ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫລົບໄພນໍ້າຖ້ວມ ໃນບາງກອກ ເລີ່ມພາກັນກັບຄືນ ເມືອບ້ານແລ້ວ (ເບິ່ງວີດີໂອລາວ-ອັງກິດ)


ພວກຫລົບໄພນໍ້າຖ້ວມ ໃນບາງກອກ ເລີ່ມພາກັນກັບຄືນ ເມືອບ້ານແລ້ວ (ເບິ່ງວີດີໂອລາວ-ອັງກິດ)
ພວກຫລົບໄພນໍ້າຖ້ວມ ໃນບາງກອກ ເລີ່ມພາກັນກັບຄືນ ເມືອບ້ານແລ້ວ (ເບິ່ງວີດີໂອລາວ-ອັງກິດ)

ໄພ​ນໍ້າ​ຖ້ວມ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ​ໄທ ຊຶ່ງ​ເວລາ​ນີ້ລະ​ດັບ​ນໍ້າ​ກໍາລັງ​ລົດ​ລົງ​ຢ່າງຊ້າໆ. ​ແຕ່​ຢູ່​ໃນ​ຕົວ​ເມືອງ​ຫລວງ​ບາງກອກ​ຂອງ​ໄທ ພວກ​ປະສົບ​ໄພ​ນໍ້າ​ຖ້ວມ​ຫລາຍ​ໆຄົນ​ ຍັງ​ບໍ່​ກ້າ ​ກັບ​ຄືນ​ບ້ານ. ​ໃນ​ຂະນະ​ທີ່ລັດຖະບານ ​ກໍາລັງ​ປຶກສາ​ຫາລື​ກັນ​ເຖິງ​ວິທີການ​ທີ່​ຈະ​ຊ່ວຍ​ເຫລືອ ​ໃຫ້​ຄ່າ​ຊົດ​ເຊີຍ​ຜູ້​ປະສົບ​ໄພ​​ໃນ​ການ​ສູນ​ເສຍ​ຂອງ​ພວກ​ເຂົາ​ເຈົ້າ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Gabrielle Paluch ​ເວົ້າກັບ​ພວກຊາວບ້ານ​ຊາວ​ເມືອງ​ ຜູ້​ທີ່​ຈະ​ປະ​ເຊີນ​ກັບພາລະ​ການ​ສ້ອມ​ແປງ​ຊີວິດ ​ຂອງ​ພວກ​ເຂົາ​ເຈົ້າຄືນ​ໃໝ່​ຢ່າງ​ໃດ.

ເບິ່ງວີດີໂອລາຍງານພາສາລາວ:

ທີ່​ສູນ​ຫລົບ​ໄພ​ນໍ້າ​ຖ້ວມ ​ແຈ້ງ ວັດທະນາ ​ໃນເມືອງ​ຫລວງບາງກອກຂອງ​ໄທ ທີ່​ຈຸ​ຜູ້​ປະສົບ​ໄພ
ໄດ້ 3,800 ຄົນ ມີ​ຫລາຍ​ຄົນ​ກໍ​ກັບ​ຕ່າວ​ຄືນ​ບ້ານ​ແດ່​ແລ້ວ.

ໃນ​ລະດູ​ທີ່​ແຫ້ງ​ກວ່າ ນາຍ​ເດດ ຜູ້ປະສານ​ງານ​ອາສາ​ສະໝັກ​ສໍາລັບ​ກຸ່ມ​ເຍົາວະ​ຊົນ​ບາງກອກ
ຊຶ່ງໃນ​ຫລາຍອາທິ​ດຜ່ານ​ມາບໍ່​ດົນ​ນີ້ ນາຍ​ເດດ ​ໄດ້ທໍາ​ງານ​ຊ່ວຍ​ເຫລືອ​ພວກ​ປະສົບ​ໄພ​ຢູ່​ທີ່​
ສູນ​ແຫ່ງ​ນີ້. ນາຍ​ເດດ​ເວົ້າວ່າ:

​ຜູ້​ປະສົບ​ໄພນໍ້າຖ້ວມຜູ້ນຶ່ງ ທີ່ກັບຈາກ​ສູນ​ຫລົບ​ໄພ​ ນໍ້າ​ຖ້ວມ ຄືນມາບ້ານເຮືອນຂອງຕົນ ທີ່ຢູ່ໃກ້ເຂດ ຊານເມືອງຫລວງບາງກອກ
​ຜູ້​ປະສົບ​ໄພນໍ້າຖ້ວມຜູ້ນຶ່ງ ທີ່ກັບຈາກ​ສູນ​ຫລົບ​ໄພ​ ນໍ້າ​ຖ້ວມ ຄືນມາບ້ານເຮືອນຂອງຕົນ ທີ່ຢູ່ໃກ້ເຂດ ຊານເມືອງຫລວງບາງກອກ

“ບາງ​ຄົນ​ກໍ​ກັບ​ຄືນ​ໄປ​ບ້ານ
ແລ້ວ ພຽງ​ແຕ່​ຢາກ​ໄປ​ກວດ
ເບິ່ງ​ວ່າ​ຍັງ​ມີ​ນໍ້າ​ຢູ່​ເຂດຄຸ້ມ
ບ້ານ​ຂອງ​ພວກ​ເຂົາ​ເຈົ້າຫລື​
ບໍ່? ສະພາບ​ນໍ້າ​ແມ່ນ​ເນົ່າ​
ເໝັນ​ຫລາຍແລະ​ພວກເຄາະ​
ຮ້າຍ​ເຫລົ່າ​ນີ້ກໍ​ບໍ່​ມີ​ເງິນ ຫລື​
ອຸບປະກອນ​ໃດ​ໆ ​ແລະ​ດັ່ງ
ນັ້ນ​ພວກ​ເຂົາ​ເຈົ້າກໍ​ກັບ​ຄືນ
ມາ ​ແລະ​ຂໍ​ຮ້ອງ​ພວກ​ເຈົ້າ
ໜ້າ​ທີ່ຢູ່​ສູນ​ນີ້​ຕໍ່ໄປ​ຊົ່ວ​ໄລຍະ
ນຶ່ງ ຈະ​ໄດ້​ບໍ່?”

ຫລັງ​ຈາກ​ໄດ້​ຫລັບ​ນອນ​ຢູ່​ພື້ນປູ​ກະ​ເບື້ອງມາ​ໄດ້​ນຶ່ງ​ເດືອນ​ແລ້ວ​ນັ້ນ ນາງ ​ສຸນັນ ຈິດ​ສະຫວ່າງ ອາຍຸ 49 ປີ ກໍ​ຕັດສິນ​ໃຈ​ກັບ​ຄືນ​ບ້ານ ​ໄລຍະ​ທາງ 15 ຫລັກ​ກິ​ໂລ​ແມດ ທີ່​ຕ້ອງ​ໃຊ້​ເວລາ​ສອງ​ຊົ່ວ​ໂມງ​ ​ໃນ​ລົດ​ເມ​ທີ່ອອກ​ແບບ​ແລ່ນ​ຜ່າ​ນໍ້າ​ເລິກ​ໄດ້.

ຢູ່​ນອກ​ບ້ານ​ຂອງ​ນາງ​ນັ້ນ ປໍ້າ​ນໍ້າ​ທີ່​ເປັ່ງ​ນໍ້າ​ອອກ​ຕ້ອງ​ທໍາ​ງານ​ຕະຫລອດ 24 ຊົ່ວ​ໂມງ. ​ເຖິງ​ແມ່ນ​ລະດັບ​ນໍ້າ​ລົດ​ຕໍ່າ​ລົງ​ນຶ່ງ​ແມດ​ທີ່​ບ້າ​ນ​ເຂດຣັງສິດ​ຂອງ​ລາວ​ນັ້ນ​ກໍ​ຕາມ ມັນ​ຕ້ອງ​ໄດ້​ໃຊ້​ເວລາ​ດົນ​ກວ່າ​ນີ້ ນາງ​ມີ​ສະມາຊິກ​ຄອບຄົວ ທັງ​ໝົດ 10 ຄົນ ​ໂຮມ​ທັງ ​ແມ່ທີ່​ເຖົ້າ​ແກ່ຂອງ​ນາງ ທີ່​ເປັນໂຣກຫືດ​ຮ້າຍ​ແຮງແລະ​ເຈັບ​ຫລັງນັ້ນ

“ຂ້ອຍ​ບໍ່​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ຢ່າງ​ໃດ ຍັງ​ບໍ່​ມີ​ເວລາ​ໄປ​ຄິດ​ມັນ​ເທື່ອ ສິ່ງ​ທີ່ຂ້ອຍ
ເປັນ​ຫ່ວງ​ຫລາຍ​ກວ່າ​ອື່ນ​ໃດ​ໃນ​ເວລາ​ນີ້​ກໍ​ຄື​ເງິນ. ສະມາຊິກ​ໃນ​ຄອບຄົວ​ມີ​ບໍ່ເທົ່າ​
ໃດ​ຄົນ​ທີ່​ທໍາ​ງານ​ຫາ​ເງິນ ​ແລະ​ຂ້ອຍ​ກໍ​ຍັງ​ບໍ່​ຮູ້​ວ່າ​ຈະ​ເອົາ​ເງິນ​ມາ​ແຕ່​ໃສ ມາ​ສ້ອມ
ແປງ​ບ້ານ.”

ໄພ​ນໍ້າ​ຖ້ວມ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຂອງ​ໄທ ທີ່​ຄິດ​ເປັນ​ມູນ​ຄ່າ​ເສຍຫາຍ​ເທົ່າ​ເຖິງ​ປັດຈຸບັນ​ນີ້​ຢ່າງ​ໜ້ອຍ​ກໍ​ຕົກ​ຢູ່​ປະມານ 320 ລ້ານ​ໂດ​ລາ ບ້ານພວກ​ເພື່ອນ​ບ້ານ​ໄກ້​ຄຽງ​ກໍ​ຖ້ວມ​ມາ​ໄດ້​ຫລາຍ​ອາທິດ​ແລ້ວ ນໍ້າ​ເນົາ​ເໝັນ​ບວກ ກັບ​ນໍ້າ​ເສຍ​ແລະ​ຂີ້​ເຫຍື້ອ ພວກ​ປະກັນ​ໄພກໍຍັງກໍາລັງກວດສອບ​ຜົນ​ເສຍ​ຫາຍ​ນັ້ນ​ຢູ່.

“​ໂດຍ​ພື້ນຖານ​ແລ້ວ ​ເທົ່າ​ທີ່​ພວກ​ເຮົາ​ຄາດ​ການ​ນັ້ນ ກໍ​ແມ່ນ​ວ່າ ມີ​ບ້ານ​ເກືອບ 20
ລ້ານ​ຫລັງ​ອ້ອມ​ແອ້ມ​ບາງກອກ ​ແລະໃນ​ເຂດພາກ​ກາງຂອງ​ໄທ​ທີ່​ຖືກນໍ້າ​ຖ້ວມ ​
ແຕ່​ມີ​ພຽງ​ປະມານ​ຕໍ່າ​ກວ່າ​ນຶ່ງ​ເປີ​ເຊັນ​ຂອງ​ບ້ານ​ຈໍານວນ​ດັ່ງກ່າວ​ນີ້ ທີ່​ມີ​ປະກັນ​ໄພ​
ນໍ້າ​ຖ້ວມ ​ແລະ​ສ່ວນ​ຫລາຍ​ແລ້ວ​ບໍ່​ມີ​ປະກັນ​ໄພ​ນໍ້າ​ຖ້ວມ.”

ນາງ​ສຸນັນ ກ່າວ​ວ່າ ນາງ​ກໍ​ຈໍາ​ເປັນ​ອາ​ໃສ​ຢູ່​ໃນ​ບ້ານ​ທີ່​ຖືກ​ນໍ້າ​ຖ້ວມ​ຂອງ​ນາງນັ້ນ ຖ້າ​ຫາກ​ແມ່​ບໍ່
ເຈັບ​ປ່ວຍ ​ແລະ​ນາງ​ກໍ​ກະວົນກະວາຍ​ທີ່​ຈະ​ຟື້ນ​ຊີວິດ​ຄືນ​ໃໝ່.

“ເຮົາ​ຈະ​ບໍ່​ຂໍ​ທວງ​ຄ່າເສຍ​ຫາຍ​ຈາກ​ປະກັນ​ໄພ​ຫລາຍ​ປານ​ໃດ ພຽງ​ແຕ່​ຂໍ​ໃຫ້ຊ່ວຍ
ຄ່າ​ຊື້​ເຄຶ່ອງ​ເຮືອນ​ມາ​ແທນ​ກໍ​ພໍ ​ເຊັ່ນ ຕຽງ​ນອນໝອນ​ມຸ້ງ ​ແລະ​ຕູ້​ເກັບ​ເຄຶ່ອງ​ເປັນ​ຕົ້ນ
ປັດຈຸບັນ​ນີ້ ພວກ​ເຮົາ​ນອນ​ຢູ່​ພື້ນ ​ແລະ​ກໍ​ມີ​ງູ ມີ​ບົ້ງກື.”

ບັດ​ນີ້ ພວກ​ປະສົບ​ໄພ​ນໍ້າ​ຖ້ວມ​ທັງຫລາຍ​ພາກັນ​ກັບ​ຕ່າວ​ຄືນ​ບ້ານ ​ແຕ່​ຫລາຍໆ​ຄົນຈະ​ປະ​ເຊີນ​ກັບ
ຄວາມ​ຍາກ​ລໍາບາກ​ຢ່າງ​ແສນ​ສາຫັດທີ່​ຈະ​ດໍາ​ເນີນ​ຊີວິດ​ຕໍ່​ໄປ ​ຊຶ່ງແມ່ນ​ພຽງ​ເປັນ​ຈຸດ​ເລິ່ມຕົ້ນ​ເທົ່ານັ້ນ.

XS
SM
MD
LG