ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທກໍາລັງວາງແຜນ ສົ່ງອົບພະຍົບມຽນມາ ກັບຄືນປະເທດ


ຊາວອົບພຍົບກະຫຼ່ຽງ
ຊາວອົບພຍົບກະຫຼ່ຽງ

ທາງການໄທກ່າວວ່າ ຕົນພວມດຳເນີນງານຮ່ວມກັບອົງການ
ສະຫະປະຊາຊາດ ໃນການຮ່າງແຜນການເພື່ອສົ່ງກັບຄືນ
ປະເທດຊາວອົບພະຍົບມຽນມາຫຼາຍກ່ວາ 100 ພັນຄົນ
ທີ່ໄດ້ພາກັນຫຼົບໜີອອກຈາກບ້ານເກີດເມືອງນອນຂອງພວກ
ເຂົາເຈົ້າ ນານກວ່າ 2 ທົດສະຫວັດແລ້ວເພື່ອໜີຈາກການສູ້
ລົບກັນລະຫວ່າງກອງກໍາລັງທະ ຫານມຽນມາແລະພວກ
ກະບົດນັ້ນ.

ຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດຂອງໄທທ່ານ ຖະຫວິນ
ເພລີນສິຣິ ໄດ້ກ່າວໃນວັນຈັນວານນີ້ທີ່ບາງກອກວ່າ ຕົນໄດ້
ເອົາແຜນການຈັດສົ່ງພວກອົບພະຍົບກັບຄືນປະເທດໄປເປັນ
ເງື່ອນໄຂເຊື່ອມໂຍງໃສ່ການເລືອກຕັ້ງ ແບບປະຊາທິປະໄຕ
ເທື່ອທຳອິດໃນມຽນມາ ທີ່ມີຂຶ້ນໃນໄລຍະ 2 ທົດສະວັດ
ກວ່າໆ. ແຕ່ແນວໃດກໍຕາມ ພວກຕຳໜິຕິຕຽນ ຕໍ່ການເລືອກ
ຕັ້ງທີ່ໄດ້ມີຂຶ້ນໃນເດືອນພະຈິກຜ່ານມາກ່າວວ່າ ລັດຖະບານມຽນມາໃໝ່ນີ້ ເຖິງແມ່ນໄດ້ຖືກເລືອກຂຶ້ນມາກໍຈິງ ແຕ່ໄດ້
ປະກອບດ້ວຍອະດີດນາຍທະຫານແລະພັນທະມິດຂອງພວກເຂົາເຈົ້າເປັນສ່ວນໃຫຍ່.

ທ່ານ ຖະຫວິນ ບໍ່ໄດ້ກ່າວວ່າ ການຈັດສົ່ງພວກອົບພະຍົບມຽນມາກັບຄືນປະເທດທີ່ວ່ານີ້
ຈະເລີ່ມຂຶ້ນເມື່ອໃດ? ແລະສະແດງຮ່ອງຮອຍໃຫ້ເຫັນວ່າ ອາດຈະ ຕ້ອງໃຊ້ເວລາຕື່ມອີກ
ຊົ່ວໄລຍະນຶ່ງ.

ອີງຕາມກຸ່ມຊ່ອຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານອົງການໃຫ້ຄວາມຊ່ອຍເຫຼືອໃນເຂດ ໄທ-ມຽນມາ
ແລ້ວ ມີຊາວອົບພະຍົບມຽນມາຫຼາຍກວ່າ 145 ພັນຄົນພາກັນອາໄສ ຢູ່ຕາມສູນຕ່າງໆໃນເຂດ
ຊາຍແດນຂອງປະເທດທັງສອງ ປີກາຍນີ້.

ກອງທະຫານມຽນມາໄດ້ຕໍ່ສູ້ກັບກຳລັງປະກອບອາວຸດຂອງພວກຊົນກຸ່ມນ້ອຍໃນ ພາກຕະເວັນ
ອອກຂອງປະເທດ ມາເປັນເວລາຫຼາຍທົດສະຫວັດແລ້ວ. ຄວາມຮຸນແຮງເທື່ອຫຼ້າສຸດ ໄດ້ລະ
ເບີດຂຶ້ນໃນເດືອນພະຈິກທີ່ຜ່ານມາ ທີ່ທາງການໄທກ່າວວ່າ ມີພວກຊາວບ້ານມຽນມາຈໍານວນ
1 ພັນຄົນໄດ້ອົບພະຍົບຂ້າມຊາຍແດນເຂົ້າໄປໃນໄທ ເພື່ອຫຼົບໜີການສູ້ລົບກັນລະຫວ່າງ
ພວກກະບົດກະຫຼ່ຽງແລະທະຫານມຽນມາ. ໃນກະປະທະກັນເປັນເວລາ 2 ມື້ ໃນຕົ້ນເດືອນ
ພະຈິກນັ້ນ ພາໃຫ້ມີພວກຊາວບ້ານມຽນມາປະມານ 20 ພັນຄົນ ຂ້າມຊາຍແດນເຂົ້າໄປໃນໄທ.

XS
SM
MD
LG