ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິຊາການໄທ ເຕືອນວ່າ ບັນຫາອາຊະຍາກຳ ຈະເພີ້ມຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ ຖ້າຫາກວ່າ ໄດ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງ


ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.
ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.

ນັກວິຊາການໄທ ເຕືອນວ່າ ບັນຫາອາຊະຍາກຳ ຈະເພີ້ມຂຶ້ນແລະມີຄວາມຮຸນແຮງຫຼາຍຂຶ້ນ ຖ້າຫາກວ່າ ໄດ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອ ງເພື່ອເຊື່ອມຕໍ່ມຽນມາ-ລາວ-ໄທ ຢູ່ທີ່ສາມຫຼ່ຽມຄຳ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ສາສະດາຈານ ປິ່ນແກ້ວ ເຫຼືອງອະຣ່າມສີ ຜູ້ຊ່ຽວຊານດ້ານສັງຄົມສາດໃນລຸ່ມນ້ຳຂອງແຫ່ງມະຫາວິທະຍາໄລ ຊຽງໃໝ່ ໄດ້ໃຫ້ທັດສະນະວ່າ ການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ເພື່ອເຊື່ອມຕໍ່ລະຫວ່າງມຽນມາ ລາວ ແລະໄທ ຢູ່ທີ່ເຂດສາມ ຫຼ່ຽມຄຳ ທີ່ຈະລົງທຶນກໍ່ສ້າງໂດຍບໍລິສັດດອກງິ້ວຄຳ ຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວຂອງລາວນັ້ນ ຈະສົ່ງຜົນກະທົບດ້ານລົບຫຼາຍກວ່າດ້ານບວກຢ່າງແນ່ນ້ອນ ໂດຍສະເພາະ ແມ່ນບັນຫາອາຊະຍາກຳນັ້ນ ຈະມີຄວາມຮຸນແຮງຫຼາຍຂຶ້ນທັງການຄ້າຢາເສບຕິດ ການຄ້າມະນຸດ ການພະນັນ ການຄ້າຂອງເຖື່ອນ ການຟອກເງິນ ແລະອາຊະຍາກຳທາງ ອິນເຕີເນັດ (Internet) ໃນທຸກຮູບແບບທີ່ແຝງຕົວຢູ່ໃນເຂດເສດຖະກິດພິເສດ ທັງໃນມຽນມາ ແລະລາວ ທີ່ເປັນເຂດສຳປະທານຂອງກຸ່ມລົງທຶນຈີນນັ້ນ ດັ່ງທີ່ສາດສະດາຈານ ປິ່ນແກ້ວ ໃຫ້ການຢືນຢັນວ່າ:

“ຄົນຈີນ ຊຶ່ງຖືກຫລອກເຂົ້າໄປເຮັດວຽກ Call Center (ສູນໂທຕິດຕໍ່) ແລ້ວກໍຖືກຂາຍຕໍ່ ຈາກເຂດສາມຫຼ່ຽມທອງຄຳນີ້ ໄປທີ່ແມ່ສອດ ສຸດທ້າຍກໍໜີອອກມາ ເຂົາກໍລະບຸຈະແຈ້ງວ່າ ພື້ນທີ່ຢູ່ແຫ່ງນັ້ນຫັ້ນ ເປັນພື້ນທີ່ກົງກັນຂ້າມກັບທາງຊຽງແສນຫັ້ນ ຄຳຖາມຫັ້ນ ກໍເລີຍເປັນຄຳຖາມເລື້ອງນີ້ ຄືວ່າ ຖ້າເຮົາເຫັນພ້ອມ ກັບການສ້າງຂົວຫັ້ນ ຂົວຈະເປັນໂຄງສ້າງພື້ນຖານ ທີ່ເອື້ອອຳນວຍໃຫ້ການເຄື່ອນຍ້າຍຂອງກິດຈະກຳຜິດກົດໝາຍເຫຼົ່ານີ້ຫັ້ນ ມັນຂະຫຍາຍເຄືອຂ່າຍໄດ້ກວ້າງຂຶ້ນ ວ່ອງໄວຂຶ້ນຫຼາຍ.”

ທາງດ້ານ ພົນຕຳຫຼວດເອກ ສຸຣະເຊດ ຮັກພານ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດໄທ ຢືນຢັນວ່າ ທາງການຕຳຫຼວດຈີນ ມຽນມາ ລາວ ແລະໄທ ໄດ້ເລີ້ມປະຕິບັດການຮ່ວມກັນເຂົ້າໃນການປາບປາມອາຊະຍາກຳທຸກຮູບແບບ ໃນເຂດລຸ່ມແມ່ນ້ຳຂອງ ນັບຈາກເດືອນກັນຍາ 2023 ເປັນຕົ້ນມາ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດ ທີ່ມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ ແລະກໍ່ອາຊະຍາກຳໃນທຸກຮູບແບບນັ້ນ ກໍຄືເປົ້າໝາຍສຳຄັນທີ່ຈະຕ້ອງປາບປາມຢ່າງເດັດຂາດ ເພາະໄດ້ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວງອັນລວມເຖິງ ແກັ່ງຫລອກລວງສໍ້ໂກງປະຊາຊົນ ທາງອິນເຕີເນັດ ທີ່ເອີ້ນວ່າແກັ່ງ Call Center ດ້ວຍນັ້ນ ດັ່ງທີ່ ພົນຕຳຫຼວດເອກ ສຸຣະເຊດ ໄດ້ໃຫ້ການຢືນຢັນວ່າ:

“ພຶດຕິກຳ ກໍຄືການຫຼອກລວງ ແລ້ວໂອນເງິນຕໍ່ໆໆໄປ ຈົນໄປເຖິງ Call Center ມື້ນີ້ ເຮົາພໍຊາບພິກັດແລ້ວ ຕົວຜູ້ຕ້ອງຫາ ກໍຈະມີທັງຊາວຈີນ ເພາະສະນັ້ນ ກໍຕ້ອງຝາກເຖິງປະຊາຊົນຫັ້ນ ວ່າ ກໍລະນີມີໂທລະສັບມາຫັ້ນ ຫຼືວ່າ ມີ ເລື້ອງ (Story) ຕ່າງໆຫັ້ນ ເພາະສະນັ້ນ ໃນເລື້ອງຂອງການຫຼອກລວງ ກໍຈະມີຮູບແບບຊ້ຳໆເດີມໆ ເຊັ່ນຫຼອກລວງວ່າ ບັນຊີຂອງທ່ານຫັ້ນ ຢູ່ໃນລະຫວ່າງການຖືກກວດສອບເສັ້ນທາງການເງິນ ຂູ່ດຳເນີນຄະດີເລື້ອງຢາເສບຕິດ ທ່ານຕ້ອງໂອນເງິນຈາກບນັນຊີນີ້ ມາບັນຊີນັ້ນ ຫັ້ນນະ ເພາະສະນັ້ນ ວັນນີ້ກໍຕ້ອງໄລ່ໄປຈົນເຖິງຖານ Call Center ຫັ້ນ ກໍຕ້ອງເຮັດໃຫ້ສຸດ.”

ໂດຍຫລ້າສຸດ ທາງການຕຳຫຼວດ ທີ່ເຂດປົກຄອງຂອງຊົນຊາດວ້າ ຢູ່ເຂດຖານໃນພາກເໜືອຂອງມຽນມາ ກໍລາຍງານວາ ນັບແຕ່ເດືອນກັນຍາ 2023 ໄດ້ສົ່ງມອບອາຊະຍາກອນຈີນ ຫຼາຍກວ່າ 33,500 ຄົນ ໃຫ້ທາງການຕຳຫຼວດຈີນທີ່ແຂວງຢຸນໜານ ສ່ວນທາງການຕຳຫຼວດລາວ ກໍໄດ້ສົ່ງມອບອາຊະຍາກອນຈີນກວ່າ 3,000 ຄົນໃຫ້ກັບທາງການຕຳຫຼວດຈີນ ໃນໄລຍະດຽວກັນນີ້ ຊຶ່ງສ່ວນໃຫຍ່ກະທຳຜິດຖານຫລອກລວງ-ສໍ້ໂກງທາງ ອິນເຕີເນັດ ໂດຍມີສູນປະຕິບັດງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢູ່ທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ທີ່ມີມີຊາວຈີນ ເຂົ້າມາດຳ ເນີນທຸລະກິດ ແລະຢູ່ອາໄສຫຼາຍກວ່າ 80,000 ຄົນ ໃນປັດຈຸບັນນີ້.

ພາຍໃຕ້ສະພາບການທີ່ເກີດບັນຫາອາຊະຍາກຳເພີ້ມຂຶ້ນດັ່ງກ່າວ ທັງການຄ້າຢາເສບຕິດການຄ້າໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍນັ້ນ ກໍຍັງເຮັດໃຫ້ທາງການແຂວງບໍ່ແກ້ວ ຕ້ອງໄດ້ເພີ້ມມາດຕະການກວດກາຢ່າງເຂັ້ມງວດໃນເຂດ 39 ບ້ານທີ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດອີກດ້ວຍ.

ນອກຈາກນີ້ ທາງການຕຳຫຼວດຈີນ ມຽນມາ ລາວ ແລະໄທ ຍັງໄດ້ຮ່ວມກັນລາດ ຕະເວນ ໂດຍທາງເຮືອ ໃນແລວແມ່ນ້ຳຂອງ ລະຫວ່າງ 4 ປະເທດມາແລ້ວເຖິງ 135 ຄັ້ງ ນັບແຕ່ເດືອນທັນວາ 2011 ເຖິງເດືອນພະຈິກ 2023 ໂດຍໃນແຕ່ລະຄັ້ງຈະໃຊ້ເວລາ 4-5 ວັນ ເພື່ອການລາດຕະເວນໃນເຂດນ້ຳຂອງ ລະຫວ່າງ 4 ປະເທດ ທີ່ມີໄລຍະຍາວ 620 ກິໂລແມັດ ໂດຍສະເພາະ ແມ່ນໃນປີ 2023 ນີ້ ກໍເຮັດໃຫ້ທາງການຕຳຫຼວດໄທ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ກວ່າ 2 ໝື່ນລ້ານບາດ ໃນຂະນະທີ່ທາງການລາວ ສາມາດຈັບນັກຄ້າຢາເສບຕິດໄດ້ 15,966 ຄົນຢຶດຢາບ້າແລະຢາໄອຊ໌ ໄດ້ຫຼາຍກວ່າ 32 ໂຕນ ກັບສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດອີກ ຫຼາຍກວ່າ 260 ໂຕນ ໃນໄລຍະດຽວກັນ.

XS
SM
MD
LG