ພວກປະທ້ວງຕໍ່ຕ້ານລັດຖະບານໃນໄທ ບໍ່ຮັບຮູ້ການເລືອກຕັ້ງ
ກ່ອນກຳນົດທີ່ມີຂຶ້ນໃນວັນອາທິດວານນີ້ ແລະໃຫ້ຄຳໝັ້ນສັນຍາ
ທີ່ຈະສືບຕໍ່ທຳການປະທ້ວງຕາມຖະໜົນຫົນທາງ ເພື່ອໂຄ່ນລົ້ມ
ລັດຖະບານຮັກສາການຊົ່ວຄາວຂອງນາຍົກລັດຖະມົນຕີ ຍິ່ງລັກ
ຊິນນະວັດນັ້ນ.
ພັກປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານໃຫຍ່ ບໍ່ຍອມເຂົ້າຮ່ວມ
ໃນການເລືອກຕັ້ງ ແລະພວກປະທ້ວງໄດ້ພາກັນຂັດຂວາງ ການ
ປ່ອນບັດ ໂດຍກີດກັນການແຈກຢາຍໃບປ່ອນບັດແລະຂັດຂວາງ
ບໍ່ໃຫ້ພວກມີສິດປ່ອນບັດ ເຂົ້າໄປຍັງໜ່ວຍປ່ອນບັດ ໃນເຂດເລືອກຕັ້ງຫລາຍສິບແຫ່ງ.
ລັດຖະບານຮັກສາການ ກ່າວວ່າ ຕົນຈະຈັດການເລືອກຕັ້ງຮອບສອງຂຶ້ນ ສຳລັບປະມານ
10% ຂອງພວກປະຊາຊົນທີ່ບໍ່ສາມາດປ່ອນບັດ ໃນວັນອາທິດວານນີ້.
ແຕ່ວ່າ ຄະນະກໍາມະການເລືອກຕັ້ງໄດ້ກ່າວໃນວັນຈັນນີ້ວ່າ ຕົນບໍ່ສາມາດທີ່ຈະຈັດການ
ເລືອກຕັ້ງທົດແທນ ຂຶ້ນມາໄດ້ ຈົນກ່ວາວ່າການປະທ້ວງຈະຍຸດຕິລົງ.
ພວກປະທ້ວງກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າບໍ່ມີເຈດຕະນາໃດໆ ທີ່ຈະໜີອອກ
ຈາກຖະນົນຫົນທາງ ແລະຈະຕໍ່ສູ້ເພື່ອລົບລ້າງການເລືອກຕັ້ງ ໃນທຸກລະດັບ ຮວມທັງ
ນຳໃຊ້ ກົດໝາຍຂໍ້ນຶ່ງ ທີ່ກຳນົດວ່າ ການເລືອກຕັ້ງຕ້ອງມີຂຶ້ນໃນມື້ດຽວເທົ່ານັ້ນ.
ໃນຂະນະດຽວກັນ ພວກປະທ້ວງ ໄດ້ພາກັນມ້າງຄ້າຍຂອງເຂົາເຈົ້າບາງແຫ່ງລົງ ເພື່ອເສີມກຳລັງຢູ່ໃນແຫ່ງອື່ນໆໃຫ້ແຂງແຮງຂຶ້ນ.
ຄາດກັນວ່າ ຜົນຂອງການເລືອກຕັ້ງຈະບໍ່ຮູ້ຈັກໄດ້ ຈົນກ່ວາອີກຫຼາຍສັບປະດາ ແລະ
ພັກໃດທີ່ໄດ້ຮັບໄຊຊະນະ ກໍຈະບໍ່ສາມາດປະກອບລັດຖະບານໃໝ່ຂຶ້ນໄດ້ ຈົນກວ່າ
ຈະມີການເລືອກຕັ້ງໃໝ່ ໃນບັນດາເຂດ ທີ່ຖືກຂັດຂວາງນັ້ນເສຍກ່ອນ.
ເບິ່ງວີດີໂອ ກ່ຽວຂ້ອງກັບ ການເລືອກຕັ້ງຢູ່ໄທ: