ອະດີດນາຍົກລັດຖະມົນຕີຂອງ ໄທ ທ່ານ ທັກສິນ ຊິນນະວັດ ໄດ້ເດີນທາງດ້ວຍເຮືອບິນສ່ວນຕົວເພື່ອໄປຢ້ຽມຢາມບ້ານເກີດຂອງທ່ານຢູ່ຈັງຫວັດ ຊຽງໃໝ່ ເປັນຄັ້ງທຳອິດໃນວັນພະຫັດມື້ນີ້ ນັບຕັ້ງແຕ່ໄດ້ຫຼົບໜີອອກຈາກປະເທດຫຼັງຈາກການກໍ່ລັດຖະປະຫານໃນປີ 2006.
ມະຫາເສດຖີພັນລ້ານທີ່ມີອິດພົນດັ່ງກ່າວ ໄດ້ເປັນບຸກຄົນສຳຄັນໃນການເມືອງໄທ ເປັນເວລາສອງທົດສະວັດ, ເຊິ່ງໃນລະຫວ່າງນັ້ນພັກເພື່ອໄທທີ່ໄດ້ຮັບການໜູນຫລັງໂດຍຄອບຄົວຂອງທ່ານ ໄດ້ຊະນະການເລືອກຕັ້ງທົ່ວໄປເກືອບທຸກຄັ້ງ ແລະ ຕອນນີ້ແມ່ນຢູ່ໃນອຳນາດ.
ໃນເດືອນສິງຫາທີ່ຜ່ານມາທ່ານໄດ້ທຳການເດີນທາງກັບບ້ານຄັ້ງສຳຄັນຈາກການເນລະເທດຕົນເອງ ເພື່ອຫຼີກລ່ຽງການຖືກຂັງຄຸກສຳລັບການກ່າວຫາລະເມີດອຳນາດ.
ຫຼັງຈາກຖືກຂັງໃນຄຸກໂຮງໝໍພຽງ 6 ເດືອນ, ທ່ານ ທັກສິນ ກໍໄດ້ຮັບການປ່ອຍໂຕໂດຍມີເງື່ອນໄຂ ໃນເດືອນກຸມພາທີ່ຜ່ານມາ ແມ່ນກະທັ້ງທີ່ບໍ່ໄດ້ຢູ່ໃນຄຸກແມ່ນແຕ່ຄືນດຽວສຳລັບການຕັດສິນໂທດທີ່ຖືກຫຼຸດຜ່ອນລົງໂດຍກະສັດຈາກ 8 ປີເປັນ 1 ປີ.
ທ່ານ ທັກສິນ, ທີ່ໃສ່ຜ້າປິດປາກ ແລະ ສິ່ງຄ້ຳຈູນຄໍ, ໄດ້ຍ່າງຄຽງຂ້າງລູກສາວຄືທ່ານນາງ ແພທອງທານ ຊິນນະວັດ, ລັດຖະມົນຕີກະຊວງກະສິກຳ ທ່ານ ທຳມະນັດ ພຣົມພາວ ແລະ ເຈົ້າໜ້າທີ່ຫຼາຍສິບຄົນເວລາທີ່ທ່ານເດີນທາງຮອດສຳລັບການຢ້ຽມຢາມ, ແຕ່ທ່ານບໍ່ໄດ້ລົມກັບສື່ມວນຊົນ.
ຜູ້ສະໜັບສະໜູນຄົນນຶ່ງໄດ້ກ່າວຕໍ່ອະດີດນາຍົກໃນການຢຸດແວ່ຄັ້ງທຳອິດຢູ່ສວນສາທາລະນະແຫ່ງນຶ່ງວ່າ “ຄິດຮອດທ່ານ,” ບ່ອນທີ່ທ່ານໄດ້ພົບປະກັບກຸ່ມປະຊາຊົນຫຼາຍສິບຄົນ ໂດຍທ່ານໄດ້ນົບຕາມປະເພນີການທັກທາຍຂອງຄົນ ໄທ, ກ່ອນທີ່ນາງຈະຖ່າຍຮູບແຊວຟີກັບທ່ານ.
ຄຳວ່າ “ນາຍົກລັດຖະມົນຕີໃນຫົວໃຈຂອງພວກເຮົາ,” ໄດ້ຖືກພິມໃສ່ກ້ອງຮູບຂອງທ່ານ ທັກສິນ ທີ່ຕິດຢູ່ເສື້ອຄຸມຂອງອີກຄົນນຶ່ງ.
ໃນເວລາຂອງການປ່ອຍຕົວທ່ານອອກຈາກຄຸກນັ້ນ, ເຈົ້າໜ້າທີ່ຄົນນຶ່ງໄດ້ອະທິບາຍວ່າ ທ່ານ “ມີຄວາມເຈັບປ່ວຍຢ່າງແທ້ຈິງ,” ເຊິ່ງທ່ານຕ້ອງໄດ້ນັ່ງຢູ່ລໍ້ ແລະ ໃສ່ຜ້າຄ້ອງແຂນ.
ລັດຖະມົນຕີກະຊວງຍຸຕິທຳ ທ່ານ ທະວີ ສອດຊ່ອງ ໄດ້ກ່າວວ່າທ່ານ ທັກສິນ ໄດ້ຂໍອະນຸຍາດສຳລັບການຢ້ຽມຢາມດັ່ງກ່າວ ເພື່ອຫາຄຳແນະນຳທາງການແພດອື່ນ ແລະ ສະແດງຄວາມເຄົາລົບຕໍ່ບັນພະບູລຸດຂອງທ່ານ.
ຟໍຣັມສະແດງຄວາມຄິດເຫັນ