ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານໄທ ສົ່ງ​ສັນຍານ ຢາກເປີດ ການເຈລະຈາ ກັບ ລັດຖະບານ (ສະໄລດ໌)


ນາ​ຍົກລັດຖະມົນຕີ​ໄທ ທ່ານນາງ ​ຍິ່ງ​ລັກ ຊິນນະ​ວັດ
ນາ​ຍົກລັດຖະມົນຕີ​ໄທ ທ່ານນາງ ​ຍິ່ງ​ລັກ ຊິນນະ​ວັດ
ຜູ້​ນໍາ ​ຝ່າ​ຍຄ້ານ​ຂອງ​ໄທ ທ່ານ ສຸ​ເທບ ​ເທືອ​ກສຸບັນ​ ​ໄດ້​ໃຫ້ສັນ
ຍານ​ວ່າ ທ່ານພ້ອມແລ້ວທີ່​ຈະ​ເປີດການ​ເຈລະຈາ​ ກັບນາ​ຍົກ
ລັດຖະມົນຕີ​ຍິ່ງ​ລັກ ຊິນນະ​ວັດ ຫຼັງຈາກ​ໄດ້ປະຕິເສດ ມາເປັນ
ເວລາຫຼາຍໆສັບປະດາ ກ່ຽວກັບການເຈລະຈາໃດໆກໍຕາມ
​ເພື່ອ​ຍຸດຕິ ​ວິ​ກິດ​ການດ້ານການ​ເມືອງ​ທີ່​ຍືດ​ເຍື້ອຍາວ​ນານ​ນີ້.

ຜູ້​ນໍາ​ຝ່າ​ຍຄ້ານທີ່​ໄດ້​ນໍາ ພາ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ
ມາ​ເປັນ​ເວລາ ຫຼາຍເດືອນແລ້ວນັ້ນ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ທ້າ​
ທາຍທ່ານ​ນາງ​ຍິ່ງ​ລັກ ​ໃນ​ການ​ໂຕ້​ວາທີ​ສົດ ທາງ​ໂທລະພາບ ຕາບໃດທີ່ມີພຽງແຕ່ພວກທ່ານສອງຄົນເທົ່ານັ້ນ ​ເຂົ້າ​ປະກອບ
ສ່ວນ​ແລະ​ການ​ໂຕ້​ວາທີ​ທີ່​ວ່າ​ນີ້ຈະຕ້ອງ​ຖ່າຍ​ທອດ​ທົ່ວ​ປະ​ເທດ.

ທ່ານ​ນາງ​ຍິ່ງ​ລັກ ​ໄດ້​ກ່າວ​ວ່າ ​ໃນ​ຂະນະ​ທີ່​ທ່ານ​ນາງ​ພ້ອມແລ້ວທີ່ຈະ​ເປີດການ​ເຈລະຈາ
ແຕ່ ກ່ອນອື່ນໝົດ ​ທ່ານ​ສຸ​ເທບ ​ຕ້ອງ​ຍຸຕິ​ການ​ປະ​ທ້ວງ​ເສຍກ່ອນ. ທ່ານ​ນາງ​ຍັງ​ໄດ້​ກ່າວ​
ອີກ​ວ່າ ການ​ເຈລະຈາ​ໃດໆ​ກໍ​ຕາມ ​ຄວນ​ຢູ່​ໃນ​ຂອບເຂດ ຂອງກົດໝາຍ​ລັດຖະທໍາ​ ມະນູນ.
ທ່ານ​ນາງ​ໄດ້​ໃຫ້ຄວາມເຫັນດັ່ງກ່າວຈາກ​ພາກ​ເໜືອ​ຂອງ​ໄທ ບ່ອນ​ທີ່​ທ່ານ​ນາງ​ໄດ້​ໃຊ້
​ເວລາ​ຫຼາຍໆ​ມື້ ຢູ່​ທີ່ເຂດຊຶ່ງເປັນບ່ອນໃຫ້ການ​ສະໜັບສະໜູນ​ທ່ານ​ນາງນັ້ນ.

​ໃນ​ວັນ​ພະຫັດ​ມື້​ນີ້ ຄະນະ​ກໍາ ມາ​ທິການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແຫ່ງ​ຊາດ​ຂອງ​ໄທ
​ໄດ້​ຟັງ​ຄໍາ ໃຫ້ການ ​ທີ່ກ່າວ​ຫາຕໍ່​ທ່ານ​ນາຍົກ​ທີ່​ກໍາ ລັງ​ດີ້ນຮົນ​ຢູ່​ນີ້. ທ່ານ​ນາງ​ບໍ່​ໄດ້​ເຂົ້າ
​ຮ່ວມ​ໃນ​ການຮັບຟັງ ຄຳ​ໃຫ້ການ​ດັ່ງກ່າວ ​ແຕ່ໄດ້​ສົ່ງ​ທະນາຍຄວາມໄປ​ແທນ.

ທ່ານ​ນາງ​ຍິ່ງ​ລັກ ​ໄດ້​ຖືກ​ຟ້ອງ​ໃນຖານບໍ່ເອົາຫົວຊາຕໍ່​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ
​ໂຄງ​ການ​ຮັບຈໍາ​ ນໍາ ເຂົ້າລັດຖະບານ ທີ່​ພາໃຫ້ລັດຖະບານ​ຂາດທຶນ​ເປັນ​ຈໍາ ນວນ
ຫລາຍພັນລ້ານ​ໂດ​ລ່າ.

ຢູ່ຂ້າງ​ນອກ​ຕຶກຄະນະ​ກໍາມາ​ທິການທີ່​ວ່າ​ນີ້ ນຶ່ງ​ໃນທະນາຍຄວາມຂອງ​ທ່ານ​ນາງ
ຄືທ່ານ Norawit Laolang ໄດ້ກ່າວ​ປົກ​ປ້ອງໂຄງການ​ຮັບ​ຈໍາ​ ນໍາ ​ເຂົ້າ.

ທ່ານ Norawit ເວົ້າວ່າ “ນາ​ຍົກລັດຖະມົນຕີຍິ່ງ​ລັກ ເຕັມໃຈທີ່ຈະ​ໃຫ້​ຄວາມ​ຮ່ວມ​ມື
ກັບຄະນະ​ກໍາ ມາ​ທິການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແຫ່ງ​ຊາດ​ຂອງ​ໄທ ທ່ານ​ນາງ
ເຕັມໃຈ​ຈະ​ມອບຂໍ້​ມູນ​ແລະ​ຫຼັກ​ຖານ​ ໃຫ້ຄະນະ​ກໍາ ມາ​ທິການ​ຕໍ່ຕ້ານ​ການ​ສໍ້​ລາດ
​ບັງ​ຫຼວງແຫ່ງ​ຊາດ​ຂອງ​ໄທ​ເພາະວ່າ ນາຍົກລັດຖະມົນຕີ ໝັ້ນ​ໃຈ​ໃນ​ຄວາມ​ສຸດຈະລິດ
​ຂອງ​ທ່ານນາງ. ​ໂຄງການ​ຈໍາ​ ນໍາ​ ເຂົ້ານີ້ ​ແມ່ນ​ ​ເປັນ​ຜົນ​ດີ​ຕໍ່​ພວກ​ຊາວນາ.”

ພວກ​ທີ່​ສະໜັບສະ​ໜູນ​ທ່ານ​ນາງຫຼາຍ​ຮ້ອຍ​ຄົນ ​ທີ່​ເຕົ້າໂຮມກັນຢູ່​ຂ້າງ​ນອກຕຶກຄະນະ
ກຳມາທິ ການດັ່ງກ່າວ ຂົ່ມຂູ່​ທີ່​ຈະ​ຂັດຂວາງບໍ່ໃຫ້ຄະນະ​ກໍາ ມາ​ທິການເຂົ້າໄປຂ້າງໃນ
​ແລະ​ບັງຄັບໃຫ້ ໄປຮັບຟັງຄຳ​ໃຫ້ການ​ດັ່ງກ່າວ​ນີ້ ຢູ່​ສະຖານ​ທີ່​ອື່ນ.

XS
SM
MD
LG