ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ນັກເຕະບານ ອົບພະຍົບ ຈາກບາຫ໌ເຣນ ກັບຄືນໄປ ອອສເຕຣເລຍ ຫຼັງຈາກ ຖືກຄຸມຕົວ ໃນໄທ 2 ເດືອນ


ນັກເຕະບາຍ ອົບພະຍົບ ຊາວບາຫ໌ເຣນ ຮາກິມ ອາລ-ອາໄຣບີ ກຳລັງອອກມາຈາກສານອາຍາ ໃນບາງກອກ, ປະເທດໄທ, ວັນທີ 4 ກຸມພາ 2019. ສານຂອງໄທ ໄດ້ສັ່ງໃຫ້ປ່ອຍໂຕ ທ້າວ ອາລ-ອາໄຣບີ ໃນ ວັນທີ 11 ກຸມພາ 2019, ຫລັງຈາກ ບັນດາໄອຍະການ ກ່າວວ່າ ພວກເພິ່ນ ໄດ້​ຍົກ​ເລີກ​ຂັ້ນ​ຕອນ​ການສົ່ງ​ໂຕ​ຜູ້​ກ່ຽວ ກັບ​ຄືນໄປ​ບາ​.
ນັກເຕະບາຍ ອົບພະຍົບ ຊາວບາຫ໌ເຣນ ຮາກິມ ອາລ-ອາໄຣບີ ກຳລັງອອກມາຈາກສານອາຍາ ໃນບາງກອກ, ປະເທດໄທ, ວັນທີ 4 ກຸມພາ 2019. ສານຂອງໄທ ໄດ້ສັ່ງໃຫ້ປ່ອຍໂຕ ທ້າວ ອາລ-ອາໄຣບີ ໃນ ວັນທີ 11 ກຸມພາ 2019, ຫລັງຈາກ ບັນດາໄອຍະການ ກ່າວວ່າ ພວກເພິ່ນ ໄດ້​ຍົກ​ເລີກ​ຂັ້ນ​ຕອນ​ການສົ່ງ​ໂຕ​ຜູ້​ກ່ຽວ ກັບ​ຄືນໄປ​ບາ​.

ນັກເຕະບານ ອົບພະຍົບຈາກບາຫ໌ເຣນ ໄດ້ກັບຄືນໄປອອສເຕຣເລຍ ຫລັງຈາກໄດ້ຖືກ
ຄວບຄຸມຕົວໄວ້ ຢູ່ປະເທດໄທ ຍ້ອນໝາຍຈັບຈາກປະເທດຂອງຜູ້ກ່ຽວ.

ພວກ​ທີ່​ຫວັງ​ດີ​ກຸ່ມ​ນຶ່ງ ໄດ້​ພາ​ກັນ​ໄປ​ຮ້ອງ​ເພງ​ຊາດ​ເຕະ​ບ້ານ “ເຈົ້າ​ຈະ​ບໍ່​ຖືກ​ໂດດ​ດ່ຽວ​
ຕາມ​ລຳ​ພັງ”
ຫຼື “You Will Never Walk Alone” ເວ​ລາ​ ທ້າວ​ຮາ​ກິມ ອາ​ລ-ອາ​ໄຣ​ບີ
ໄປ​ຮອດ​ສະ​ໜາມ​ບິນ​ທີ່​ນະ​ຄອນ​ແມ​ລ​ເບີນ ໃນ​ຕອນ​ເຊົ້າ​ວັນ​ອັງຄານມື້ນີ້ ໃນ​ຖ້ຽວ​ບິນ​ຈາກ​
ບາງກອກ. ທ້າວ​ອາ​ລ-ອາ​ໄຣ​ບີ ໄດ້​ຖືກ​ປ່ອຍ​ໂຕ​ຫລັງຈາກ​ ໄທ​ໄດ້​ຍົກ​ເລີກ​ຂັ້ນ​ຕອນ​ການ
​ສົ່ງ​ໂຕ​ຜູ້​ກ່ຽວ ກັບ​ຄືນໄປ​ບາ​ຫ໌​ເຣນ ຍ້ອນ​ໄດ້​ຮັບ​ການກົດ​ດັນ​ຈາກ​ນາໆ​ຊາດ ຮວມ​ທັງ​
ການ​ຮຽກ​ຮ້ອງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສັນ.

ທ້າວ​ອາ​ລ-ອາ​ໄຣ​ບີໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ໂດຍ​ກ່າວ​ຕໍ່​ພວກ​ສະ​ໜັບ​ສະ​ໜຸນ ວ່າ
“ປະ​ເທດ​ຂອງ​ຂ້ອຍ​ແມ່ນອອ​ສ​ເຕ​ຣ​ເລຍ … ຂ້ອຍ​ຮັກ​ອອ​ສ​ເຕ​ຣ​ເລຍ.” ທ້າວອາ​ລ-
ອາ​ໄຣ​ບີ ໄດ້​ຖືກ​ຈັບ​ຢູ່​ທີ່​ບາງກອກ ເມື່ອ​ທ້າຍ​ເດືອນ​ພະ​ຈິກ​ປີ​ກາຍ ຫຼັງ​ຈາກໄປ​ເຖິງ​ທີ່ນັ້ນ
ເພື່ອ​ພັກ​ຜ່ອນ ​ຫຼື​ດື່ມ​ນ້ຳ​ເຜິ້ງ​ພະ​ຈັນກັບ​ພັນ​ລະ​ຍາ​ຂອງ​ລາວລຸນ​ຫລັງ​ທີ່​ໄດ້​ແຕ່ງ​ງານ​ກັນ
ຕາມ​ການ​ຂໍ​ຮ້ອງ​ຂອງ​ບາ​ຫ໌​ເຣນ ຊຶ່ງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ກ່ຽວຜ່ານ​ອົງ​ການ​ຕຳ​ຫຼວດ
ສາ​ກົນ. ເຈົ້າ​ໜ້າ​ທີ່​ບາ​ຫ໌​ເຣນ​ ໄດ້​ກ່າວ​ຫາທ້າວ​ອາ​ລ-ອາ​ໄຣ​ບີ ວ່າ ໂຈມ​ຕີ​ປ້ອມ​ຕຳ​ຫຼວດ
​ໃນ​ປີ 2011 ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ລະ​ດູ​ບານ​ໃໝ່ ຂອງອາ​ຣັບ. ທ້າວ​ອາ​ລ-
ອາ​ໄຣ​ບີ ໄດ້​ຫລົບ​ໜີ​ໄປ​ອອ​ສ​ເຕ​ຣ​ເລຍ​ ໃນ​ປີ 2014 ແລະໄດ້​ຮັບ​ຖາ​ນະ​ອົ​ບ​ພະ​ຍົບ​
ຢູ່​ທີ່ນັ້ນ ໂດຍ​ເວົ້າ​ວ່າ ລາວ​ຈະ​ຖືກ​ທໍ​ລະ​ມ​ານ ແລະ​ຕິດ​ຄຸກຖ້າ​ຫາກ​ກັບ​ຄືນ​ໄປ​ບາ​ຫ໌​ເຣນ.
ນອກ​ເໜືອ​ໄປ​ຈາກ ​ການ​ກົດ​ດັນ​ທາງ​ດ້ານ​ການ​ທູດ ຈາກອອ​ສ​ເຕ​ຣ​ເລຍ​ແລ້ວ ບັນ​ດາ​
ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ​ອົງ​ການ FIFA ​ຊຶ່ງ​ເປັນ​ອົງ​ການ​ຄຸ້ມ​ຄອງ​ກິ​ລາ​ເຕະ​ບານ
​ຂອງ​ສາ​ກົນນັ້ນ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ໄທ ປ່ອຍ​ໂຕ​ທ້າວ​ອາ​ລ-ອາ​ໄຣ​ບີ.

A Bahraini refugee football player has returned to Australia after spending two months in custody in Thailand on an arrest warrant from his native country.

A group of well-wishers sang the football anthem "You'll Never Walk Alone" when Hakeem al-Araibi arrived in Melbourne's airport Tuesday morning after a flight from Bangkok. The 25-year-old al-Araibi was released after Thailand dropped its extradition proceedings under intense international pressure, including calls from Australian Prime Minister Scott Morrison.

A grateful Al-Araibi told supporters "my country is Australia…I love Australia."

Al-Araibi was detained in Bangkok in late November after arriving there on a honeymoon with his wife at the request of Bahrain, which had filed a warrant for his arrest through Interpol. Bahraini authorities had charged al-Araibi of attacking a police station in 2011 during the Arab Spring protests. Al-Arabi, who fled to Australia in 2014 and received refugee status, said he would be tortured and jailed if were returned to Bahrain.

In addition to diplomatic pressure from Australia, human rights groups and the international football governing body FIFA also called on Thailand to release al-Araibi.

XS
SM
MD
LG