ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກກະສິກອນໄທ ໂຮມຊຸມນຸມ ຮຽກຮ້ອງ ເອົາເງິນຄ່າເຂົ້າ ຈາກລັດຖະບານ (ສະ​ໄລ​ດ໌/ວີດີໂອ)


ພວກກະສິກອນໄທ ພາກັນຖືປ້າຍ ຂໍຮ້ອງລັດຖະບານ
ທ່ານນາງຍິ່ງລັກ ຊິນນະວັດ ຈ່າຍເງິນຄ່າເຂົ້າສານ ທີ່ພວກ
ເຂົາເຈົ້າຂາຍໃຫ້ລັດຖະບານ ຢູ່ນອກກະຊວງການຄ້າ
ໃນເຂດຊານເມືອງ ບາງກອກ.
ວັນທີ 6 ກຸມພາ, 2014.
ພວກກະສິກອນໄທ ພາກັນຖືປ້າຍ ຂໍຮ້ອງລັດຖະບານ ທ່ານນາງຍິ່ງລັກ ຊິນນະວັດ ຈ່າຍເງິນຄ່າເຂົ້າສານ ທີ່ພວກ ເຂົາເຈົ້າຂາຍໃຫ້ລັດຖະບານ ຢູ່ນອກກະຊວງການຄ້າ ໃນເຂດຊານເມືອງ ບາງກອກ. ວັນທີ 6 ກຸມພາ, 2014.
ພວກ​ກະສິກອນ​ຫຼາຍ​ຮ້ອຍ​ຄົນ ​ພາກັນ​ໂຮມ​ຊຸມນຸມ​ ​ຢູ່​ນອກ​ກະ
ຊວງ​ຍຸຕິທຳ​ໃນ​ນະຄອນຫຼວງ​ບາງກອກ ​ເພື່ອ​ຮຽກຮ້ອງ​ເອົາເງິນ
​ຄ່າ​ເຂົ້າສານ ​ທີ່​ພວກ​ເຂົາເຈົ້າ​ໄດ້​ຂາຍ​ໃຫ້​ລັດຖະບານ ພາຍ​ໃຕ້
ໂຄງການ​ຈຳນຳ​ເຂົ້າ​ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ ທີ່ກາຍກຳນົດ
​ຈ່າຍມາ​ແລ້ວ​ນັ້ນ.

ຄະນະ​ນຳພາພວກ​ປະ​ທ້ວງ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​
ວາງ​ແຜນ​ທີ່ຈະ​ເດີນຂະ​ບວນ​ໄປ​ຍັງ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ເຊັ່ນ​ກັນ ບ່ອນ​ທີ່​ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ນາຍົກ​ລັດຖະມົນ
ຕີ​ຮັກສາ​ການ ​ໄດ້​ຕັ້ງ​ໂຮງການ​ຊົ່ວຄາວຂຶ້ນນັ້ນ​ ​ເພື່ອ​ກົດ​ດັນ​ໃຫ້​
ທ່ານ​ນາງ ​ເຄື່ອນ​ໄຫວ​ກ່ຽວ​ກັບ​ເງິນ​ຄ່າ​ຈຳນຳ​ເຂົ້າ ທີ່​ກາຍ​ກຳນົດ
​ມາ​ແລ້ວ​ນັ້ນ.



ການ​ກໍ່ກວນ​ຂອງພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຕໍ່​ການ​ເລືອກ​ຕັ້ງທີ່​ຈັດ​ຂຶ້ນ​ກ່ອນ​ກຳນົດ​ ​ເມື່ອ​ວັນ​ທີ 2 ກຸມພາ​ຜ່ານ​ມາ​ນີ້ ​ໄດ້​ຂັດຂວາງ​ການ​ປ່ອນ​ບັດ​ເລືອກ​ຕັ້ງຢູ່​ໃນ​ຫຼາຍ​ແຫ່ງ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ ລັດຖະບານ​ຍັງເປັນ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຢູ່ ​ໂດຍ​ມີ​ອຳນາດ​ໃນ​ການ​ໃຊ້​ຈ່າຍ​ເງິນ​ທີ່​ຈຳກັດ ຈົນກວ່າວ່າ ຈະ​ມີ​ການ​ເລືອກ​ຕັ້ງ​ເອົາ​ຜູ້​ແທນ​ເຂົ້າປະຈໍາບ່ອນ​ນັ່ງ
ທັງ​ໝົດ​ໃນ​ສະພາ​ແຫ່ງ​ຊາດ. ​ນອກ​ນັ້ນ​ແລ້ວ ​ລັດຖະບານ​ຍັງໄດ້ມີ​ບັນຫາ​ຂັດ​ແຍ້​ງກັນ​ກັບ
​ຄະນະ​ກຳມະການ​ການ​ເລືອກ​ຕັ້ງ ກ່ຽວກັບ​ວ່າ ຜູ້​ໃດ​ມີ​ອຳນາດ​ໃນ​ການກຳນົດ​ວັນ​ເວລາ​ຂອງ​ການ​ເລືອກ​ຕັ້ງ​ໃໝ່​ຂຶ້ນ​ນັ້ນ.


Thai Protests 2-10-14
please wait
Embed

No media source currently available

0:00 0:01:09 0:00
XS
SM
MD
LG