ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສູນການບໍລິຫານ ແຮງງານຕ່າງດ້າວ ໃນໄທ ຈະສົ່ງຜົນກະທົບຕໍ່ ແຮງງານລາວ ທີ່ບໍ່ໄດ້ຂຶ້ນທະບຽນ


ແຮງງານຕ່າງດ້າວ ທີ່ບໍ່ໄດ້ຂຶ້ນທະບຽນ ພາກັນເດີນທາງ ອອກຈາກປະເທດໄທ ຍ້ອນຄະນະຮັກສາຄວາມສະຫງົບ ແຫ່ງຊາດໄທ ໄດ້ສ້າງຕັ້ງຄະນະກຳມະການ ຂຶ້ນມາຊຸດໜຶ່ງ ເພື່ອຮັບຜິດຊອບ ການບໍລິຫານແຮງງານຕ່າງດ້າວໃນໄທ.
ແຮງງານຕ່າງດ້າວ ທີ່ບໍ່ໄດ້ຂຶ້ນທະບຽນ ພາກັນເດີນທາງ ອອກຈາກປະເທດໄທ ຍ້ອນຄະນະຮັກສາຄວາມສະຫງົບ ແຫ່ງຊາດໄທ ໄດ້ສ້າງຕັ້ງຄະນະກຳມະການ ຂຶ້ນມາຊຸດໜຶ່ງ ເພື່ອຮັບຜິດຊອບ ການບໍລິຫານແຮງງານຕ່າງດ້າວໃນໄທ.
ການສ້າງຕັ້ງສູນການບໍລິຫານແຮງງານຕ່າງດ້າວໃນໄທ ຈະສົ່ງ
ຜົນກະທົບ ຕໍ່ແຮງງານລາວ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ບໍ່ໄດ້ຮັບ
ອະນຸຍາດ ໃຫ້ທຳງານຢ່າງຖືກຕ້ອງຕາມກົດໝາຍໃນໄທ.

ທ່ານພົນເອກປຣະຢຸດ ຈັນໂອຊາ ຫົວໜ້າຄະນະຮັກສາຄວາມ
ສະຫງົບຮຽບຮ້ອຍແຫ່ງຊາດໄທ ທີ່ຢຶດອຳນາດທາງການເມືອງ
ຈາກລັດຖະບານ ຂອງທ່ານນາງ ຍິ່ງລັກ ຊີນນະວັດ ນັບຈາກ
ວັນທີ 22 ພຶດສະພາ 2014 ເປັນຕົ້ນມາ ໄດ້ຖະແຫລງຢືນຢັນ
ວ່າການແກ້ໄຂບັນຫາແຮງງານຕ່າງດ້າວ ທີ່ລັກລອບທຳງານ ໂດຍຜິດກົດໝາຍຢູ່ໃນໄທ
ໃນປັດຈຸບັນນີ້ ຈະດຳເນີນການໃຫ້ແລ້ວສຳເລັດພາຍໃນ 1 ປີ.
ທ່ານພົນເອກປຣະຢຸດ ຈັນໂອຊາ ຫົວໜ້າຄະນະຮັກສາຄວາມສະຫງົບ ຮຽບຮ້ອຍແຫ່ງຊາດໄທ ໄດ້ສ້າງຕັ້ງຄະນະກຳມະການຂຶ້ນມາຊຸດໜຶ່ງ ເພື່ອໃຫ້ຮັບຜິດຊອບ ໃນການບໍລິຫານແຮງງານຕ່າງດ້າວໃນໄທ.
ທ່ານພົນເອກປຣະຢຸດ ຈັນໂອຊາ ຫົວໜ້າຄະນະຮັກສາຄວາມສະຫງົບ ຮຽບຮ້ອຍແຫ່ງຊາດໄທ ໄດ້ສ້າງຕັ້ງຄະນະກຳມະການຂຶ້ນມາຊຸດໜຶ່ງ ເພື່ອໃຫ້ຮັບຜິດຊອບ ໃນການບໍລິຫານແຮງງານຕ່າງດ້າວໃນໄທ.

ໂດຍຄະນະຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດໄທ ໄດ້
ສ້າງຕັ້ງຄະນະກຳມະການຂຶ້ນມາຊຸດໜຶ່ງ ເພື່ອໃຫ້ຮັບຜິດຊອບ
ໃນການ ບໍລິຫານແຮງງານຕ່າງດ້າວໃນໄທເປັນການສະເພາະ
ແລ້ວ ໃນຂະນະນີ້ ແລະ ມາດຕະການທຳອິດ ທີ່ຈະຕ້ອງດຳເນີນ
ການຢ່າງຮີບດ່ວນທີ່ສຸດ ກໍຄື ການພິສູດສັນຊາດຂອງແຮງງານ
ຈາກລາວ ມຽນມາ ແລະກຳປູເຈຍ ຊຶ່ງຈາກສະຖິຕິຂອງ ກະຊວງ
ແຮງງານແລະສະຫວັດດີການສັງຄົມຂອງໄທລະບຸວ່າມີຈຳນວນ
ຫຼາຍກວ່າ 9 ໝື່ນຄົນ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ບໍ່ໄດ້ຮັບອະນຸ
ຍາດໃຫ້ທຳງານຢ່າງຖືກຕ້ອງຕາມກົດໝາຍໃນໄທ ດັ່ງທີ່ທ່ານ
ພົນເອກ ປຣະຍຸດ ໄດ້ໃຫ້ການຢືນຢັນວ່າ:

“ໃນເລື້ອງຂອງການບໍລິຫານຈັດການແຮງງານຕ່າງດ້າວ ມີແຮງງານຕ່າງດ້າວ
ຢູ່ຈຳນວນປະມານຈັກ 9 ໝື່ນຄົນນະຄັບ ທີ່ຍັງບໍ່ໄດ້ຢູ່ໃນການຄວບຄຸມ ຢ່າງຈະ
ແຈ້ງ ແລ້ວກໍສິ່ງທີ່ເປັນບັນຫາ ໃນຂະນະນີ້ ກໍຄືການຄວບຄຸມແຮງງານ ທັງເຊົ້າ
ໄປຄ່ຳກັບ ທັງຕາມລະດູການ ແລ້ວກໍໃນສ່ວນຂອງລາຍປີ ນະຄັບ ບັນຫາກໍຄື
ການພິສູດສັນຊາດ ຊຶ່ງເຮົາຈຳເປັນຈະຕ້ອງຕັ້ງສູນສັນຊາດ ຂ້າພະເຈົ້າຄິດວ່າ
ຈະເລັ່ງໃຫ້ສຳເລັດໂດຍໄວ ພາຍໃນລະຍະເວລາ 1 ປີນີ້ແຫລະ.”


ສ່ວນມາດຕະການ ທີ່ຄະນະຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດໄທ ຈະດຳເນີນ
ການສືບຕໍ່ ຈາກການພິສູດສັນຊາດແຮງງານແລ້ວນັ້ນ ກໍຄືການດຳເນີນຄະດີກັບແຮງ ງານຕ່າງດ້າວທຸກຄົນ ທີ່ລັກລອບເດີນທາງເຂົ້າມາທຳງານໃນໄທ ໂດຍຜິດກົດໝາຍ
ແລະຫຼັງຈາກທີ່ແຮງງານຕ່າງດ້າວ ໄດ້ຖືກລົງໂທດຢ່າງຄົບຖ້ວນແລ້ວ ກໍຈະຖືກສົ່ງກັບ
ຄືນປະເທດທີ່ເປັນພູມລຳເນົາ ໃນທັນທີ ທັງກໍຖືກຫ້າມເດີນທາງເຂົ້າມາໃນໄທ ເປັນ
ລະຍະເວລາ ລະຫວ່າງ 1-5 ປີ ອີກດ້ວຍ.
ແຮງງານລາວ ທີ່ບໍ່ໄດ້ຂຶ້ນທະບຽນ ຖືກເຈົ້າໜາທີ່ໄທກັກຕົວ ຢູ່ທີ່ ອຸບົນ ລາດຊະທານີ.
ແຮງງານລາວ ທີ່ບໍ່ໄດ້ຂຶ້ນທະບຽນ ຖືກເຈົ້າໜາທີ່ໄທກັກຕົວ ຢູ່ທີ່ ອຸບົນ ລາດຊະທານີ.

ແຕ່ຢ່າງໃດກໍຕາມ ທ່ານພົນເອກປຣະຍຸດ ກໍບໍ່ໄດ້ໃຫ້ລາຍລະ
ອຽດວ່າ ແຮງງານຕ່າງດ້າວ ທີ່ລັກລອບທຳງານໂດຍຜິດກົດ
ໝາຍໃນໄທ 9 ໝື່ນກວ່າຄົນດັ່ງກ່າວນີ້ ເປັນແຮງງານລາວຈຳ
ນວນເທົ່າໃດແທ້ ຫາກແຕ່ຕາມລາຍງານຂອງ ກະຊວງແຮງ
ງານຂອງໄທ ກໍໄດ້ລະບຸວ່າມີແຮງງານຈາກລາວ ກຳປູເຈຍ
ແລະ ມຽນມາຫຼາຍກວ່າ 1 ລ້ານ 3 ແສນຄົນ ທີ່ທຳງານຢ່າງ
ຖືກຕ້ອງຕາມກົດໝາຍໃນໄທ ໃນປັດຈຸບັນນີ້.

ສ່ວນເຄືອຂ່າຍ ເພື່ອໃຫ້ການຊ່ວຍເຫຼືອແກ່ແຮງງານລາວ
ກຳປູເຈຍ ແລະ ມຽນມາໃນໄທກໍໄດ້ປະເມີນວ່າມີແຮງງານ
ຈາກ3 ປະເທດດັ່ງກ່າວນີ້ ຢູ່ໃນໄທຫຼາຍກວ່າ 4 ລ້ານຄົນ
ໂດຍ 80 ເປີເຊັນເປັນແຮງງານມຽນມາ ສ່ວນທີ່ເຫຼືອກໍເປັນ
ແຮງງານລາວ ແລະກຳປູເຈຍ ປະເທດລະ 4 ແສນກວ່າຄົນ ຊຶ່ງເມື່ອປະກອບກັບການ
ທີ່ກະຊວງແຮງງານແລະສະຫວັດດີການສັງຄົມຂອງລາວ ໄດ້ລາຍງານວ່າມີແຮງງານ
ລາວ ຈຳນວນ 56,000 ກວ່າຄົນທີ່ທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ຈຶ່ງເຊື່ອ
ວ່າມີແຮງງານລາວຫຼາຍກວ່າ 3 ແສນຄົນທີ່ລັກລອບທຳງານ ໂດຍຜິດກົດໝາຍຢູ່ໃນໄທ
ແລະຕົກເປັນເປົ້າໝາຍ ທີ່ຈະຖືກທາງການໄທ ສົ່ງກັບຄືນປະເທດລາວ ໃນລະຍະຕໍ່ໄປ.

ຍິ່ງໄປກວ່ານັ້ນ ລາວຍັງປະເຊີນກັບບັນຫາ ຂາດແຄນແຮງງານມີຝີມືອີກດ້ວຍ ໂດຍໃນ
ລະຍະ 3 ປີທີ່ຜ່ານມາ ທາງການກະຊວງແຮງງານຂອງລາວກໍໄດ້ຂຶ້ນທະບຽນ ແລະອະນຸ
ຍາດໃຫ້ບັນດາແຮງງານຕ່າງຊາດ ສາມາດທຳງານໄດ້ຢ່າງຖືກຕ້ອງຕາມກົດໝາຍຢູ່ໃນ
ລາວຈຳນວນ 20,599 ຄົນ ໂດຍສ່ວນໃຫຍ່ເປັນແຮງງານຈາກຫວຽດນາມ ຈີນແລະໄທ.

ທັງນີ້ໂດຍທາງການລາວ ຄາດໝາຍວ່າ ໃນຊ່ວງປີ 2011-201 ບັນດາບໍລິສັດຕ່າງຊາດ
ທີ່ລົງທຶນໃນລາວ ຕ້ອງການແຮງງານມີຝີມື ຈຳນວນຫຼາຍກວ່າ 9 ໝື່ນຄົນ ຈຶ່ງຍັງເຫຼືອ
ອີກ 7 ໝື່ນກວ່າຄົນ ທີ່ຕ້ອງນຳເຂົ້າມາເພີ້ມຂຶ້ນອີກ ນັບຈາກປັດຈຸບັນໄປຈົນເຖິງປີ 2015
ນັ້ນເອງ.
XS
SM
MD
LG