ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຂອງປະເທດໄທ ຕັດສິນຂັງຄຸກ ສະມາຊິກສະພາຝ່າຍຄ້ານ 2 ປີ ຖານໝິ່ນປະໝາດສະຖາບັນກະສັດ


ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ່ານນາງ ຊົນທິຊາ ແຈ້ງເຣັວ
ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ່ານນາງ ຊົນທິຊາ ແຈ້ງເຣັວ

ສານແຫ່ງນຶ່ງຂອງໄທ ໃນວັນຈັນມື້ນີ້ ໄດ້ຕັດສິນໂທດ ສະມາຊິກສະພາ ຈາກພັກກ້າວໜ້າ ເຊິ່ງເປັນພັກຝ່າຍຄ້ານ ໃຫ້ຈຳຄຸກ ເປັນເວລາ 2 ປີ ຫຼັງຈາກພົບວ່າ ນາງມີຄວາມຜິດ ໃນຂໍ້ຫາໝິ່ນປະໝາດ ສະຖາບັນກະສັດ ໃນຄຳປາໄສ ທີ່ນາງໄດ້ກ່າວ ໃນລະຫວ່າງ ການໂຮມຊຸມນຸມປະທ້ວງ ເມື່ອສາມປີກ່ອນ, ອີງຕາມອົງການຂ່າວເອພີ.

ນາງ ຊົນທິຊາ ແຈ້ງເຣັວ (Chonthicha Jangrew) ຈາກພັກ ກ້າວໄກ ໄດ້ຮັບການຕ້ອນຮັບຈາກຜູ້ສະໜັບສະໜຸນຫຼາຍຄົນ ເມື່ອນາງມາຮອດສານປະຊາຊົນເຂດ ທັນຍະບູຣີ (Tanyaburi) ໃນຈັງຫວັດປະທຸມທານີ ທາງພາກເໜືອຂອງບາງກອກ ພ້ອມກັບເພື່ອນຮ່ວມງານຈຳນວນໜຶ່ງ. ນາງ ຊົນທິຊາ (Chonthicha), ເປັນທີ່ຮູ້ຈັກກັນດີໃນຊື່ຫຼິ້ນວ່າ "ລູກເກດ," ເປັນຕົວແທນຂອງເຂດເລືອກຕັ້ງໃນຈັງຫວັດປະທຸມທານີ.

ຂໍ້ກ່າວຫາທີ່ມີຕໍ່ນາງແມ່ນມາຈາກຄໍາປາໄສຂອງນາງ ໃນປີ 2021 ທີ່ຮຽກຮ້ອງໃຫ້ມີການປ່ອຍຕົວນັກໂທດການເມືອງທັງຫມົດ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຢູ່ຫນ້າສານດຽວກັນກັບທີ່ຕັດສິນລົງໂທດໃນວັນຈັນມື້ນີ້.

ນາງໄດ້ຖືກພົບເຫັນວ່າ ມີຄວາມຜິດໃນບາງສ່ວນຂອງຄໍາປາໄສ ກ່ຽວກັບຄວາມກັງວົນຕໍ່ກັບການທີ່ລັດຖະບານທີ່ນຳພາໂດຍທ່ານ ປຣະຢຸດ ຈັນໂອຊາ (Prayuth Chan-ocha), ນາຍົກລັດຖະມົນຕີໃນເວລານັ້ນ ໄດ້ປັບປຸງກົດຫມາຍເພື່ອໃຫ້ກະສັດ ວະຊິຣາລົງກອນ (Vajiralongkorn) ມີອໍານາດເພີ່ມຂຶ້ນ ໃນການຄວບຄຸມຄວາມຮັ່ງມີຂອງພະລາຊະວັງ, ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງການຊັບສິນສ່ວນຕົວຂອງມະຫາກະສັດ.

ຜູ້ພິພາກສາກ່າວວ່າ ຄຳປາໄສຂອງນາງ ອາດເຮັດໃຫ້ສາທາລະນະຊົນເຂົ້າໃຈຜິດ ໂດຍລະບຸວ່າ ກະສັດ ວະຊິຣາລົງກອນ (Vajiralongkorn) ສາມາດໃຊ້ເງິນຂອງຜູ້ເສຍພາສີ ເພື່ອປະໂຫຍດສ່ວນຕົວຂອງພະອົງ ແລະໃຊ້ອິດທິພົນຂອງພະອົງ ແຊກແຊງການເມືອງ, ເຊິ່ງອາດຈະເຮັດໃຫ້ຊື່ສຽງຂອງພະອົງເສຍຫາຍ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

A Thai court on Monday sentenced a lawmaker from a progressive opposition party to two years in prison after finding her guilty of defaming the monarchy in a speech she made during a protest rally three years ago.

Chonthicha Jangrew of the Move Forward Party was greeted by several supporters when she arrived at the Thanyaburi Provincial Court in Pathum Thani province, north of Bangkok, with some party colleagues. Chonthicha, popularly known by her nickname “Lookkate,” represents a constituency in Pathum Thani.

Her charges stemmed from her speech in 2021 that demanded the release of all political prisoners during a rally in front of the same court that delivered Monday’s sentence.

She was found guilty for parts of the speech concerning how the government then led by Prime Minister Prayuth Chan-ocha had amended laws to give King Vajiralongkorn more power to control the palace wealth, which is managed by the Crown Property Bureau.

The judge said her speech could misinform the public by suggesting that King Vajiralongkorn can spend taxpayers’ money for his personal use and use his influence to interfere with politics, which could tarnish his reputation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG