ສານລັດຖະທຳມະນູນຂອງປະເທດໄທ ໃນວັນສຸກວານນີ້ໄດ້ສັ່ງໃຫ້ຍຸບພັກທີ່ເປັນປາກ
ສຽງສະໜັບສະໜູນ ປະຊາທິປະໄຕຂອງປະເທດ ພັກອະນາຄົດໃໝ່ ຫຼັງຈາກໄດ້ພິຈາ
ລະນາວ່າພັກດັ່ງກ່າວ ໄດ້ຢືມເງິນແບບຜິດກົດໝາຍ ຊຶ່ງເປັນບາດກ້າວ ທີ່ຄາດວ່າຈະ
ເສີມຄວາມເຂັ້ມແຂງ ໃຫ້ແກ່ລັດຖະບານ ທີ່ສະໜັບສະໜູນພວກທະຫານ ໂດຍສ້າງ
ຄວາມເສຍຫາຍໃຫ້ແກ່ພັກຝ່າຍຄ້ານ.
ສານຍັງໄດ້ຫ້າມຜູ້ບໍລິຫານສູງສຸດຂອງພັກອະນາຄົດ 16 ຄົນ ສ່ວນໃຫຍ່ເຂົາເຈົ້າຮັບ
ໃຊ້ບັນດາສະມາຊິກສະພາ ໃນເລື້ອງການເມືອງ ໃນໄລຍະ 10 ປີຕໍ່ໄປ.
ພັກດັ່ງກ່າວໄດ້ປະຕິເສດຕໍ່ການກະທຳຜິດໃດໆ ແລະປະນາມຄະດີດັ່ງກ່າວວ່າມີຈຸດ
ປະສົງທາງດ້ານການເມືອງ.
ສະພາສິດທິມະນຸດອາຊຽນ ທີ່ເປັນກຸ່ມຈັດຕັ້ງຂອງອະດີດ ແລະບັນດາສະມາຊິກສະ
ພາ ທີ່ພວມຮັບໜ້າທີ່ຢູ່ ໃນປັດຈຸບັນ ຈາກທົ່ວເຂດເອເຊຍຕາເວັນອອກສຽງໃຕ້ ໄດ້
ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ໄທ ຍຸຕິໃນອັນທີ່ເຂົາເຈົ້າຮ້ອງວ່າ ເປັນການຮາວີ ຕໍ່ບັນ
ດາພັກ ແລະພວກນັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕຂອງປະເທດ.
ທ່ານແຟຣນຊິສກາ ກາສໂຕຣ ສະມາຊິກຄົນນຶ່ງຂອງກຸ່ມ ແລະສະມາຊິກສະພາຈາກ
ຟິລິບປິນ ກ່າວວຢູ່ໃນຖະແຫຼງການວ່າ “ພັກອະນາຄົດໃໝ່ ເປັນພັກຫລ້າສຸດ ທີ່ຢູ່ໃນ
ຖັນແຖວພັກການເມືອງຝ່າຍຄ້ານ ໃນປະເທດໄທທີ່ໄດ້ຖືກຫ້າມ. ມັນເປັນທີ່ຈະແຈ້ງ
ຫຼາຍຂຶ້ນວ່າ ພັກໃດກໍຕາມ ທີ່ເປັນໄພຂົ່ມຂູ່ຕໍ່ທະຫານ ແລະການຈັດຕັ້ງການຜູກຂາດ
ທາງການເມືອງຈະເປັນທີ່ຮັບເອົາບໍ່ໄດ້.”
Thailand's Constitutional Court on Friday ordered the dissolution of the country's most vocal pro-democracy party, the Future Forward Party, after determining it took an illegal loan, an action expected to strengthen the hand of the pro-military government at the opposition's expense.
The court also banned 16 of the Future Forward Party's top executives, most of them serving lawmakers, from politics for the next 10 years.
The party has denied any wrongdoing and decried the case as politically motivated.
ASEAN Parliamentarians for Human Rights, a group of former and serving lawmakers from across Southeast Asia, urged Thai authorities to end what it called the harassment of the country's pro-democracy parties and activists.
"The Future Forward Party is the latest in a long line of opposition political parties in Thailand to be banned. It is increasingly apparent that any party which seeks to threaten the military and the establishment's political hegemony will not be tolerated," Francisca Castro, a member and lawmaker from the Philippines, said in a statement.