ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງສິນ​ຄ້າອອກຂອງໄທ ກັບຄືນສູ່ສະພາບການຂະຫຍາຍໂຕ ໃນເດືອນເມສາ ເຊິ່ງສູງກວ່າທີ່ໄດ້ຄາດ ຄະເນໄວ້


ນາຍົກລົດຖະມົນຕີໄທ ທ່ານ ເສດຖາ ທະວີສິນ ພົບປະກັບສະມາຊິກຂອງຊຸມຊົນຊາວໄທ ໃນ ສະຫະລັດ ໃນນະຄອນນິວຢອກ, ວັນທີ 21 ກັນຍາ 2023.
ນາຍົກລົດຖະມົນຕີໄທ ທ່ານ ເສດຖາ ທະວີສິນ ພົບປະກັບສະມາຊິກຂອງຊຸມຊົນຊາວໄທ ໃນ ສະຫະລັດ ໃນນະຄອນນິວຢອກ, ວັນທີ 21 ກັນຍາ 2023.

ການສົ່ງອອກຂອງໄທໄດ້ກັບຄືນສູ່ສະພາບການຂະຫຍາຍໂຕ ໃນເດືອນເມສາ, ແລະ ໄວເກີນກວ່າທີ່ບັນດານັກວິເຄາະໄດ້ຄາດຄະເນໄວ້, ແລະກະຊວງການຄ້າກ່າວ ໃນວັນພະຫັດມື້ນີ້ວ່າ ການຂົນສົ່ງສິນຄ້າ ຄາດວ່າ ຈະມີກໍາໄລເລັກນ້ອຍໃນໄຕມາດທີສອງ, ອີງຕາມອົງການຂ່າວ ຣອຍເຕີສ໌.

ການສົ່ງອອກ ທີ່ອີງໃສ່ພາສີ ເພີ່ມຂຶ້ນ 6.8 ເປີເຊັນ ໃນເດືອນເມສາ ຈາກປີກ່ອນ, ເຊິ່ງສູງກວ່າການຄາດຄະເນວ່າ ຈະເພີ່ມຂຶ້ນ 0.35 ເປີເຊັນ ໃນການສໍາຫຼວດຂອງ ອົງການຂ່າວ ຣອຍເຕີສ໌, ແລະເມື່ອປຽບທຽບກັບເດືອນມີນາທີ່ຫຼຸດລົງ 10.9 ເປີເຊັນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ສົ່ງ​ອອກ ເຊິ່ງ​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳຄັນ​ຂອງ​ເສດຖະກິດ​ທີ່ໃຫຍ່​ອັນ​ດັບ​ສອງ​ຂອງ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້​ ໄດ້​ຫຼຸດ​ລົງ 6,7 ເປີເຊັນ ຈາກ​ເດືອນ​ມີນາ.

ກະຊວງ​ການ​ຄ້າ​ກ່າວໃນຖະແຫຼງການສະບັບນຶ່ງ​ວ່າ ການ​ສົ່ງ​ອອກ​ໃນ​ປີ​ນີ້​ ຈະ​ສືບ​ຕໍ່ຂະຫຍາຍໂຕ​ດີ ​ຍ້ອນ​ຄວາມ​ຕ້ອງການ​ສິນຄ້າ​ອຸດສາຫະກຳ​ທີ່​ເພີ່ມ​ຂຶ້ນ, ເຊິ່ງສອດຄ່ອງ​ກັບ​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ​ ແລະ​ອັດຕາໄພ​ເງິນ​ເຟີ້ ທີ່ຜ່ອນຄາຍລົງ, ​ໃນ​ຂະນະ​ທີ່​ສະພາບ​ດິນ​ຟ້າ​ອາກາດປ່ຽນແປງຢ່າງວ່ອງໄວ ​ຈະ​ເຮັດ​ໃຫ້​ລາຄາສິນຄ້າ​ກະສິກຳ​ ສູງ​ຂຶ້ນ.

"ພວກເຮົາຄາດວ່າການສົ່ງອອກຈະເພີ່ມຂຶ້ນຈາກ 0.8 ເປີເຊັນ ເປັນ 1 ເປີເຊັນ ໃນໄຕມາດທີ່ສອງ," ທ່ານ ພູນພົງ ໄນຍະນາພາກອນ (Poonpong Naiyanapakorn), ຫົວໜ້າສຳນັກງານນະໂຍບາຍ ແລະຍຸດທະສາດການຄ້າຂອງກະຊວງ ກ່າວໃນກອງປະຊຸມຖະແຫຼງຂ່າວ.

ທ່ານ ໄຊຊານ ຈະເຣີນສຸກ (Chaichan Chareonsuk) ປະທານ​ສະພາ​ຜູ້​ສົ່ງ​ອອກ​ສິນຄ້າທາງເຮືອ​ແຫ່ງ​ຊາດ​ໄທ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຈັງຫວະ​ການ​ສົ່ງ​ອອກ ​ແຕ່​ກ່າວ​ວ່າ "ບັນຫາ​ທາງ​ດ້ານ​ພູມ​ສາດການເມືອງ ​ສ້າງ​ຄວາມ​ສ່ຽງ​ສູງ".

ໃນ 4 ເດືອນ​ຕົ້ນ​ປີ 2024, ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 1,4 ເປີເຊັນ ເມື່ອ​ທຽບ​ໃສ່​ປີ​ກ່ອນ. ກະຊວງ​ດັ່ງກ່າວ ​ຍັງ​ຮັກສາ​ຄາດໝາຍ​ການຂະຫຍາຍໂຕຂອງ​ການ​ສົ່ງ​ອອກ​ຂອງ​ຕົນ ຢູ່ທີ່ 1 ຫາ 2 ເປີເຊັນ ​ໃນ​ປີ​ນີ້, ພາຍຫຼັງທີ່ໄດ້​ຫຼຸດ​ລົງ 1 ເປີເຊັນ​ໃນ​ປີ 2023.

BANGKOK, May 23 (Reuters) - Thailand's exports returned to growth in April, and at a much faster pace than analysts' expectations, and the commerce ministry said on Thursday shipments were expected to eke out a small gain in the second quarter.
Customs-based exports rose 6.8% in April from a year earlier, beating a forecast for a 0.35% increase in a Reuters poll, and compared with March's 10.9% decline.
Exports, a key driver of Southeast Asia's second-largest economy, dropped 6.7% from March, however.
Exports this year will continue to grow well due to increased demand for industrial goods, which aligns with the global economic recovery and easing inflation, while volatile weather conditions will drive up agricultural prices, the commerce ministry said in a statement.
"We expect exports to rise by 0.8% to 1% in the second quarter," Poonpong Naiyanapakorn, head of the ministry's Trade Policy and Strategy Office, told a press conference.
Chaichan Chareonsuk, chairman of the Thai National Shippers' Council, noted the export momentum, but said "geopolitical problems pose high risks".
In the first four months of 2024, exports rose 1.4% from a year earlier. The ministry is maintaining its export growth target of 1% to 2% this year, after a fall of 1% in 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG