ໄທກ່າວວ່າ ຕົນໄດ້ຮັດແໜ້ນ ການຮັກສາຄວາມປອດໄພ ເພື່ອ
ຮັບມືກັບ ການປະທ້ວງແຂ່ງກັນ ໃນວັນຈັນມື້ນີ້ ລະຫວ່າງພວກ
ສະໜັບສະໜຸນ ແລະ ຕໍ່ຕ້ານລັດຖະບານ ຊຶ່ງລັດຖະບານຮັກສາ
ການກ່າວວ່າ ຄຳຮຽກ ຮ້ອງຂອງຝ່າຍຄ້ານ ທີ່ຕ້ອງການໃຫ້ມີ
ການແຕ່ງຕັ້ງ ນາຍົກລັດຖະມົນຕີ ທີ່ເປັນກາງຂຶ້ນ ກ່ອນການ
ເລືອກຕັ້ງນັ້ນ ຈະເປັນການຜິດກົດໝາຍແລະ ບໍ່ຖືກຕ້ອງຕາມລັດຖະທຳມະນູນ.
ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ຮຽກຮ້ອງໃຫ້ມີການແຕ່ງຕັ້ງ
ນາຍົກລັດຖະມົນຕີ ທີ່ເປັນກາງ ພາຍໃນວັນຈັນມື້ນີ້.
ນາຍົກລັດຖະມົນຕີຮັກສາ ການຂອງໄທ ທ່ານນິວັດທຳຣົງ ບຸນສົງ
ໄພສານ ກ່າວໃນກອງປະຊຸມນັກຂ່າວ ໃນວັນຈັນມື້ນີ້ວ່າ ລັດຖະ
ບານເປີດກ້ວາງ ສຳຫລັບ ການເຈລະຈາທຸກໆແບບ “ແຕ່ວ່າ ຜົນ
ຂອງການເຈລະຈານັ້ນ ຕ້ອງຖືກຕ້ອງຕາມ ລັດຖະທຳມະນູນ
ແລະ ເປັນປະຊາທິປະໄຕ.”
ທ່ານ ກ່າວຕື່ມວ່າ ລັດຖະບານ ບໍ່ຢາກໃຫ້ມີຄວາມຮຸນແຮງ ຫຼືການ
ຂ້າກັນ ແລະ ບໍ່ຄິດວ່າການປະທ້ວງຕ່າງໆ ນັ້ນ ຈະທະວີຮຸນແຮງ
ຂຶ້ນ ຈົນກາຍເປັນສົງຄາມກາງເມືອງ.
ເວລາຖືກຖາມວ່າ ວັນທີ 20 ເດືອນກໍລະກົດ ສຳຫລັບວັນເລືອກ
ຕັ້ງ ແມ່ນເປັນໄປໄດ້ບໍ ທ່ານນາຍົກລັດຖະມົນຕີ ກ່າວວ່າເຮົາຈະ
ມີຄຳຕອບ ໃນວັນອັງຄານ. ທ່ານເວົ້າຕື່ມວ່າ “ການເລືອກຕັ້ງ
ຕ້ອງມາກ່ອນ ແລ້ວຈຶ່ງຈະມີການປະຕິຮູບ.”
ການເລືອກຕັ້ງທີ່ໄດ້ກຳນົດໃສ່ ວັນທີ 2 ເດືອນກຸມພາ ໄດ້ຖືກຍົກເລີກ ຫຼັງຈາກມີການ
ຂວ້ຳບາດ ຈາກບັນດາພັກຝ່າຍຄ້ານ.