ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ອິນ​ໂດ​ເນ​ເຊຍ ຈະສົ່ງຜູ້ສັງເກດ​ການ ​ໄປຍັງຊາຍແດນ ກໍາປູເຈຍ-ໄທ


ທ່ານ Natalegawa (ກາງ) ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ເປັນຜູ້ໄກ່ເກ່ຍ ບັນຫາລະຫວ່າງກໍາປູເຈຍແລະໄທ
ທ່ານ Natalegawa (ກາງ) ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ເປັນຜູ້ໄກ່ເກ່ຍ ບັນຫາລະຫວ່າງກໍາປູເຈຍແລະໄທ

ໄທ​ແລະ​ກໍາ​ປູ​ເຈຍ​ໄດ້​ຕົກລົງ ທີ່​ຈະໃຫ້ພວກ​ນັກ​ສັງ​ເກດ​
ການ​ຈາກ​ອິນ​ໂດ​ເນ​ເຊຍ ​ໄປ​ປະ​ຈໍາ​ການ​ຢູ່​ເລາະ​ຕາມ​ບໍລິ
ເວນຊາຍແດນຂອງ​ພວກຕົນ ເພື່ອປ້ອງກັນບໍ່ໃຫ້ເກີດການ
ສູ້​ລົບ​ກັນ​ຄືນ​ອີກ.

ທ່ານ Marty Natalegawa ລັດຖະມົນຕີ​ການ​ຕ່າງປະ
ເທດອິນ​ໂດ​ເນ​ເຊຍ ​ໄດ້​ປະກາດ​ຂ່າວ​ການ​ຈັດ​ແຈງ​ດັ່ງກ່າວ​ ​
ໃນ​ວັນອັງ​ຄານ​ມື້​ນີ້ໃນ​ເວລາ​ສີ້​ນສຸດ​ລົງ​ຂອງ​ກອງ​ປະຊຸມ​
ສຸກ​ເສີນຂອງບັນດາ​ລັດຖະມຸນຕີ​ການ​ຕ່າງປະ​ເທດຈາກ
10 ປະ​ເທດ​ສະມາຊິກ​ຂອງກຸ່ມ​ອາ​ຊ່ຽນຢູ່ທີ່​ກຸງ Jakarta.
ການ​ຕົກລົງ​ດັ່ງ​ກ່າວ ແມ່ນ​ເປັນຄວາມ​ກ້າວໜ້າ​ຢ່າງ​ນຶ່ງ
ສໍາ​ລັບອາ​ຊ່ຽນ ທີ່ຕາມ​ປະ​ເພນີ​ທີ່​ເປັນ​ມາ​ນັ້ນແມ່ນ​ບໍ່​ເຕັມ
ໃຈທີ່​ຈະ​ເຂົ້າ​ໄປພົວພັນໃນ​ຂໍ້​ຂັດ​ແຍ້​ງສອງ​ຝ່າຍ​ລະຫວ່າງ​ບັນດາປະ​ເທດ​ສະມາຊິກນັ້ນ.

ທ່ານ Natalegawa ຊຶ່ງປະ​ເທດ​ຂອງ​ທ່ານ​ເປັນປະທານ​
ໝຸນ​ວຽນ​ຂອງ​ອາ​ຊ່ຽນ ກ່າວ​ວ່າຈະ​ມີ​ການ​ສົ່ງ​ນັກ​ສັງ​ເກດ
ການ​ທີ່​ບໍ່​ປະກອບ​ອາວຸດ 20 ຄົນ ໄປ​ປະ​ຈໍາ​ຢູ່​ນໍາ​ແຕ່ລະ​ຝ່າຍທີ່​ຊາຍ​ແດນ​ນັ້ນ ​ເພື່ອ​ຕິດຕາມ​
ເບິ່ງການປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ແຕ່ລະ​ຝ່າຍ ທີ່​ວ່າຈະ​ຫລີກ​ເວ້ນ​ຈາກການ​ປະ​ທະ​
ກັນ​ຕື່ມ​ອີກນັ້ນ. ທ່ານ​ກ່າວ​ອີກ​ວ່າ ພວກ​ສັງ​ເກດ​ການຈະສົ່ງລາຍ​ງານ​ທີ່​ຖືກຕ້ອງ​ແລະ​ບໍ່​ລໍາ​
ອຽງ ມາ​ໃຫ້​ອາ​ຊ່ຽນ​ແລະ​ສະພາ​ຄວາມ​ໝັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດນໍາ. ນອກ​
ນັ້ນ​ແລ້ວ ອິນ​ໂດ​ເນ​ເຊຍ​ກໍ​ຈະ​ເຂົ້າ​ພົວພັນປຶກສາ​ຫາ​ກັບ​ທັງສອງ​ປະ​ເທດ​ ໃນ​ລະຫວ່າງ​ການ​
ເຈລະຈາ​ສອງຝ່າຍ ທີ່​ຈະກໍານົດ​ວັນ​ເວລາໃນ​ອານາ​ຄົດ​ນັ້ນ.

XS
SM
MD
LG