ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ອອກ​ອາ​ກາດ​ຂອງ​ໄທ ລຶບ​ການ​ສຳ​ພາດ ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ ອອກ​ຈາກ​ຢູ​ທູບ ຊຶ່ງ​​ໄດ້ສ້າງ​ຄວາມ​ຕົກ​ໃຈ ໃຫ້​ແກ່​ນັກວິ​ເຄາະ​ສື່ມວນ​ຊົນ


​ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ທ່ານ​ໂຈ​ເຊັ​ຟ ຫວູ ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ເມື່ອ​ວັນ​ທີ 22 ສິງ​ຫາ 2022. ພວກ​ນັກ​ວິ​ເຄາະ​ຕ້ອງ​ຕິ​ການ​ຕັດ​ສິນ​ໃຈ​ຂອງ Thai PBS ທີ່​ໄດ້​ລຶບ ການ​ສຳ​ພາດ​ກັບ​ທ່ານ​ຫວູ ຫຼັງ​ຈາກ​ສະ​ຖານ​ທູດ​ຈີນ​ຕໍ່​ວ່າ. (William Gallo/VOA)
​ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ທ່ານ​ໂຈ​ເຊັ​ຟ ຫວູ ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ເມື່ອ​ວັນ​ທີ 22 ສິງ​ຫາ 2022. ພວກ​ນັກ​ວິ​ເຄາະ​ຕ້ອງ​ຕິ​ການ​ຕັດ​ສິນ​ໃຈ​ຂອງ Thai PBS ທີ່​ໄດ້​ລຶບ ການ​ສຳ​ພາດ​ກັບ​ທ່ານ​ຫວູ ຫຼັງ​ຈາກ​ສະ​ຖານ​ທູດ​ຈີນ​ຕໍ່​ວ່າ. (William Gallo/VOA)

ພວກ​ນັກ​ວິ​ເຄາະ​ສື່ມວນ​ຊົນ ຕ້ອງ​ຕິ​ການ​ຕັດ​ສິນ​ໃຈ ​ໂດຍ​ອົງ​ການອອກ​ອາ​ກາດ​ຂອງ​ໄທ ທີ່​ໄດ້​ລຶບ​ລາຍ​ການ​ສຳ​ພາດ​ກັບ​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ຂອງ​ໄຕ້​ຫວັນ ​ຫຼັງ​ຈາກສະ​ຖານ​ທູດ​ຈີນ ​ຢູ່​ບາງກອກ ທຳ​ການ​ຕໍ່​ວ່າ.

ອົງ​ການກະ​ຈາຍ​ສຽງ​ແລະ​ແພ່​ພາບ​ສາ​ທາ​ລະ​ນະ​ແຫ່ງ​ປະ​ເທດ​ໄທຫຼື Thai PBS ໄດ້​ອອກ​ອາ​ກາດການ​ສຳ​ພາດ​ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໄຕ້​ຫວັນ ທ່ານ​ໂຈ​ເຊັ​ຟ ຫວູ (Joseph Wu) ເມື່ອ​ວັນ​ທີ 3 ພະ​ຈິກທີ່ຜ່ານ​ມາ. ລາຍ​ການ​ສຳ​ພາດ ຊຶ່ງ​ທ່ານ​ຫວູ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກົດ​ດັນ​ຂອງ​ຈີນ ເພື່ອ​ຢາກ​ໃຫ້​ໄຕ້​ຫວັນ ທ້ອນ​ໂຮມ​ເຂົ້າ​ເປັນ​ນຶ່ງ​ດຽວ​ກັບ​ຈີນ ແລະ​ໃນ​ເວ​ລາ​ຕໍ່​ມາ​ ໄດ້​ຖືກ​ນຳ​ອອກ​ເຜີຍ​ແຜ່ ທາງ​ຊ່ອງ​ຢູ​ທູບ​ຂອງ Thai PBS.

ເມື່ອ​ວັນ​ທີ 11 ພະ​ຈິກ ສະ​ຖານ​ທູດ​ຈີນ​ຢູ່​ບາງກອກ ໄດ້​ອອກ​ຖະ​ແຫຼງ​ການ​ທາງ​ສື່​ສັງ​ຄົມ​ ຕ້ອງ​ຕິ​ການ​ສຳ​ພ​າດ​ດັ່​ງ​ກ່າວ.

ໄຕ້​ຫວັນ ​ທີ່​ມີ​ປະ​ຊາ​ກອນ 23 ລ້ານ​ຄົນ ມີ​ລັດ​ຖະ​ບານ​ເປັນ​ຂອງ​ຕົນ​ເອງ ແຕ່​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ ​ໂດຍ​ຈີນ ຊຶ່ງ​ຢືນ​ຢັດ​ວ່າ ໄຕ້​ຫວັນ​ເປັນ​ແຂວງ​ນຶ່ງ​ທີ່​ແຍກ​ອອກ​ຈາກ​ຈີນ ແລະ​ໃນ​ວັນ​ນຶ່ງ​ຂ້າງ​ໜ້າ ຈະ​ຖືກ “ທ້ອນ​ໂຮມ” ເຂົ້າ​ເປັນ​ນຶ່ງ​ດຽວ​ກັບ​ຈີນ​ແຜ່ນ​ດິນ​ໃຫຍ່.

ຖະ​ແຫຼງ​ການ​ຂອງ​ຈີນ​ລະ​ບຸ​ວ່າ ທ່ານ​ຫວູ ແມ່ນ “ຜູ້​ແບ່ງ​ແຍກ​ດິນ​ແດນ​ໄຕ້​ຫວັນ” ແລະ​ກ່າວ​ວ່າ ການ​ສຳ​ພາດ “ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ແກ່​ຄວາມ​ຮູ້​ສຶກ​ຂອງ​ປະ​ຊາ​ຊົນ​ຈີນ.”

ນອກນັ້ນ ໜັງ​ສື​ພິມ Global Times ຂອງ​ທາງ​ການ​ຈີນ ຍັງ​ໄດ້​ຮ່ວມ​ສົມ​ທົບ​ໃນ​ການ​ຕ້ອງ​ຕິ​ຢ່າງ​ເປັນ​ການ​ເປີດ​ເຜີຍ. ໜັງ​ສື​ພິມ​ດັ່ງ​ກ່າວ​ ບໍ່​ໄດ້​ບົ່ງ​ຊື່ Thai PBS ແຕ່​ຮຽກ​ຮ້ອງ​ໃຫ້​ສື່ມວນ​ຊົນ​ໄທ “​ກວດ​ແກ້​ການ​ກະ​ທຳ​ຜິດ​ທີ່​ກ່ຽວ​ຂ້ອງ” ນັ້ນ.

ບໍ່​ດົນ​ຫຼັງ​ຈາກ​ມີ​ການ​ອອກ​ຄຳ​ເວົ້າ​ເຫຼົ່າ​ນີ້ ລາຍ​ການ​ສຳ​ພາດ​ຂອງ Thai PBS ກໍ​ໄດ້​ຫາຍ​ໄປ​ຈາກ​ຊ່ອງ​ຢູ​ທູບ​ຂອງ​ອົງ​ການ​ອອກ​ອາ​ກາດ​ດັ່ງ​ກ່າວ ໂດຍ​ບໍ່​ໄດ້​ມີ​ການ​ອະ​ທິ​ບາຍ​ໃດໆ.

ຄະ​ນະ​ກຳ​ມະ​ການ ​ກິດ​ຈະ​ການ​ຕ່າງ​ປະ​ເທດ ​ຂອງ​ສະ​ພາ​ສູງ​ໄທ ກໍໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ໃນ​ວັນ​ອັງ​ຄານວານນີ້ ກ່າວ​ວ່າ ຕົນ​ຂໍ​ໃຫ້​ການ​ຢືນ​ຢັນ​ວ່າ ​ລາຍການ​ສຳ​ພາດ​ໄດ້​ຖືກ​ໂຈະ​ຢ່າງ​ບໍ່​ມີ​ກຳ​ນົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG