ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະນຸດກົບໄທ ເສຍຊີວິດ ຫຼັງຈາກ ບໍ່ມີ ອອກຊີເຈນ ຫາຍໃຈ


ພວກກູ້ໄພນາໆຊາດ ກະກຽມທີ່ຈະເຂົ້າໄປໃນຖ້ຳ ບ່ອນທີ່ ພວກເຕະບານເດັກນ້ອຍ 12 ຄົນ ແລະຄູຝຶກ ຕົກຄ້າງຢູ່. (ວັນທີ 5 ກໍະລກົດ 2018)
ພວກກູ້ໄພນາໆຊາດ ກະກຽມທີ່ຈະເຂົ້າໄປໃນຖ້ຳ ບ່ອນທີ່ ພວກເຕະບານເດັກນ້ອຍ 12 ຄົນ ແລະຄູຝຶກ ຕົກຄ້າງຢູ່. (ວັນທີ 5 ກໍະລກົດ 2018)

ມະນຸດ​ກົບ​ໄທ​ຄົນ​ນຶ່ງ​ ເສຍ​ຊີວິດ​ ຫຼັງຈາກທີ່​ອອກ​ຊີ​ເຈນໝົດ​ໄປ​ ໃນ​ຂະນະ​ທີ່​ໄປ​ຊ່ວຍ ​ເຫລືອພວກເຕະບານ​ເດັກ​ນ້ອຍ 12 ຄົນ ​ແລະ​ຄູ​ຝຶກ​ ​ຂອງ​ພວກ​ເຂົາເຈົ້າທີ່ຕົກ​ຄ້າງຢູ່​
ໃນ​ຖໍ້າຫລວງ ທາງ​ພາກ​ເໜືອຂອງ​ໄທ ອີງ​ຕາມ​ຄໍາ​ເວົ້າຂອງ​ເຈົ້າໜ້າທີ່ຄົນ​ໃນວັນສຸກ
ມື້ນີ້.

ທ່ານ​ສະໝານ ພູ​ນານ, ອະດີດ​ສະມາຊິກ​ຂອງໜ່ວຍກ້າ​ຕາຍ​ຂອງ​ໄທ ​ໄດ້​ເສຍ​ຊີວິດ
ໃນ​ແລງ​ວັນ​ພະຫັດ​ວານ​ນີ້ ພາຍຫລັງ​ໄດ້​ເຂົ້າ​ໄປ​ໃນ​ຖໍ້າ ​ເພື່ອ​ເອົາ​ຖັງ​ອອກ​ຊີເຈນ ​ໃສ່
​ລຽບ​ແລວທາງ ທີ່​ອາດໃຊ້​ເພື່ອ​ຫລົບໜີ​ໄດ້ ​ແຕ່​ວ່າ​ບໍ່ມີ​ອອກ​ຊີ​ເຈນພຽງພໍ​ໃນ​ເວລາ​ທີ່​
ກັບ​ອອກ​ມາ​ຈາກ​ຖໍ້າ.

ການ​ເສຍ​ຊີວິດ​ຂອງ​ທ່ານ​ເປັນ​ເຫດການ​ທໍາ​ອິດ​ນັບ​ຕັ້ງ​ແຕ່​ມີ​ການ​ປະຕິບັດ​ງານກູ້​ໄພ​
ເລີ້ມຕົ້ນມາໄດ້​ສອງ​ອາທິດ​ແລ້ວ ຊຶ່ງ​ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ການ​ປະຕິບັດ​ງານ​ເພື່ອ​ເອົາ​ພວກເດັກນ້ອຍ ແລະຄູຝຶກດັ່ງກ່າວ​ ອອກ​ມາ​ຈາກ​ຖໍ້າ​ ທີ່​ມີ​ນໍ້າ​ຖ້ວມ​ແບບ​ດຽວກັນນັ້ນ
​ແມ່ນ​ເປັນ​ອັນຕລາຍ.

ການ​ກອບ​ກູ້​ເອົາ​ຊີວິດ​ຂອງຊາຍໜຸ່ມ 13 ຄົນ ທີ່​ຕົກ​ຄ້າງ​ຢູ່​ໃນ​ຖໍ້າ​ທີ່​ມີ​ນໍ້າ​ຖ້ວມຢູ່​ໄທ ​
ແມ່ນ​ມີ​ປະ​ເດັນຄວາມສ່ຽງ​ໃຫຍ່​ຢູ່​ສອງຢ່າງ ຄື 1 ​ແມ່ນມີ​ຝົນຕົກລົງ​ມາອີກແລະອີກ
​ປະ​ເດັນ​ນຶ່ງ​ກໍ​ຄື​ຄວາມ​ວິຕົກ​ກັງວົນ.

ທ່ານ ອາ​ແລນ ​ແວຣີວ (Alan Warild) ຫົວໜ້າ ທີ​ມ​ກູ້​ໄພ​ ໃນ​ຖໍ້ານິວຊາວ​ເວລສ໌
(New South Wales) ຂອງ​ອອສ​ເຕຣ​ເລຍ ໄດ້ກ່າວ​ຕໍ່ ວີ​ໂອ​ເອ​ ໃນ​ອາທິດ​ນີ້ວ່າ
"ການ​ໄປຢູ່​ໃນຄວາມ​ມືດ​ແມ່ນ​ເປັນໜ້າຢ້ານ​ຫລາຍ. ມັນ​ຈະ​ແມ່ນ​ນໍ້າຂີ້ຕົມ. ພວກ
​ເຂົາ​ເຈົ້າຈະ​ບໍ່​ເຫັນ​ອັນ​ໃດໝົດສິ່ງ​ທີ່​ຈະ​ເປັນ​ເລື້ອງຍາກ​ທີ່​ສຸດ​ຂອງ​ພວກເດັກນ້ອຍ​
ກໍ​ຄື​ທໍາ​ໃຈ​ສະຫງົບ​ໄວ້."

ທ່ານ ​ແວຣີວ (Warild) ສົນທະນາ​ທາງ​ເລືອກ ໃນ​ການ​ກູ້ເອົາຊີວິດຂອງ​ເດັກນ້ອຍ
ເຕະບານ 12 ຄົນ​ທີ່​ມີ​ອາຍຸແຕ່ 11 ຫາ 16 ປີແລະ​ຄູ​ຝຶກທີ່​ມີ​ອາຍຸ 25 ປີ ​ຂອງພວກ​
ເຂົາເຈົ້າ ທີ່​ພວກ​ນັກ​ຊ່ຽວຊານ​ດໍາ​ນໍ້າຂອງ​ອັງກິດ ​ພົບ​ເຫັນ​ໃນ​ວັນ​ຈັນ​ຜ່ານ​ມາ. ວີ​ດິ
​ໂອ​ທີ່​ຖ່າຍ​ເອົາ​ພວກ​ເຂົາ​ເຈົ້າ​ໃນ​ເວລາ​ບໍ່ດົນ ​ກ່ອນທີ່​ພວກ​ເຂົາ​ເຈົ້າຈະ​ຫາຍ​ສາບ​ສູນ
​ໃນ​ວັນ​ທີ 23 ມິຖຸນາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ເຈົ້າພາກັນຂີ່​ລົດຖີບເລາະ​ໄປ​
ຕາມ​ຖະໜົນຢູ່​ໃນ​ເມືອງແມ່​ສາຍ ພາຍ​ໃຕ້​ທ້ອງຟ້າ​ທີ່​ມືດ​ມົວ ທ່າ​ມກາງ​ສຽງລົມແຮງ
ໃນ​ຕອນ​ບ່າຍ​ວັນ​ເສົາ ​ເປັ່ງ​ອອກ​ມາ.

ລະບົບ​ຖໍ້າ​ຢູ່​ໃນແຂວງ​ຊຽງຮາ​ຍ ທີ່​ພວກ​ເດັກນ້ອຍ​ດັ່ງກ່າວ​ໄດ້​ຫາຍ​ສາບ​ສູນ​ ຢູ່​ໃນ​
ນັ້ນ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ເປັນຖໍ້າ​ທີ່ທີ່​ເລິກ ​ແລະ​ອັນຕະລາຍ. ​ເພື່ອ​ຈະ​ເຂົ້າ​ໄປ​ໃນ
​ໄດ້ ​ເດັກນ້ອຍ​ໄດ້​ຍ່າງ​ຜ່ານ​ປ້າຍ​ທີ່​ຂຽນບອກ​ວ່າບໍ່​ໃຫ້​ເຂົ້າ​ໄປ​ໃນ​ລະດູຝົນຢູ່ໃນ​ຂົງ
​ເຂດ​ນັ້ນ ທີ່​ເລີ້ມແຕ່​ເດືອນ​ກໍລະກົດ ຈົນ​ເຖິງ​ເດືອນພະຈິກ. ​ເມື່ອ​ເດັກນ້ອຍ​ເຂົ້າໄປ​
ໃນ​ຫັ້ນ​ໃນ​ສອງ​ອາທິດ​ກ່ອນ ລະດູຝົນ​ຍັງ​ບໍ່ທັນ​ໄດ້​ເລີ້ມຢ່າງ​ເປັນ​ທາງ​ການເທື່ອ.

​ແຕ່​ວ່າ​ຝົນ​ໄດ້​ເລີ້ມຕົກ​ແລ້ວ. ​ເມື່ອ​ພວກ​ຊາຍໜຸ່ມດັ່ງກ່າວ ໄດ້​ຖືກ​ພົບ​ເຫັນ​ໃນ​ວັນ
​ຈັນ​ທີ່​ຜ່ານ​ມາ ພວກ​ເຂົາ​ເຈົ້າ​ແມ່ນ​ຖືກ​ຕົກຄ້າງຢູ່​ໃນ​ຜົ້ງທີ່​ເປັນ​ສີດໍາ​ແລະ​ປຽກຊຸ່ມ
ຂອງພູ​ທີ່ຢູ່​ໄກ​ຈາກ​ປາກ​ຖໍ້າ 2 ກິ​ໂລ​ແມັດໄດ້​ອາທິດ​ກວ່າ​ແລ້ວ. ຊ່ອງ​ແຄບໆ​ຜ່ານ​
ລະຫວ່າງ​ກາງຂອງ​ແຜ່ນ​ຫີນທີ່​ພວກ​ເຂົາ​ເຈົ້າຢູ່​ນັ້ນ​ແລະ​ແສງ​ແດດ​ຈາກ​ຂ້າງ​ນອກ
ດຽວນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ​ນໍ້າ ​ທີ່​ຂຸ່​ນໆເ​ຢືອກ​ເຢັນ. ມີ​ລາຍ​ງານ​ວ່າ ​ບໍ່ມີ​ໃຜ​ໃນ​ຈໍາ
ນວນ​ນັ້ນ ຮູ້​ລອຍ​ນໍ້າ​ເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG