ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຊ່ຽນຊັ່ງຊາວ່າ ຈະເຂົ້າໄກ່ເກ່ຍ ລະຫວ່າງໄທກັບກໍາປູເຈຍ ຫລືບໍ່?


ອາຊ່ຽນຊັ່ງຊາວ່າ ຈະເຂົ້າໄກ່ເກ່ຍ ລະຫວ່າງໄທກັບກໍາປູເຈຍ ຫລືບໍ່?
ອາຊ່ຽນຊັ່ງຊາວ່າ ຈະເຂົ້າໄກ່ເກ່ຍ ລະຫວ່າງໄທກັບກໍາປູເຈຍ ຫລືບໍ່?

ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້
ພວມສົນທະນາຫາລືກັນວ່າ ຈະເຂົ້າໄປພົວພັນໃນບັນຫາ
ຂັດແຍ້ງກ່ຽວກັບເຂດນໍ້າແດນດິນລະຫວ່າງກຳປູເຈຍແລະ
ປະເທດໄທຫລືບໍ່.

ໂຄສົກຍິງຄົນນຶ່ງຂອງກະຊວງການຕ່າງປະເທດຫວຽດນາມ
ກ່າວໃນມື້ວານນີ້ວ່າ ຫວຽດນາມພວມປຶກສາຫາລືກັບສະມາ
ຊິກອື່ນໆຂອງສະມາຄົມອາຊ່ຽນກ່ຽວກັບການຮ້ອງຂໍຂອງ
ກຳປູເຈຍເພື່ອໃຫ້ອາຊ່ຽນຊ່ອຍໄກ່ເກ່ຍບັນຫາຂັດແຍ້ງທີ່ວ່າ ນີ້. ປັດຈຸບັນ ຫວຽດນາມເປັນປະທານວຽນຂອງສະມາຄົມ
ອາຊ່ຽນ.

ລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ Hor Namhong ໄດ້ຮ້ອງຂໍ ການ
ຊ່ອຍເຫຼືອຈາກພາຍນອກ ໃນມື້ວັນເສົາແລ້ວ ເພື່ອແກ້ໄຂບັນຫາຂັດແຍ້ງເລື່ອງດິນຢູ່
ບໍລິເວນອ້ອມແອ້ມປາສາດຫີນເຂົາພະວິຫານ ຊຶ່ງເປັນວັດສາສະໜາຮິນດູໃນສະໄໝ
ໂບຮານ. ທ່ານກ່າວວ່າ ບໍ່ມີຄວາມຫວັງອີກແລ້ວ ທີ່ໄທແລະກຳປູເຈຍຈະສາມາດຕົກລົງ
ກັນໄດ້ກ່ຽວກັບເລື່ອງນີ້ ແລະທ່ານໄດ້ເຕືອນວ່າ ອາດຈະມີການປະທະກັນທາງດ້ານ
ອາວຸດເກີດຂຶ້ນ.

ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນທ່ານສຸຣິນ ພິດສຸວັນ ໄດ້ເດີນທາງໄປກຳປູເຈຍ ໃນມື້ວັນຈັນແລະວັນອັງຄານວານນີ້ ໃນການຢ້ຽມຢາມທີ່ບໍ່ກ່ຽວກັນກັບ ເລື່ອງນີ້. ທ່ານກ່າວ
ວ່າ ສຸດແລ້ວແຕ່ລັດຖະມົນຕີການຕ່າງປະເທດຂອງອາຊ່ຽນ ທີ່ຈະຕັດສິນໃຈວ່າ ຈະເຂົ້າ
ແຊກແຊງໃນເລື່ອງນີ້ ຫຼືບໍ່.

XS
SM
MD
LG