ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາປູເຈຍ ສະເໜີ ແລກປ່ຽນນັກໂທດ ກັບໄທ


ລັດຖະມົນຕີການຕ່າງປະເທດໄທ ທ່ານສຸຣະພົງ ໂຕວິຈັກໄຊກຸລ (ຊ້າຍ) ແລະຄູ່ຕຳແໜ່ງຝ່າຍກຳປູເຈຍ ທ່ານ Hor Namhong (ຂວາແຖວໜ້າ) ໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງພະນົມເປັນ (29 ທັນວາ 2011)
ລັດຖະມົນຕີການຕ່າງປະເທດໄທ ທ່ານສຸຣະພົງ ໂຕວິຈັກໄຊກຸລ (ຊ້າຍ) ແລະຄູ່ຕຳແໜ່ງຝ່າຍກຳປູເຈຍ ທ່ານ Hor Namhong (ຂວາແຖວໜ້າ) ໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງພະນົມເປັນ (29 ທັນວາ 2011)

ກຳປູ​ເຈຍ​ກ່າວ​ວ່າ ຕົນ​ຈະ​ພິຈາລະນາ​ກ່ຽວ​ກັບ​ການສົ່ງ​ນັກ​ຊາດ​ນິ​ຍົມ​ຂອງ​ໄທ​ສອງ​ຄົນ​ທີ່​ພວມ
ຖືກ​ຄຸກ​ຢູ່ກຳ​ປູ​ເຈຍ​ໃນ​ຂໍ້​ຫາ​ຈາລະ​ກຳກັບ​ຄືນ​ປະ​ເທດຖ້າ​ລັດຖະບານ​ໄທ​ຫາກ​ຂໍ​ຮ້ອງ​ແລະ​ຕົກລົງ​
ທີ່​ຈະ​ແລກປ່ຽນ​ນັກ​ໂທດກັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ​ທ່ານ Hor Namhong ​ໄດ້ເປີ​ດ​ເຜີຍ​ຂໍ້ສະ​ເໜີ​ດັ່ງ
ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຮ່ວມ​ກັນ​ທີ່​ນະຄອນ​ຫຼວງພະນົມ​ເປັນ
ກັບ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ໄທ ທ່ານ​ສຸຣະພົງ ​ໂຕ​ວິຈັກ​ໄຊ​ກຸລ.

ນັກ​ການ​ເມືອງ​ຫົວຊາດ​ນິຍົມ​ຂອງ​ໄທ ທ່ານ​ວິຣະ ສົມ​ຄວາມ​ຄິດ​ແລະ​ເລຂາ​ຂອງທ່ານ​ໄດ້​ຖືກ​
ຄຸກ​ໃນ​ຂໍ້​ຫາ​ຈາລະ​ກຳ​ເມື່ອ​ຕົ້ນປີນີ້ຫຼັງຈາກ​ໄດ້​ມີ​ການ​ຕັດສິນ​ວ່າ​ບຸກຄົນທັງ​ສອງມີ​ຄວາມ​ຜິດທີ່​
ໄດ້​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ​ເຂົ້າ​ໄປ​ໃນ​ກຳປູ​ເຈຍ.

ທ່ານ​ວິຣະ​ເປັນ​ສະມາຊິກ​ສະພາ​ໃນ​ອະດີດ​ລັດຖະບານນິຍົມ​ກະສັດ​ຂອງ​ໄທທີ່​ໄດ້​ຖືກ​ຂັບ​ໄ​ລ່​
ໃຫ້​ລົງ​ຈາກ​ອຳນາດ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກໍລະກົດ. ທ່ານ​ໄດ້ນຳພາ​ຄະນະ​ຜູ້​ແທນ
ໄປ​ຍັງ​ບໍລິ​ເວນ​ຊາຍ​ແດນ​ກຳປູ​ເຈຍ​ໃນ​ເດືອນ​ມັງກອນ​ປີນີ້ຂະ ນະທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​
ປະ​ເທດ​ເພື່ອນ​ບ້ານ​ທັງ​ສອງລະ​ເບີດ​ຂຶ້ນຍ້ອນ​ບັນຫາ​ຂັດ​ແຍ້​ງຊາຍ​ແດນທີ່​ມີ​ມາ​ເປັນ​ເວລາດົນ
ນານ​ແລ້ວນັ້ນ.

XS
SM
MD
LG