ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກູ້ໄພໃນໄທ ຈະເຈາະຮູເຂົ້າໄປໃນຖໍ້າ ເພື່ອຊອກຫາ ພວກເດັກນ້ອຍ ທີ່ຫາຍສາບສູນ


ພວກທະຫານໄທພາກັນດຶງສາຍໄຟເຂົ້າໄປໃນຖໍ້າຫລວງ ຢູ່ໃນປ່າ ສະຫງວນຂຸນນໍ້າ ນາງນອນ ຢູ່ຊຽງຣາຍ ໃນວັນທີ 26 ມິຖຸນາ, 2018 ໃນໄລຍະທີ່ບອກຫາທີມເຕະບານ ແລະຄູຝຶກຂອງພວກເຂົາ ທີ່ຫາຍສາບສູນໄປ ຢູ່ໃນຖໍ້າຫລວງ.
ພວກທະຫານໄທພາກັນດຶງສາຍໄຟເຂົ້າໄປໃນຖໍ້າຫລວງ ຢູ່ໃນປ່າ ສະຫງວນຂຸນນໍ້າ ນາງນອນ ຢູ່ຊຽງຣາຍ ໃນວັນທີ 26 ມິຖຸນາ, 2018 ໃນໄລຍະທີ່ບອກຫາທີມເຕະບານ ແລະຄູຝຶກຂອງພວກເຂົາ ທີ່ຫາຍສາບສູນໄປ ຢູ່ໃນຖໍ້າຫລວງ.

ພວກພະນັກງານກູ້ໄພ ຈະເຈາະຮູເປັນທາງຮ່ອມນ້ອຍໆ ເຂົ້າໄປໃນຖໍ້າ ທີ່ມີເດັກນັກຮຽນ
ຊາຍ 12 ຄົນ ແລະຄູຝຶກເຕະບານຂອງພວກເຂົາຖືກຂັງໄວ້ຍ້ອນມີນໍາຖ້ວມນັ້ນ, ອີງຕາມ
ລັດຖະມົນຕີກະຊວງພາຍໃນຂອງໄທ ທີ່ກ່າວໃນວັນພຸດທີ່ຜ່ານມາ, ຊຶ່ງເປັນມື້ທີ 4 ທີ່ການ
ຊອກຫາພວກກ່ຽວຖືກຜົນຕົກໜັກກີດກັນໄວ້.

ພວກເດັກຊາຍດັ່ງກ່າວມີອາຍຸນັບແຕ່ 11 ຫາ 16 ປີ ແລະຜູ້ຊ່ວຍຄູຝຶກເຕະ ບານຂອງ
ພວກເຂົາ ອາຍຸ 25 ປີໄດ້ຫາຍສາບສູນໄປໃນວັນເສົາທີ່ຜ່ານມາ ພາຍຫລັງໄດ້ຊ້ອມເຕະ
ບານແລ້ວພາກັນໄປເລາະເບິ່ງເຂດຄຸ້ມຖໍ້າຫລວງເຖິງແມ່ນວ່າຖໍ້າດັ່ງກ່າວມັກຈະມີນໍ້າຖ້ວມ
ໃນເວລາລະດູຝົນກໍຕາມ.

ພວກອາສາມສະໝັກໄທ ແລະທີມທະຫານ ຊຶ່ງມີທະຫານເຮືອຈາກໜ່ວຍກ້າຕາຍ 45
ຄົນ ໄດ້ຖືກເກນຍັງເຂດຄຸ້ມຖໍ້າທີ່ຖືກນໍາຖ້ວມນັ້ນ ຊຶ່ງມີຄວາມຍາວ 10 ກິໂລແມັດ ຫລື
6 ໄມລ໌ ຢູ່ກ້ອງພູໜ່ວຍນຶ່ງ ຢູ່ໃນຈັງຫວັດຊຽງຣາຍ ທາງພາກເໜືອຂອງປະເທດ.

ທ່ານ ອານຸພົງ ພາວຈິນດາ, ລັດຖະມົນຕີກະຊວງພາຍໃນກ່າວຕໍ່ພວກນັກຂ່າວ ໃນບາງ
ກອກວ່າ "ມື້ອື່ນນີ້ ພວກເຮົາສາມາດເຈາະຮູເຂົ້າໄປໃນພູ ແຕ່ວ່າພວກເຮົາ ຈະບໍ່ເຈາະລົງເລິກຫລາຍ. ເຈາະພໍແຕ່ໃຫ້ຫລົມຄົນໃຫ້ເຂົ້າໄປໃນໄດ້ . ພວກເຮົາໃຊ້ ທຸກວິທີທາງເພື່ອ
ຊອກຫາພວກເດັກນ້ອຍດັ່ງກ່າວ.” ໃນຂະນະທີ່ຍາດພີ່ນ້ອງ ແລະໝູ່ເພື່ອນຂອງພວກ
ເຂົາເຈົ້າທີ່ກັງວົນໃຈຢ່າງໜັກພາກັນໄປເຕົ້າໂຮມຢູ່ປາກຖໍ້ານັ້ນ ພວກພະນັກງານກູ້ໄພ
ໄດ້ກໍສູບເອົານໍ້າອອກ ແຕ່ວ່າຝົນທີ່ຕົກລົງມາຢ່າງບໍ່ຂາດສາຍ ນັ້ນເຮັດໃຫ້ມີຄວາມກ້າວ
ໜ້າຢ່າງຊັກຊ້າ.

ເຈົ້າໜ້າທີ່ທະຫານສິບເອກ ເກຣດາະດາ ວັນນະພູມກ່າວຕໍ່ສໍານັກຂ່າວຣອຍເຕີ້ວ່າ "ນໍ້າ
ເປັນບັນຫາທ້າທາຍອັນໃຫຍ່ຫລວງ. ມີຊາກຫັກພັງຢ່າງຫລວງຫລາຍ ທີ່ຄາຢູ່ໃນປໍ້ານໍ້າ
ເມື່ອເວລາປໍ້ານໍາອອກມາ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG