ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກໄທ ຖືກຟ້ອງ ກ່ຽວກັບ ໂຄງການຈຳນຳເຂົ້າ ທີ່ລົ້ມແຫຼວ


ປະທານອະທິໄອຍະການຂອງໄທ ພະແນກການດຳເນີນຄະດີພິເສດ ທ່ານ Chutichai Sakhakorn (ຂວາ) ຖືສຳເນົາເອກະການສານຟ້ອງຮ້ອງ ໃນຂະນະທີ່ ປະທານໃຫຍ່ ພະແນກສືບສວນສອບສວນ ທ່ານ Surasak Threerattrakul ຢືນເບິ່ງຢູ່ດ້ານຫຼັງ ຢູ່ທີ່ສານສູງສຸດໃນບາງກອກ, ວັນທີ 19 ກຸມພາ 2015.
ປະທານອະທິໄອຍະການຂອງໄທ ພະແນກການດຳເນີນຄະດີພິເສດ ທ່ານ Chutichai Sakhakorn (ຂວາ) ຖືສຳເນົາເອກະການສານຟ້ອງຮ້ອງ ໃນຂະນະທີ່ ປະທານໃຫຍ່ ພະແນກສືບສວນສອບສວນ ທ່ານ Surasak Threerattrakul ຢືນເບິ່ງຢູ່ດ້ານຫຼັງ ຢູ່ທີ່ສານສູງສຸດໃນບາງກອກ, ວັນທີ 19 ກຸມພາ 2015.

ອະທິໄອຍະການ​ຂອງໄທ​ ​ໄດ້​ຍື່ນ​ຟ້ອງ​ທາງ​ອາຍາ​ຕໍ່​ອະດີດນາຍົກ
ລັດຖະມົນຕີ​ ທ່ານ​ນາງ​ຍິ່ງ​ລັກ ຊີນນະ​ວັດ ກ່ຽວ​ກັບ​ການ​ພົວພັນ​ນຳ
ໂຄງການ​ຈຳນຳ​ເຂົ້າທີ່ຜິດ​ພາດ ຊຶ່ງ​ໄດ້​ສ້າງຄວາມ​ເສຍຫາຍໃຫ້​ແກ່​
ປະ​ເທດຊາດຫຼາຍຕື້​ດອນ​ລາ.

ອະທິໄອຍະການ ​ໄດ້​ຟ້ອງ ທ່ານ​ນາງ​ຍິ່ງ​ລັກ ​ໃນ​ວັນ​ພະຫັດ​ມື້​ນີ້ ​
ໃນ​ຂໍ້​ຫາ​ປ່ອຍປະ​ລະ​ເລີຍ​ຕໍ່ໜ້າ​ທີ່ ກ່ຽວກັບການ​ເບິ່ງ​ແຍງ​ໂຄງ
ການ​ດັ່ງກ່າວ ທີ່ໄດ້​ຊື້​ເຂົ້າຈາກບັນດາ​ກະ​ເສດຕະກອນ​ ໃນ​ລາ
ຄາ​ທີ່​ສູງ​ກວ່າທ້ອງຕະຫຼາດ. ບັນດາຝ່າຍ​ຄ້ານ​ ຂອງ​ທ່ານ​ນາງ
ກ່າວ​ວ່າ ​ໂຄງການ​ດັ່ງກ່າວນີ້ ​ແມ່ນ​ເປັນ​ວິທີ​ການເອົາ​ໃຈ ​ພວກ
ກະ​ເສດ​ຕະກອນ ​ເພື່ອ​ໃຫ້ໄດ້ຮັບ​ການ​ສະໜັບ​ສະ​ໜຸນທາງ​ການ
​ເມືອງ.

ສານ​ສູງ​ສຸດ ​ຕ້ອງ​ໄດ້​ຕັດສິນ ​ພາຍ​ໃນວັນ​ທີ 19 ມີນາ ວ່າ​ຈະ​ຮັບ​ເອົາ ຄະດີ​ດັ່ງກ່າວຫຼືບໍ່. ຖ້າຫາກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ທ່ານ​ນາງ​ຍິ່ງ​ລັກ ອາດ​ຖືກ​ຈຳ​ຄຸກດົນ​ເຖິງ 10 ​ປີ.

ທ່ານ​ນາງ​ຍິ່ງ​ລັກ ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ຄຳ​ສັ່ງ​ຂອງ​ສານ ​ໃນເດືອນ​
ພຶດສະພາ ປີ 2014 ​ບໍ່​ເທົ່າ​ໃດ​ມື້ກ່ອນ​ທີີ່ພວກທະຫານ​ໄດ້​ຢຶດ​ເອົາ​ອຳນາດ. ​ເມື່ອ​ເດືອນ
​ແລ້ວ​ນີ້ ສະພາ​ນິຕິບັນຍັດໄທ​ທີ່​ຖືກ​ແຕ່ງ ຕັ້ງ​ໂດຍທະຫານ ​ກໍໄດ້​ທຳການຟ້ອງ​ຮ້ອງທ່ານ​ນາງ
ກ່ຽວກັບການກະທຳ ຢ້ອນຫຼັງ ​ແລະ ​ໄດ້​ຫ້າມ​ທ່ານ​ນາງ​ບໍ່ໃຫ້​ຫຼິ້ນການ​ເມືອງ​ເປັນ​ເວລາ 5 ປີ.

ນອກນັ້ນລັດຖະບານ​ທະຫານ​ໄທ ​ແມ່ນ​ຍັງ​ພິຈາລະນາ ຈະ​ຟ້ອງຮ້ອງ ໃນທາງແພ່ງຕໍ່​ທ່ານນາງ​ ຍິ່ງ​ລັກອີກ​ດ້ວຍ. ຄະນະ​ກຳມາ​ທິການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງໄທ ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ແນະນຳ​ໃຫ້​ລັດຖະບານ ຮຽກຮ້ອງເອົາ​ຄ່າ​ເສຍ​ຫາຍ ກ່ຽວກັບ​ໂຄງການ​ຈຳນຳ​ເຂົ້າຈາກທ່ານ
​ນາງຍິ່ງລັກ ໃນມູນ​ຄ່າ 18 ຕື້​ດອນ​ລາ.

ອະດີດ​ນາຍົກລັດຖະມົນຍິ່ງລັກ ກ່າວອ້າງ​ວ່າ ການດຳເນີນ​ຄະດີຕໍ່ທ່ານ​ນາງ ​ແມ່ນມີ
ຈຸດປະສົງທາງການເມືອງ ​ແລະ ຢືນ​ຢັດ​ວ່າ ​ໂຄງການ​ຈຳນຳ​ເຂົ້ານັ້ນ ​ໄດ້ເກີດ​ຜົນດີ ​ຕໍ່
​ກະ​ເສດ​ຕະກອນ​ໄທ.

THAILAND POLITICS VIDEO
please wait

No media source currently available

0:00 0:00:36 0:00

XS
SM
MD
LG