ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນໍ້າຖ້ວມຢູ່ໄທ ລົບກວນ ການຜະລິດສິນຄ້າ


Kuzey Idlib, Suriye, 31 Mart 2013
Kuzey Idlib, Suriye, 31 Mart 2013

ອົງການຈັດລະດັບການໃຫ້ຄະແນນສິນເຊື່ອຂອງໂລກກ່າວວ່າ ໄພນໍ້າຖ້ວມຮ້າຍແຮງຢູ່ທີ່ປະ
ເທດໄທໄດ້ລົບກວນການຜະລິດສິນຄ້າແລະສ້າງຄວາມເສຍຫາຍໃຫ້ແກ່ການຜະລິດຊິ້ນສ່ວນ ທີ່ໃຊ້ຢູ່ໃນໂຮງຈັກໂຮງງານຕ່າງໆໃນຕ່າງປະເທດ.

ປະເທດໄທເປັນບ່ອນຜະລິດທີ່ສຳຄັນ ສຳລັບບໍລິສັດອີເລັກໂທຣນິກແລະລົດໂອໂຕຂອງຍີ່ປຸ່ນ
ໂດຍໄດ້ຜະລິດທັງສິນຄ້າສຳເລັດຮູບແລະຊິ້ນສ່ວນທີ່ຈຳເປັນຕ່າງໆເພື່ອນຳໄປປະກອບຢູ່ບ່ອນ
ອື່ນ.

ລາຍງານສອງສະບັບຂອງບໍລິສັດຈັດລະດັບສິນເຊື່ອ Standard & Poor’s ທີ່ອອກໃນມື້
ວັນພຸດວານນີ້ແຈ້ງວ່າ ພວກນັກຊ່ຽວຊານຂອງ​ຕົນຄິດວ່າ ການລົບກວນທີ່ວ່ານີ້ແມ່ນບໍ່ດົນພໍ
ທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ລະດັບສິນເຊື່ອຂອງບໍລິສັດທີ່ສຳຄັນໆຂອງຍີ່ປຸ່ນເຊັ່ນໂຕໂຢ
ຕ້າແລະໂຊນີນັ້ນ.

ລາຍງານຂອງອົງການຂ່າວຣອຍເຕີ້ແຈ້ງວ່າ ໄພນໍ້າຖ້ວມຢູ່ປະເທດໄທພາໃຫ້ມີການອັດໂຮງ
ງານຂອງບໍລິສັດໂຕໂຢຕ້າ ນິສສັນແລະຮອນດ້າ. ລາຍງານຂ່າວແຈ້ງວ່າ ການຂາດຊິ້ນສ່ວນ ຕ່າງໆເຮັດໃຫ້ບໍລິສັດໂຕໂຢຕ້າ ຕ້ອງໄດ້ຫຼຸດການຜະລິດລົງຈຳນວນນຶ່ງຢູ່ທີ່ປະເທດຍີ່ປຸ່ນ ອິນ
ໂດເນເຊຍ ຫວຽດນາມແລະຟີລິບປິນ. ສ່ວນລາຍງານຂອງອົງການຂ່າວ AFP ​ເວົ້າວ່າການ
ຂາດອຸບປະກອນຊິ້ນສ່ວນ ໄດ້ບັງຄັບໃຫ້ບໍລິສັດຮອນດ້າຕ້ອງໄດ້ປິດໂຮງງານທີ່ມາເລເຊຍ.

ການລົບກວນຈາກໄພນໍ້າຖ້ວມຍັງເຮັດໃຫ້ບໍລິສັດໂຊນີຕ້ອງໄດ້ເລື່ອນການນຳສະເໜີຜະລິດ
ຕະພັນໃໝ່ທີ່ສຳຄັນຊະນິດນຶ່ງນຳດ້ວຍ.

XS
SM
MD
LG