ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັງກິດ ຖືກປ່ອຍທີ່ປະເທດໄທ


ຄວັນໄຟ ທີ່ປົກຄຸມ ຕຶກອາຄານສູງໆ ໃນບາງກອກ (16 ພຶດສະພາ 2010)
ຄວັນໄຟ ທີ່ປົກຄຸມ ຕຶກອາຄານສູງໆ ໃນບາງກອກ (16 ພຶດສະພາ 2010)

ຊາວອັງກິດຄົນນຶ່ງ ທີ່ຖືກຈັບ ຍ້ອນໄດ້ເຂົ້າຮ່ວມ ໃນການປະ ທ້ວງ ຕໍ່ຕ້ານລັດຖະບານ ທີ່ປະເທດໄທນັ້ນ ໄດ້ຖືກປ່ອຍ ໃຫ້ເປັນອິດສະຫຼະ ຫຼັງຈາກລາວ ໄດ້ຍອມຮັບຜິດ ໃນການລະເມີດ ຕໍ່ກົດໝາຍ ພາວະສຸກເສີນ ຂອງໄທ.

ສານແຫ່ງນຶ່ງ ທີ່ບາງກອກ ໄດ້ປ່ອຍນາຍ JEFF SAVAGE ໃນວັນພະຫັດມື້ນີ້. ໃນຂັ້ນຕົ້ນ ຜູ້ພິພາກສາ ໄດ້ຕັດສິນໂທດ ຈຳຄຸກລາວເປັນເວລາ 3 ເດືອນ ແຕ່ໄດ້ຫຼຸດໂທດລົງໃຫ້ເຫຼືອ ພຽງແຕ່ເຄິ່ງ. ຫຼັງຈາກນັ້ນ ຜູ້ພິພາກສາ ກໍໄດ້ປ່ອຍນາຍ SAVAGE ຍ້ອນລາວ ໄດ້ຖືກຄຸກ ມາເປັນເວລາ ຫຼາຍອາທິດແລ້ວ.

ທະນາຍຄວາມ ຂອງນາຍ SAVAGE ເວົ້າວ່າ ຈະມີການມອບໂຕ ລູກຄວາມຂອງລາວ ໃຫ້ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ແລະຄາດວ່າ ລາວຈະຖືກເນລະເທດ ອອກຈາກໄທ.

ໄດ້​ມີ​ຄົນ​ ຖ່າຍ​ຮູບ​ວີ​ດິ​ໂອ ນາຍ SAVAGE ​ໃນ​ຂະນະ​ທີ່ ຮຽກຮ້ອງໃຫ້ ພວກກໍ່ຈະລາຈົນ ຈູດໄຟເຜົາ ຮ້ານສັບພະສິນຄ້າ ໃຫຍ່ແຫ່ງນຶ່ງ ໃນບາງກອກ ຊຶ່ງ​ຜູ້ກ່ຽວເວົ້າວ່າ ພວກເຂົາເຈົ້າ ຈະປຸ້ນສະດົມ ສະຖານທີ່ດັ່ງກ່າວ ແລະຈູດ ໃຫ້ເຫຼືອແຕ່ຕໍ.

ຮ້ານສັບພະສິນຄ້າແຫ່ງນີ້ ໄດ້ຖືກຈູດເຜົາທຳລາຍ ຫຼັງຈາກລັດຖະບານໄທ ໄດ້ທຳການປາບ ປາມ ພວກຕໍ່ຕ້ານລັດຖະບານ ນປຊ ຫຼືທີ່ຮູ້ກັນໃນນາມ ພວກເສື້ອແດງນັ້ນ.

XS
SM
MD
LG