ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ສະ​ໝັກ​ໄທ ກ່າວ​ວ່າ ທ່ານ​ໄດ້​ຮັບສຽງ​ສະ​ໜັບ​ສະ​ໜຸນ​ພຽງ​ພໍ ​ຈາກ​ສະ​ພາ​ສູງ ເພື່ອ​ຈະເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ


ຄົນ​ຂາຍ​ເຄື່ອງ​ຜູ້​ນຶ່ງ ພວມ​ຍົກ​ຮູບ​ ຜູ້​ນຳ​ພັກ​ກ້າວ​ໄກ ແລະ​ຜູ້​ທີ່​ກຳ​ລັງ​ສະ​ໝັກ​ເອົາ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ທີ່​ບາງ​ກາງ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.
ຄົນ​ຂາຍ​ເຄື່ອງ​ຜູ້​ນຶ່ງ ພວມ​ຍົກ​ຮູບ​ ຜູ້​ນຳ​ພັກ​ກ້າວ​ໄກ ແລະ​ຜູ້​ທີ່​ກຳ​ລັງ​ສະ​ໝັກ​ເອົາ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ທີ່​ບາງ​ກາງ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.

ຜູ້ມີ​ຄະ​ແນນ​ນຳ​ໜ້າ​ທີ່​ຈະ​ໄດ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້ວ່າ ທ່ານ​ມີ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ພຽງ​ພໍ​ສະ​ພາ​ສູງ ທີ່​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ AFP.

​ພັກ​ກ້າວ​ໄກ​ຂອງ​ທ່ານ​ພິ​ທາ ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ໝູ່ ​ໃນ​ການ​ເລືອກ​ຕັ້ງ​ເມື່ອເດືອນ​ແລ້ວ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໄດ້​ພາ​ກັນ​ປະ​ຕິ​ເສດ ຕໍ່​ບັນ​ດາ​ພັກ​ທີ່​ພົວ​ພັນ​ກັບ​ພວກ​ທະ​ຫານ ທີ່​ໄດ້​ບໍ​ລິ​ຫານ​ປະ​ເທດ​ມາ​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ.

ກ່ອນ​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້ ທ່ານ​ພິ​ທາ ຈະ​ຕ້ອງ​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ຢູ່​ໃນ​ທັງ​ສອງ​ສະ​ພາ ຮວມ​ທັງ​ສະ​ພາ​ສູງ ຊຶ່ງ​ສະ​ມາ​ຊິກ​ທັງ​ໝົດ 250 ທ່ານ​ແມ່ນ​ໄດ້​ຖືກ​ເລືອກ​ໂດຍ​ພວກ​ທະ​ຫານ.

ລັດ​ຖະ​ບານ​ປະ​ສົມ​ທີ່​ປະ​ກອ​ບ​ດ້ວຍ 8 ພັກ​ຂອງ​ທ່ານ ມີ​ບ່ອນ​ນັ່ງ​ທັງ​ໝົດ 312 ບ່ອນ ຢູ່​ໃນ​ສະ​ພາ​ຕ່ຳ ແຕ່​ຕ້ອງ​ການ​ຄະ​ແນນ​ຕື່ມ​ອີກ 64 ສຽງ ຈາກ​ສະ​ພາ​ຕ່ຳ ຫຼື​ສະ​ພາ​ສູງ​ກໍ​ໄດ້ ເພື່ອ​ໃຫ້​ໄຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ.

ເມື່ອ​ມີ​ການ​ຖາມ​ໃນ​ວັນ​ອັງ​ຄານ​ມື້ນີ້ວ່າ ມີ​ສະ​ມາ​ຊິກ​ສະ​ພາ​ສູງ​ຫຼາຍ​ປານ​ໃດ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທ່ານ ທ່ານ​ພິ​ທາ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ທີ່​ຕຶກ​ສະ​ພາ​ວ່າ “ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້.”

ສະ​ພາ​ແຫ່ງ​ຊາດ​ໄທ ໄດ້​ກຳນົດ​ທີ່​ຈະ​ປະ​ຊຸມ​ກັນ​ເປັນ​ເທື່ອ​ທຳ​ອິດໃນ​ວັນ​ຈັນ​ໜ້າ ນັບ​ແຕ່​ໄດ້​ມີ​ການ​ເລືອກ​ຕັ້ງ ແລະ​ການ​ລົງຄະ​ແນນ​ສຽງ​ເລືອກ​ເອົາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ຈະ​ມີ​ຂຶ້ນ​ໃນ​ກາງ​ເດືອນ​ກໍ​ລະ​ກົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG