ທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ ໄດ້ ຖະແຫລງຢືນຢັນເມື່ອບໍ່ນານມານີ້ວ່າ ລັດຖະບານໄທມີ ແຜນການແລະເປົ້າໝາຍຢ່າງແຈ່ມແຈ້ງໃນການທີ່ຈະພັດ ທະນາເສັ້ນທາງລົດໄຟໃນທົ່ວປະເທດໃຫ້ສາມາດຮອງຮັບຂະບວນລົດໄຟທີ່ມີຄວາມໄວສູງຂຶ້ນ ແລະເພື່ອເຊຶ່ອມຕໍ່ການໂດຍສານແລະຂົນສົ່ງສິນຄ້າໂດຍທາງລົດໄຟກັບ ປະເທດເພື່ອນບ້ານໃຫ້ໄດ້ຢ່າງຄົບວົງຈອນ ທັງໃນເຂດລຸ່ມແມ່ນໍ້າຂອງ ແລະສ່ວນພູມິພາກອາຊ່ຽນດ້ວຍກັນ.
ທັງນີ້ໂດຍລ່າສຸດກໍປາກົດວ່າທາງການຈີນກໍໄດ້ຈັດສົ່ງຄະນະຜູ້ແທນເດີນທາງມາໄທເພື່ອຂໍເຈລະຈາກກັບທາງ ການໄທກ່ຽວກັບແຜນການພັດທນະການເຊຶ່ອມຕໍ່ທາງລົດໄຟເຂົ້າຫາກັນໂດຍຜ່ານລາວ ຊຶ່ງທາງການໄທເອງກໍເຫັນດ້ວຍໃນຫລັກການແລ້ວ ຫາກແຕ່ຍ້ອນວ່າລະບົບ ລາງລົດໄຟຂອງຈີນກວ້າງກວ່າລະບົບລາງລົດໄຟຂອງໄທ ແລະຂະນະດຽວກັນ ກໍຍັງຄົງບໍ່ມີ ຄວາມຊັດເຈນວ່າ ລະບົບລາງລົດໄຟທີ່ຈີນຈະທໍາການກໍ່ສ້າງຢູ່ໃນລາວນັ້ນ ຈະມີຂະໜາດ ເທົ່າໃດແທ້ຈຶ່ງເຮັດໃຫ້ຍັງຈະຕ້ອງມີການເຈລະຈາເພື່ອຕົກລົງກັນໃນລາຍລະອຽດຕໍ່ໄປ ດັ່ງທີ່ທ່ານ ອະພິສິດ ໄດ້ຖະແຫລງຢືນຢັນໃນຕອນນຶ່ງວ່າ:
“ລ່າສຸດກໍມີຂໍ້ສະເໜີຈາກທາງຈີນ ຊຶ່ງເຂົາໄດ້ເລີ່ມທໍາໃນລາວແລ້ວກໍຢາກມາເຊຶ່ອມໂຍງກັບເຮົາ ຊຶ່ງກໍໄດ້ເວົ້າກັນ ແລ້ວວ່າມັນເປັນອີກສ່ວນຕ່າງຫາກເພາະວ່າມັນຈະເປັນລາງປະເພດຄວາມໄວອີກແບບຈຶ່ງທໍາໃຫ້ຕ້ອງໃຊ້ເວລາ ໃນການຫາຮູບແບບການດໍາເນີນການ ແຕ່ຢ່າງໃດກໍຕາມ ເຮົາກໍຕ້ອງທໍາຢູ່ແລ້ວ”
ກ່ອນໜ້ານີ້ ລັດຖະບານໄທໄດ້ອະນຸມັດງົບປະມານໃນມູນຄ່າ 1,650 ລ້ານບາດ ຫລືຫລາຍກວ່າ 420 ຕື້ກີບ ເພື່ອຊ່ວຍເຫລືອລັດຖະບານລາວໃນການກໍ່ສ້າງທາງລົດໄຟທີ່ເຊຶ່ອມຕໍ່ຈາກສະຖານີທ່ານາແລ້ວ ຫລືບ້ານດົງໂພສີ ເຂົ້າໄປຍັງບ້ານຄໍາສະຫວາດ ໃນເຂດນະຄອນວຽງຈັນ ຊຶ່ງຈະເລີ່ມລົງມືກໍ່ສ້າງນັບຈາກຕົ້ນປີ 2011 ເພື່ອໃຫ້ແລ້ວສຳເລັດແລະເປີດໃຊ້ໃຫ້ໄດ້ພາຍໃນປີ 2014 ໂດຍງົບປະມານດັ່ງກ່າວເປັນການຊ່ວຍເຫລືອລ້າໃນສັດສ່ວນ 30% ແລະທີ່ເຫລືອ 70% ນັ້ນເປັນເງິນກູ້ລະຍະຍາວດອກເບ້ຍຕໍ່າ.
ສ່ວນທາງການຈີນກໍໄດ້ຕົກລົງຮ່ວມມືກັບທາງການລາວເຂົ້າໃນການພັດທະນາແລະກໍ່ສ້າງທາງລົດໄຟ ເພື່ອເຊຶ່ອມຕໍ່ກັບຈີນແລະອາຊ່ຽນ ໂດຍຈະມີການຈັດຕັ້ງບໍລິສັດຮ່ວມທຶນ ຂຶ້ນມາດໍາເນີນການຮ່ວມກັນ ຫາກແຕ່ວ່າ ໃນສ່ວນຂອງເງິນລົງທຶນແລະເທັກນິກຕ່າງໆ ທີ່ຈະນໍາໃຊ້ເຂົ້າໃນການກໍ່ສ້າງທາງລົດໄຟ ຊຶ່ງລວມໄປເຖິງຫົວຈັກ ແລະຂະບວນລົດໄຟດ້ວຍນັ້ນ ກໍຈະມາຈາກຝ່າຍຈີນທັງໝົດ. ໂດຍສຳລັບການດໍາເນີນງານໃນໄລຍະທໍາອິດ ກໍຈະເປັນການສຶກສາຄວາມເປັນໄປໄດ້ຂອງໂຄງການ ຕໍ່ຈາກນັ້ນກໍຈະເປັນການອອກແບບການກໍ່ສ້າງແລະສະເໜີ ຂໍອະນຸມັດໂຄງການຈາກລັດຖະບານລາວຕໍ່ໄປ ແລະເມື່ອໄດ້ຮັບອະນຸມັດຈາກລັດຖະ ບານລາວແລ້ວກໍຄາດວ່າຈະຕ້ອງໃຊ້ເວລາບໍ່ໜ້ອຍກວ່າ 5 ປີ ເພື່ອດໍາເນີນການກໍ່ສ້າງໃຫ້ສຳເລັດແລະເປີດເສັ້ນທາງເພື່ອເດີນຂະບວນລົດໄຟຕໍ່ໄປ ຊຶ່ງຄາດວ່າຈະຕ້ອງໃຊ້ເງິນທຶນສຳລັບດໍາເນີນການກໍ່ສ້າງຄິດເປັນມູນຄ່າຫລາຍກວ່າ 4,000 ລ້ານໂດລາ.
ເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສໍາຄັນຫລາຍທີ່ສຸດ ກໍຄືເສັ້ນທາງທີ່ເຊຶ່ອມຕໍ່ຈາກດ່ານບໍ່ເຕັນໃນແຂວງຫລວງນໍ້າທາ ຊຶ່ງຕິດກັບຊາຍແດນຈີນທີ່ບໍ່ຫານໃນເຂດສິບສອງພັນນາ ມົນທົນຢູນນານ ເລື້ອຍລົງມາສູ່ນະຄອນວຽງຈັນ-ເມືອງທ່າແຂກໃນແຂວງຄໍາມ່ວນ ແລ້ວເຊຶ່ອມຕໍ່ໄປຍັງພາກກາງຫວຽດນາມ ແລະພາກອີສານຂອງໄທຕໍ່ມາຍັງບາງກອກ-ມາເລເຊຍ ແລະສິງຄະໂປ ຫລືທີ່ເອີ້ນວ່າ ເສັ້ນທາງລົດໄຟອາຊ່ຽນ - ຈີນນັ້ນເອັງ.
ລັດຖະບານຈີນໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາເສັ້ນທາງຄົມມະນາຄົມ-ຂົນສົ່ງ ເພື່ອເຊຶ່ອມຕໍ່ກັບອາຊ່ຽນ ໂດຍຜ່ານລາວດ້ວຍເປົ້າໝາຍທີ່ຈະເສີມຂະຫຍາຍາການຄ້າກັບອາຊຽນໃຫ້ຫລາຍຂຶ້ນຢ່າງຕໍ່ເນຶ່ອງ ໂດຍ ໃນໄລຍະນັບຈາກປີ 2000 ເປັນຕົ້ນມາ ທາງການຈີນກໍໄດ້ໃຫ້ຄວາມສໍາຄັນເປັນພິເສດກັບການພັດທະນາການຂົນສົ່ງທາງບົກແລະທາງນໍ້າໃນເຂດພາກເໜືອຂອງລາວ ເຊັ່ນການພັດທະນາເສັ້ນທາງການເດີນເຮືອໃນແມ່ນໍ້າຂອງ ແລະການພັດທະນາຖະໜົນເລກ 3 ໃນແຂວງຫລວງນໍ້າທາ ແລະແຂວງບໍ່ແກ້ວ ລວມເຖິງການພັດ ທະນາການຄົມມະນາຄົມ-ຂົນສົ່ງເຊຶ່ອມຕໍ່ກັບແຂວງພົງສາລີ ແຂວງອຸດົມໄຊ ເລຶ້ອຍລົງມາເຖິງນະຄອນວຽງຈັນດ້ວຍ.