ​ຄືນນີ້ ບ່ອນ​ທີ່​ພວກເຂົາ​ເຈົ້າພົບ
ຮ່ອງຮອຍ ແຕ່​ກໍ​ບໍ່ເຫັນ​ແຂ້. ແລງ​ມື້​ອື່ນ​ນັ້ນ ພວກ​ເຂົາ​ເຈົ້າກໍຈະກັບ​ຄືນໄປ​ອີກ ພ້ອມ​ດ້ວຍ
ກັບ​ຫ້າງ​ແລ​ະ​ເຫຍື່ອ​ໄກ່ ເພື່ອ​ພະຍາຍາມ​ຈັບ​ແຂ້​ຢູ່​ຕາມ​ເຂດບ້ານ​ຢູ່​ອາ​ໃສ​ໃຫ້​ໄດ້.

XS
SM
MD
LG