ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນັກເຄື່ອນໄຫວ ເພື່ອສິ່ງແວດລ້ອມ ຢູ່ໄທ ຮຽກຮ້ອງ ໃຫ້ຜ່ອນຜັນ ໃນການປະທ້ວງ


ຜູ້ຊາຍຄົນນຶ່ງ ຖືປ້າຍປະທ້ວງ ການສ້າງໂຮງໄຟຟ້າ ທີ່ແລ່ນດ້ວຍຖ່ານຫີນ.
ຜູ້ຊາຍຄົນນຶ່ງ ຖືປ້າຍປະທ້ວງ ການສ້າງໂຮງໄຟຟ້າ ທີ່ແລ່ນດ້ວຍຖ່ານຫີນ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອສິ່ງ​ແວດ​ລ້ອມ​ໃນ​ໄທຮຽກຮ້ອງ​ໃຫ້​ລັດຖະບານທະຫານຖອນ
​ຄຳ​ສັ່ງ ຊຶ່ງ​ໃນ​ປັດຈຸບັນ​ນີ້ ​ໄດ້​ຫ້າມ​ບໍ່​ໃຫ້​ມີການ​ປະ​ທ້ວງ​ ຕໍ່ຕ້ານ​ໂຄງການ​ອຸດສາຫະກຳ​
ແລະ​ການ​ພັດທະນາ​ຕ່າ​ງໆ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າກຳ​ອຳນາດ​ ໃນ​ເດືອນ​ພຶດສະພາ​ ປີ 2014 ​ເປັນຕົ້ນມາ ຄະນະຮັກ
ສາຄວາມ​ສະຫງົບ​ແຫ່ງ​ຊາດ ​ໄດ້​ອອກ​ກົດລະບຽບ​ທີ່​ເຄັ່ງ​ຄັດ ຮວມທັງ​ມາດຕາຕ່າງໆ
​ຂອງ​ລັດຖະທຳ​ມະນູນ​ຊົ່ວຄາວ ທີ່​ສາມາດ​ປະຕິ​ເສດ​ຫຼືບໍ່​ກໍຍົກ​ເລີກ​ກົດໝາຍ​ແລະລະ
ບຽບ​ການ​ອື່ນໆ​ໄດ້.

​ໃນ​ປີ 2016 ນາຍົກລັດຖະມົນຕີ ປຣະຢຸດ ຈັນ​ໂອຊາ ໄດ້​ນຳ​ໃຊ້​ກົດໝາຍ ​ຈາກມາດ
ຕາ 44 ຂອງ​ລັດຖະທຳ​ມະນູນ ​ເພື່ອ​ແກ້​ໄຂ​ລະບຽບການດ້ານສິ່ງ​ແວດ​ລ້ອມ​ແລະອະ
ນຸຍາດ​ໃຫ້ການ​ພັດທະນາ​ ພື້ນຖານ​ໂຄງ​ລ່າງ ທີ່ກວມ​ເອົາ​ພາກ​ສ່ວນ​ຕ່າງໆ ​ໃນ​ຂອບ
​ເຂດ​ທີ່​ກວ້າງຂວາງ.

ພາກສ່ວນ​ເຫລົ່ານີ້​ແມ່ນ​ຮວມທັງ​ການ​ກໍ່ສ້າງ​ລະບົບ​ຂົນ​ສົ່ງ ​ໂຮງໝໍ ລະບົບ​ຊົນລະປະ
ທານ ​ແລະ​ເຂດ​ເສດຖະກິດ​ພິ​ເສດ​ເພື່ອ​ພັດທະນາ​ອຸດສາຫະກຳ.

ຄຳ​ສັ່ງ​ ຂອງລັດຖະບານ​ ໄດ້​ຍົກ​ເລີກ ​ລະບຽບ​ການ​ຕ່າງໆ ​ທີ່​ຄຸ້ມ​ຄອງ​ການວາງ​ແຜນ
​ເມືອງ ຄຳ​ສັ່ງ​ຂອງ​ກະຊວງ ຫຼືກົດໝາຍ​ຕ່າງໆ ທີ່​ອອກ​ໂດຍ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ການ
ວາງ​ແຜນ​ຫລື​ກົດ​ລະບຽບຂອງ​ທ້ອງ​ຖິ່ນ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມກ່າວ​ວ່າ ຄຳ​ສັ່ງດັ່ງກ່າວນີ້ ແມ່ນ​ເລັ່ງລັດ​ຂັ້ນ
ຕອນໃນການ​ກໍ່ສ້າງ​ໂຄງການທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ ​ແຕ່​ປ່ອຍ​ໃຫ້​ປະຊາຊົນ
​ໃນ​ເຂດ​ທ້ອງ​ຖິ່ນ​ ແລະ​ສິ່ງ​ແວດ​ລ້ອມ ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG