ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານໄທ ຍົກເລີກ ຂໍ້ຫາ ຄາດຕະກຳ ຕໍ່ອະດີດ ນາຍົກ ແລະ ຜູ້ຮອງ ຂອງທ່ານ


ອະດີດນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ
ອະດີດນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ

ສານ​ອາຍາ​ໃນ​ບາງກອກ ​ໄດ້​ຕັດສິນ​ຍົກ​ເລີກ​ຄະດີ ໃນ​ຂໍ້​ຫາ​ຖານ
​ທຳ​ການ​ຄາດ​ຕະກຳ​ແລະ​ໃຊ້​ອຳນາດ​ເກີນ​ຂອບ​ເຂດຕໍ່​ອະດີດ​ນາ
ຍົກລັດຖະມົນຕີ ອະພິສິດ ​ເວດ​ຊາ​ຊີວະ ​ແລະ​ອະດີດ​ຜູ້ຮອງຂອງ​
ທ່ານ.

ຂໍ້​ກ່າວ​ຫາ​ເຫຼົ່າ​ນີ້ ​ແມ່ນ​ພົວພັນ​ກັບການ​ປາບ​ປາມ​ຄວາມ​ຮຸນ​ແຮງ​ທີ່
​ເກີດ​ຂຶ້ນ ​ໃນ​ປີ 2010 ທີ່​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ສັງ
ຫານ​ປະທ້ວງ​ຕໍ່ຕ້ານ​ລັດຖະບານຫລາຍ​ສິບ​ຄົນ ​ທີ່​ເອີ້ນ​ວ່າ “ພວກ
ເສື້ອ​ແດງນັ້ນ.”

ສານ​ຕັດສິນ​ວ່າ ຕົນ​ບໍ່​ມີ​ສິດ​ອຳນາດ ​ທີ່ຈະ​ດຳ​ເນີນ​ຄະດີ​ທ່ານ​ອະພິ
ສິດ ຫລືທ່ານ​ສຸເທບ ​ເທືອ​ກສຸບັນ ອະດີດ​ຮອງ​ນາຍົກລັດຖະມົນຕີ ​
ເພາະວ່າ ພວກ​ເຂົາເຈົ້າພວມ​ດຳລົງຕຳ​ແໜ່​ງຢູ່​ໃນ​ເວລາ​ນັ້ນ.

ທັງ​ສອງ​ທ່ານ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຂອງ​ພວກ​ໄອ​ຍະ​ການ ທີ່​ວ່າ​ພວກເຂົາ​ເຈົ້າ​ເປັນ​ຜູ້​ສັ່ງ​ໃຫ້ກຳລັງ​ຮັກສາ​ຄວາມ​ປອດ​ໄພ ທຳ​ການ​ປາບ​ປາມ ທີ່​ຍັງ​ຜົນ​ເຮັດ​ໃຫ້​ມີ​ການສັງຫານ ​ແລະກາ​ນພະຍາຍາມ​ສັງຫານ​ພວກ​ປະ​ທ້ວງ​ນັ້ນ.

ພວກເສື້ອ​ແດງ​ຫຼາຍ​ສິບ​ພັນ​ຄົນ ​ໄດ້​ທຳ​ການ​ປະ​ທ້ວງ​ ໃນ​ປີ 2010 ຕໍ່ຕ້ານ​ທ່ານ​ອະພິສິດ ​ໂດຍ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ປົກຄອງ​ໂດຍ​ພວກ​ຫົວ​ກະທິ ​ແລະ​ໄດ້​ຮັບ​ການ​ສະ ໜັບສະໜຸນ​ຂອງ​ພວກ​ກອງທັບທີ່​ມີ​ອຳນາດ​ທີ່​ສຸດ​ຂອງ​ປະ​ເທດ​ນັ້ນ.

ພວກ​ເສື້ອ​ແດງ​ສ່ວນ​ຫຼາຍ ​ເປັນ​ພວກ​ສະໜັບສະໜຸນ​ ອະດີດ​ນາຍົກລັດຖະມົນຕີທັກສິນ ຊິນນະ​ວັດ ທີ່​ໄດ້​ຖືນ​ໂຄ່ນ​ລົ້ມ​ອອກ​ຈາກ​ອຳນາດ ​ດ້ວຍ​ການ​ກໍ່​ລັດຖະປະຫານ​ ຂອງ​ກອງ
ທັບ​ໃນ​ປີ 2006 ​ແລະ​ເວລາ​ນີ້ ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ.

ທ່ານ​ທັກສິນ ​ເປັນ​ອ້າຍ​ຂອງ​ອະດີດ​ນາຍົກລັດຖະມົນຕີຍິ່ງລັກ ຊິນນະ​ວັດ ທີ່​ໄດ້​ຖືກ​ສານ ປົດ​ອອກ​ຈາກ​ອຳນາດ​ ໃນ​ຕົ້ນ​ປີ​ນີ້ ກ່ອນ​ທະຫານ​ເຂົ້າຍຶດອຳນາດນັ້ນ.

ກ່ອນ​ທ່ານ​ນາງ​ຖືກ​ປົດ​ອອກ​ຈາກ​ອຳນາດ​ນັ້ນ ທ່ານ​ນງຍິ່ງລັກໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຊຶ່ງ​ສ່ວນ​ໃຫຍ່​ແມ່​ຈັດ​ຂຶ້ນໂດຍ​ທ່ານ​ສຸເທບ.

XS
SM
MD
LG