ຜູ້ບັນຊາການກອງທັບບົກໄທ ແລະ ຜູ້ນຳໃນການກໍ່ລັດຖະ
ປະຫານ ນາຍພົນ ປຣະຍຸດ ຈັນໂອຊາ ກ່າວວ່າຕົນໄດ້ຮັບ
ພະຣາຊະທານ ຢ່າງເປັນທາງການ ຈາກເຈົ້າຊີວິດໄທ ໃນ
ຕຳແໜ່ງ ຜູ້ນຳ ຄະນະປົກຄອງທະຫານຂອງໄທ ທີ່ຈະບໍລິຫານ
ປະເທດຊາດ.
ຢູ່ໃນຄຳຖະແຫລງ ຕໍ່ຜູ້ສື່ຂ່າວ ທີ່ໄດ້ອອກທາງໂທລະພາບ ໃນ
ວັນຈັນມື້ນີ້ນາຍພົນ ດັ່ງກ່າວ ຍັງເວົ້າຕື່ມວ່າ ທ່ານບໍ່ມີທາງເລືອກ
ອື່ນໃດ ນອກຈາກການໃຊ້ກຳລັງ ຖ້າຫາກມີການປະທ້ວງ ລະ
ເບີດຂຶ້ນອີກ. ທ່ານເວົ້າວ່າຈະເພັ່ງເລັ່ງ ໃຫ້ມີການເລືອກຕັ້ງໂດຍ
ໄວ ແຕ່ກໍບໍ່ໄດ້ປະກາດໃຫ້ຊາບ ເຖິງວັນເວລາຂອງການເລືອກຕັ້ງ.
ທ່ານ ປຣະຍຸດ ໄດ້ຕັດການຖະແຫລງຂ່າວໃຫ້ສັ້ນລົງ ໂດຍກະທັນຫັນ ໃນເວລາຜູ້ສື່ຂ່າວ ທ່ານໜຶ່ງຕັ້ງຄຳຖາມຂຶ້ນມາ.
ການປະກາດຖະແຫລງການດັ່ງກ່າວ ໄດ້ມີຂຶ້ນພຽງນ່ຶງມື້ ພາຍຫຼັງຈາກຜູ້ນຳຂອງທະຫານ
ຕ່າງໆ ໄດ້ເຕືອນພວກປະທ້ວງວ່າ ການໂຮມຊຸມນຸມຕໍ່ຕ້ານການລັດຖະປະຫານໃດໆ ຈະບໍ່ສາມາດຍອມຮັບໄດ້.
ຄຳເຕືອນດັ່ງກ່າວຖືກປະກາດອອກມາ ຫຼັງຈາກໄດ້ມີການປະທະກັນລະຫວ່າງຝ່າຍທະຫານ
ແລະ ພວກປະທ້ວງ ຫຼາຍຄັ້ງແລ້ວ ທົ່ວປະເທດໃນວັນອາທິດມື້ວານນີ້.
ບັນດາເຈົ້າໜ້າທີ່ກອງທັບບົກ ເວົ້າວ່າຈະທຳການຈັບກຸມ ພວກປະທ້ວງ ເອົາຂັງໄວ້ໃນຂຸກ ແລະ ເອົາຂຶ້ນສານທະຫານ.