ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍາໄທ ຕັດສິນຈຳຄຸກ ທ້າວໄຊຊະນະ ແກ້ວພິມພາ ລາຊາຄ້າຢາເສບຕິດ ຈາກລາວ ຕະຫຼອດຊີວິດ


ສານອາຍາໄທ ຕັດສິນຈຳຄຸກ ທ້າວ ໄຊຊະນະ ແກ້ວພິມພາ ຕະຫຼອດຊີວິດ ດ້ວຍຄວາມຜິດ ທີ່ກ່ຽວກັບການລັກລອບຂົນສົ່ງ ແລະນຳຢາບ້າ ຈຳນວນຫຼາຍກວ່າ ນຶ່ງລ້ານເມັດເຂົ້າໄປຈຳໜ່າຍ ໃນປະເທດໄທ.
ສານອາຍາໄທ ຕັດສິນຈຳຄຸກ ທ້າວ ໄຊຊະນະ ແກ້ວພິມພາ ຕະຫຼອດຊີວິດ ດ້ວຍຄວາມຜິດ ທີ່ກ່ຽວກັບການລັກລອບຂົນສົ່ງ ແລະນຳຢາບ້າ ຈຳນວນຫຼາຍກວ່າ ນຶ່ງລ້ານເມັດເຂົ້າໄປຈຳໜ່າຍ ໃນປະເທດໄທ.

ສານອາຍາໄທ ຕັດສິນຈຳຄຸກ ທ້າວ ໄຊຊະນະ ແກ້ວພິມພາ ຕະຫຼອດຊີວິດ ດ້ວຍຄວາມ
ຜິດທີ່ກ່ຽວກັບການລັກລອບຂົນສົ່ງ ແລະນຳຢາບ້າ ຈຳນວນຫຼາຍກວ່າ 1 ລ້ານເມັດ
ເຂົ້າມາຈຳໜ່າຍ ໃນປະເທດໄທ.

ພາຍຫຼັງຈາກເຈົ້າພະນັກງານໄອຍະການຂອງໄທ ໄດ້ຍື່ນສຳນວນຟ້ອງ ແລະພະຍານ
ຫລັກຖານຕ່າງໆ ຕໍ່ຄະນະຜູ້ພິພາກສາສານອາຍາໄທ ທີ່ບາງກອກ ເພື່ອດຳເນີນຄະດີກັບ
ທ້າວ ໄຊຊະນະ ແກ້ວພິມພາ ໃນຂໍ້ຫາລັກລອບຂົນສົ່ງ ແລະນຳຢາບ້າຈຳນວນຫຼາຍກວ່າ
ລ້ານເມັດເຂົ້າມາຈຳໜ່າຍໃນປະເທດໄທ ໂດຍຄະນະຜູ້ພິພາກສາ ສານອາຍາໄທ ກໍໄດ້
ຕົກລົງຮັບການຟ້ອງຮ້ອງດັ່ງກ່າວ ໃນກາງເດືອນເມສາ 2017 ແລະມາເຖິງວັນທີ 20
ມີນາ 2018 ຄະນະຜູ້ພິພາກສາສານອາຍາໄທ ກໍໄດ້ຕັດສິນຄະດີດັ່ງກ່າວນີ້ ຢ່າງເປັນ
ທາງການ ດ້ວຍການຕັດສິນໃຫ້ປະຫານຊີວິດ ທ້າວ ໄຊຊະນະ ແຕ່ເນື່ອງຈາກວ່າ ຜູ້ກ່ຽວ
ໄດ້ໃຫ້ການຮັບສາລະພາບໃນຂັ້ນການສອບສວນ ຄະນະຜູ້ພິພາກສາ ສານອາຍາໄທ
ຈຶ່ງຜ່ອນໂທດລົງ ຈາກການປະຫານຊີວິດ ເປັນການຈຳຄຸກຕະຫຼອດຊີວິດແທນ.

ໂດຍອີງຕາມສຳນວນຟ້ອງຂອງພະນັກງານໄອຍະການໄທ ໃນຄະດີດັ່ງກ່າວນີ້ ໄດ້ລະບຸ
ວ່າ ທ້າວ ໄຊຊະນະ ແລະພັກພວກໄດ້ສົມຄົບກັນລັກລອບຂົນສົ່ງຢາບ້າ ດ້ວຍລົດຍົນ
ເຂົ້າມາໃນປະເທດໄທ ແລະມີຢາບ້າໃນຄອບຄອງ ເພື່ອລັກລອບຈຳໜ່າຍ ໂດຍຜິດກົດ
ໝາຍໃນໄທ ຈຳນວນເກີນກວ່າ 1 ລ້ານ 2 ແສນເມັດ ອັນເປັນການກະທຳຄວາມຜິດ
ຕາມກົດໝາຍອາຍາ ແລະກົດໝາຍວ່າດ້ວຍ ຢາເສບຕິດຂອງໄທ ຊຶ່ງມີໂທດສູງເຖິງຂັ້ນ
ປະຫານຊີວິດ.

ຕຳຫຼວດປາບປາມຢາເສບຕິດຂອງໄທ ສາມາດຈັບກຸມພວກລັກລອບນຳເຂົ້າ ຢາເສບຕິດ ຈາກລາວ ແລະ ຍຶດຂອງກາງເປັນກັນຊາ ແລະຢາບ້າ ໄດ້ຈຳນວນຫຼວງຫຼາຍ.
ຕຳຫຼວດປາບປາມຢາເສບຕິດຂອງໄທ ສາມາດຈັບກຸມພວກລັກລອບນຳເຂົ້າ ຢາເສບຕິດ ຈາກລາວ ແລະ ຍຶດຂອງກາງເປັນກັນຊາ ແລະຢາບ້າ ໄດ້ຈຳນວນຫຼວງຫຼາຍ.

ແຕ່ຢ່າງໃດກໍຕາມ ທ້າວ ໄຊຊະນະ ກໍຍັງຈະຂໍຕໍ່ສູ້ຄະດີໃນສານອຸທອນຂອງໄທ ຕໍ່ໄປ
ໂດຍໃນໄລຍະຜ່ານມາ ທ້າວ ໄຊຊະນະ ແລະສະມາຊິກໃນແກັ່ງອີກ 6 ຄົນ ຊຶ່ງໃນນີ້ ເປັນ
ຄົນໄທ 5 ຄົນ ແລະຊາວມາເລເຊຍ 1 ຄົນນັ້ນ ໄດ້ຖືກຄຸມຂັງໄວ້ໃນສູນຄຸມຂັງພິເສດທີ່
ບາງກອກ ໂດຍທີ່ທາງການຕຳຫຼວດໄທ ຄັດຄ້ານການໃຫ້ປະກັນໂຕ ຢ່າງເດັດຂາດ
ເພາະຢ້ານວ່າ ຈະພາກັນຫລົບໜີໄປຕ່າງປະເທດ.

ເຄືອຂ່າຍພວກແກັ່ງຄ້າຢາເສບຕິດ ທີ່ທາງການລາວ ແລະ ໄທ ສາມາດຈັບກຸມໄດ້ ພ້ອມດ້ວຍຂອງການ
ເຄືອຂ່າຍພວກແກັ່ງຄ້າຢາເສບຕິດ ທີ່ທາງການລາວ ແລະ ໄທ ສາມາດຈັບກຸມໄດ້ ພ້ອມດ້ວຍຂອງການ

ກ່ອນໜ້ານີ້ ທາງການຕຳຫຼວດປາບປາມຢາເສບຕິດຂອງລາວ ກໍລາຍງານວ່າ ໄດ້ຈັບກຸມ
ທ້າວ ສີສຸກ ດາວເຮືອງ ຫຼື ທ້າວ ເຕື້ອງ ເຄືອຂ່າຍຂອງ ທ້າວ ໄຊຊະນະ ໄດ້ທີ່ຮ້ານອາຫານ ແຫ່ງນຶ່ງທີ່ເມືອງຫຼວງພະບາງ ເມື່ອວັນທີ 1 ເມສາ 2017 ທັງໄດ້ສົ່ງກຳລັງຕຳຫຼວດ ໄປປິດ
ລ້ອມເຮືອນ ຮ້ານຂາຍລົດຍົນ ແລະຊັບສິິນຕ່າງໆຂອງທ້າວ ສີສຸກ ໃນນະຄອນວຽງຈັນ
ອີກດ້ວຍ.

ນອກຈາກນີ້ ທາງການຕຳຫຼວດລາວ ກໍໄດ້ປະຕິບັດມາດຕະການປາບປາມຢາເສບຕິດ
ໃນຊ່ວງວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ 2017 ທີ່ຜ່ານມາ ໂດຍສາມາດ
ມ້າງແກັ່ງ ຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກັ່ງ ແລະຈັບກຸມຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ
ລວມເຖິງສະມາຊິກ 5 ຄົນ ໃນແກັ່ງຂອງທ້າວ ໄຊຊະນະ ທີ່ຖືກທາງການຕຳຫຼວດໄທ ຈັບ
ກຸມໂຕໄດ້ທີ່ສະໜາມບິນ ສຸວັນນະພູມ ເມື່ອວັນທີ 19 ມັງກອນ 2017.

ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກ່າວຖະແຫລງ ກ່ຽວກັບກໍລະນີ ການຈັບກຸມເຄືອຂ່າຍແກັ່ງຄ້າຂາຍຢາເສບຕິດ ຂອງ ໄຊຊະນະ ແກ້ວພິມພາ ໃນກອງປະຊຸມຖະແຫລງຂ່າວ
ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກ່າວຖະແຫລງ ກ່ຽວກັບກໍລະນີ ການຈັບກຸມເຄືອຂ່າຍແກັ່ງຄ້າຂາຍຢາເສບຕິດ ຂອງ ໄຊຊະນະ ແກ້ວພິມພາ ໃນກອງປະຊຸມຖະແຫລງຂ່າວ

ພ້ອມກັນນັ້ນ ປະຕິບັດການດັ່ງກ່າວ ຍັງສາມາດຈັບກຸມ ທ້າວ ຄອນປະສົງ ສຸກກະເສີມ
(ຊຽງເທີ) ທີ່ທາງການຕຳຫຼວດລາວ ຖືເປັນນັກຄ້າຢາເສບຕິດລາຍໃຫຍ່ກວ່າ ທ້າວ
ໄຊຊະນະ ໂດຍຈັບກຸມໂຕໄດ້ ໃນວັນທີ 10 ມັງກອນ 2017 ທັງຍັງມີຄວາມພະຍາຍາມ
ເຈລະຈາຕໍ່ລອງ ຂໍໃຫ້ຕຳຫຼວດລາວ ປ່ອຍໂຕຜູ້ຕ້ອງຫາຄົນສຳຄັນ ເພື່ອແລກກັບເງິນ
ສິນບົນອີກດ້ວຍ ດັ່ງທີ່ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ
ໄດ້ໃຫ້ການຢືນຢັນວ່າ:

“ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ໄດ້ຕິດຕາມ ແລະຈັບໂຕກຸ່ມຄົນທີ່ມາວິ້ງ
ເຕັ້ນ ແລະໃຫ້ສິນບົນແກ່ເຈົ້າໜ້າທີ່ ເພື່ອໃຫ້ປ່ອຍໂຕພວກຫົວໂປ່ໂຕການໃນເຄືອ
ຂ່າຍກຸ່ມແກັ່ງຄ້າຂາຍຢາເສບຕິດ ເປັນຈຳນວນ 30 ລ້ານບາດ ຈ່າຍ 2 ເທື່ອ ຈ່າຍ
ເທື່ອທຳອິດກໍແມ່ນ 10 ລ້ານບາດ ຄັນຖ້າປ່ອຍແລ້ວ ແມ່ນ 20 ລ້ານບາດ”

ຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ ສະເໜີລາຍງານວ່າ
ໃນຊ່ວງປີ 2013-2017 ສາມາດປາບປາມການຄ້າຢາເສບຕິດໄດ້ 125,274 ກໍລະນີຈັບ
ຜູ້ຕ້ອງຫາໄດ້ 160,000 ຄົນ ຍຶດຍາບ້າ 363 ລ້ານເມັດ ສານເຄມີ 270 ກວ່າໂຕນ ຢາ
ໄອຊ໌ 13,310 ກິໂລກຣາມ ເຮໂຣອິນ ກວ່າ 7,553 ກິໂລກຣາມ ຝິ່ນ 14,400 ກິໂລກຣາມ
ກັນຊາ 20 ໂຕນ ອາວຸດ ແລະອຸປະກອນສື່ສານ ກວ່າ 1 ໝື່ນລາຍການ ໂດຍເປັນປະຕິ
ບັດການຮ່ວມກັນ ລະຫວ່າງທາງການຈີນ ລາວ ມຽນມາ ກຳປູເຈຍ ຫວຽດນາມ ແລະ ໄທ.

XS
SM
MD
LG