ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີໄທ ເຕືອນວ່າ ບັນຫາອາຊະຍາກຳທາງ ອິນເຕີເນັດ ແລະການຄ້າມະນຸດ ຈະມີຄວາມຮຸນແຮງເພີ້ມຂຶ້ນ ຢູ່ສາມຫຼ່ຽມຄຳ


ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.
ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.

ລັດຖະມົນຕີໄທ ເຕືອນວ່າ ບັນຫາອາຊະຍາກຳທາງ ອິນເຕີເນັດ ແລະການຄ້າມະນຸດມີຄວາມຮຸນແຮງເພີ້ມຂຶ້ນ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼື ສາມຫຼ່ຽມຄຳນັ້ນ.

ທ່ານປານປຣີ ພະຫິທຣານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ໄດ້ໃຫ້ການຢືນຢັນວ່າ ອາຊະຍາກຳທາງ ອິນເຕີເນັດ ແລະການຄ້າມະນຸດຂ້າມຊາດ ມີທ່າອ່ຽງທີ່ຈະເພີ້ມລະດັບຂອງຄວາມຮຸນແຮງຫຼາຍຂຶ້ນອີກ ຖ້າຫາກວ່າ ບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນລຸ່ມແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼືເຂດສາມຫຼ່ຽມຄຳນັ້ນ ກໍຄືເຂດທີ່ມີບັນຫາອາຊະຍາກຳດັ່ງກ່າວ ເກີດຂຶ້ນຫຼາຍທີ່ສຸດ ເພາະວ່າ ເປັນອາຊະຍາກຳທີ່ມີສ່ວນກ່ຽວຂ້ອງໂດຍກົງກັບຂະບວນການຄ້າຢາເສບຕິດຂ້າມຊາດນັ້ນເອງ ສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຮີບດ່ວນທີ່ສຸດທີ່ຈະຕ້ອງຮ່ວມມືກັນດຳເນີນມາດຕະການປາບປາມຢາງຈິງຈັງ ທັງໃນເຂດລຸ່ມແມ່ນ້ຳຂອງແລະໃນລະດັບນານາຊາດຕໍ່ໄປ ດັ່ງທີ່ ທ່ານປານປຣີ ໄດ້ໃຫ້ການຢືນຢັນວ່າ:

“ອາຊະຍາກຳທີ່ຢູ່ໃນບໍລິເວນຊາຍແດນ ເປັນເລື້ອງເລັ່ງດ່ວນ ຕ້ອງຮີບແກ້ໄຂ ແລ້ວກະເປັນບັນຫາລະຫວ່າງປະເທດ ເປັນການຄຸກຄາມປະເພດໃໝ່ ທີ່ເຮົາຈະລະເລີຍໄປບໍ່ໄດ້ ບໍ່ວ່າ ຈະເປັນໃນເລື້ອງຂອງການພະນັນ ອອນໄລນ໌ ການຄ້າມະນຸດ ແຮງງານທີ່ເຂົ້າມາຜິດກົດໝາຍ ສິ່ງເຫຼົ່ານີ້ໜິ ມັນຈະຕ້ອງຢຸດ ແລ້ວກະຂ້າພະເຈົ້າຄຶດວ່າ ເລື້ອງນີ້ ກະຄົງບໍ່ແມ່ນປະເທດໄທ ພຽງປະເທດດຽວ ທີ່ສາມາດ ທີ່ຈະເຮັດໃຫ້ສິ່ງເຫຼົ່ານີ້ໜິ ຢຸຸດໄດ້ ກະຄືຈະຕ້ອງອາໄສຄວາມຮ່ວມມືຂອງຫຼາຍປະເທດ ເພາະສະນັ້ນ ຈຶ່ງເປັນເລື້ອງເລັ່ງດ່ວນ ທີ່ເຮົາຈະຍົກເອົາເລື້ອງນີ້ໜິ ຂຶ້ນມາຫາລືກັບປະເທດທີ່ກ່ຽວຂ້ອງຕໍ່ໄປ.”

ສ່ວນສາດສະດາຈານ ປິ່ນແກ້ວ ເຫຼືອງອະຣາມສຣີ ຜູ້ຊ່ຽວຊານດ້ານສັງຄົມສາດ ໃນລຸ່ມນ້ຳຂອງແຫ່ງມະຫາວິທະຍາໄລຊຽງໃໝ່ ໄດ້ໃຫ້ທັດສະນະວ່າ ການກໍ່ສ້າງຂົວຂ້າມແມ່ນ້ຳຂອງເພື່ອເຊື່ອມຕໍ່ລະຫວ່າງ ມຽນມາ-ລາວ-ໄທ ຢູ່ທີ່ເຂດສາມຫຼ່ຽມຄຳ ທີ່ຈະລົງທຶນກໍ່ສ້າງໂດຍ ບໍລິສັດດອກງິ້ວຄຳຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວນັ້ນ ຈະສົ່ງຜົນໃຫ້ເກີດບັນຫາອາຊະຍາກຳທີມີຄວາມຮຸນແຮງຫຼາຍຂຶ້ນ ທັງການຄ້າຢາເສບຕິດ ການຄ້າມະນຸດ ການພະນັນ ການຄ້າເຖື່ອນ ການຟອກເງິນ ແລະອາຊະຍາກຳທາງ ອິນເຕີເນັດ ໃນທຸກຮູບແບບທີ່ແຝງຕົວຢູ່ໃນເຂດເສດຖະກິດພິເສດທັງໃນມຽນມາ ແລະລາວ ທີ່ເປັນເຂດສຳປະທານຂອງກຸ່ມທຶນຈີນນັ້ນ.

ທາງດ້ານ ພລ.ຕ.ອ ສຸຣະເຊດ ຫັກພານ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດໄທ ຢືນຢັນວ່າ ທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ເລີ້ມປະຕິບັດການຮ່ວມກັນເຂົ້າໃນການປາບປາມອາຊະຍາກຳທຸກຮູບແບບໃນເຂດລຸ່ມແມ່ນ້ຳຂອງ ນັບຈາກເດືອນກັນຍາ 2023 ເປັນຕົ້ນມາ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດທີ່ມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ ແລະກໍ່ອາຊະຍາກຳໃນທຸກຮູບແບບນັ້ນ ກໍຄືເປົ້າໝາຍສຳຄັນທີ່ຈະຕ້ອງປາບປາມຢ່າງເດັດຂາດ ເພາະໄດ້ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ສັງຄົມແລະຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ອັນລວມເຖິງແກັ່ງຫລອກລວງສໍ້ໂກງປະຊາຊົນທາງ ອິນເຕີເນັດທີ່ເອີ້ນວ່າ ແກັ່ງ ຄອລ ເຊັນເຕີ (Call Center) ດ້ວຍນຝັນ ຊຶ່ງການປາບປາມໃນໄລຍະທີ່ຜ່ານມາ ກໍຄືວ່າ ມີປະສິດທິພາບສູງຂຶ້ນ ໂດຍສະເພາະແມ່ນການປາບປາມການຄ້າມະນຸດຂ້າມຊາດນັ້ນ ກໍຍັງເຮັດໃຫ້ທາງການຕຳຫຼວດໄທ ໄດ້ຮັບການຊົມເຊີຍຈາກລັດຖະບານສະຫະລັດອາເມຣິກາ ດ້ວຍ ດັ່ງທີ່ ພລ.ຕ.ອ ສຸຣະເຊດ ຢືນຢັນວ່າ:

“ການບັງຄັບໃຊ້ກົດໝາຍຂອງຕຳຫຼວດທີ່ເພີ້ມສູງຂຶ້ນ ການພິສູດຕົວຕົນ ການຊ່ວຍເຫຼືອເຫຍື່ອ ກໍຄືເອົາເດັກກັບບ້ານ ທີ່ຫຼາຍຂຶ້ນກວ່າປີທີ່ແລ້ວເຖິງ 90 ເປີເຊັນ ການຂະຫຍາຍຜົນຈັບກຸມຜູ້ທີ່ລ່ວງລະເມີດທາງເພດຕໍ່ເດັກຫຼາຍເຖິງ 90 ເປີເຊັນນະເຫຼົ່ານີ້ ເປັນສະຖິຕິທີ່ລັດຖະບານສະຫະລັດ ໃຫ້ຄວາມສົນໃຈ ແລ້ວຂ້າພະເຈົ້າກະມອງວ່າ ຂະນະນີ້ ເຮົາຢູ່ທີ່ ເທຍທີ 2 ເພາະສະນັ້ນ ໃນມື້ນີ້ ເຮົາເຊື່ອໝັ້ນວ່າ ໃນປີນີ້ ປະເທດໄທເຮົາ ມີໂອກາດຈະກ້າວໄປເຖິງ ເທຍທີ 1 ເພາະສະນັ້ນ ອັນນີ້ ກະເປັນຂ່າວດີສຳລັບປະເທດໄທ ແລ້ວກະເປັນຂ່າວດີສຳລັບປະຊາຊົນຄົນໄທ ທີ່ສາມາດສົ່ງອອກສິນຄ້າໄປຍັງສະຫະລັດ.”

ທັງນີ້ ທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ເລີ້ມປະຕິບັດການຮ່ວມເພື່ອປາບປາມອາຊະຍາກຳໃນທຸກຮູບແບບ ໃນເຂດນລຸ່ມແມ່ນ້ຳຂອງ ນັບແຕ່ເດືອນກັນຍາ 2023 ເປັນຕົ້ນມານັ້ນ ພົບວ່າ ການຄ້າຢາເສບຕິດຍນັງຖືເປັນບັນຫາທີ່ຮຸນແຮງທີ່ສຸດ ແລະມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ ທີ່ກໍ່ອາຊະຍາກຳໄດ້ໃນທຸກຮູບແບບດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະດຳເນີນມາດຕະການປາບປາມໃຫ້ໄດ້ຢ່າງສິ້ນເຊິງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG