ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

8 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ພາກໃຕ້ໄທ


ພວກມອດໄຟພວມຍ່າງຢູ່ໃກ້ໆກັບຊາກລົດ ຂະນະທີ່ອີກຈຳນວນນຶ່ງພາກັນດັບໄຟທີ່ລຸກໄໝ້ເຮືອນຊານ ຫຼັງຈາກ ລະເບີດທີ່ຫ້າງໃສ່ລົດແຕກຂຶ້ນຢູ່ເມືອງຍະລາ ໃນພາກໃຕ້ຂອງໄທ (31 ມີນາ 2012)
ພວກມອດໄຟພວມຍ່າງຢູ່ໃກ້ໆກັບຊາກລົດ ຂະນະທີ່ອີກຈຳນວນນຶ່ງພາກັນດັບໄຟທີ່ລຸກໄໝ້ເຮືອນຊານ ຫຼັງຈາກ ລະເບີດທີ່ຫ້າງໃສ່ລົດແຕກຂຶ້ນຢູ່ເມືອງຍະລາ ໃນພາກໃຕ້ຂອງໄທ (31 ມີນາ 2012)

ເຈົ້າໜ້າ​ທີ່​ໄທ​ກ່າວ​ວ່າ ມີ 8 ຄົນ​ເສ​ຍຊີວິດ​ແລະ​ອີກ​ຢ່າງ​ນ້ອຍ 70 ຄົນ​ໄດ້​ຮັບ ບາດ​ເຈັບໃນ
ເຫດ​ລະ​ເບີດ 3 ຄັ້ງທີ່ເກີດ​ຂຶ້ນຫ່າງ​ກັນບໍ່​ເທົ່າ​ໃດ​ນາທີ ຢູ່​ໃນ​ເຂດພາກ​ໃຕ້​ທີ່​ວຸ້ນວາຍ​ຂອງ​ປະ
ເທດ.

ຜູ້​ວ່າການ​ຈັງຫວັດ​ຍະ​ລາ​ກ່າວ​ວ່າ ລະ​ເບີດ​ທັງ 3 ລູກ​ໄດ້​ແຕກ​ຂຶ້ນ​ໃນ​ເວລາ​ປະມານ​ຕອນ​
ທ່ຽງ​ຂອງ​ວັນ​ເສົາ​ມື້ນີ້ ຢູ່​ໃນເຂດ​ຍ່ານ​ການ​ຄ້າ​ຂອງ​ເມືອງ​ຍະ​ລາ.

ເຈົ້າໜ້າ​ທີ່​ເວົ້າວ່າ ລະ​ເບີດ​ທີ່​ເຊື່ອງ​ໄວ້​ໃນ​ລົດຈັກ 2 ຄັນ​ແລະ​ລົດ​ໃຫຍ່​ຄັນ​ນຶ່ງທີ່ແຕກ​ຂຶ້ນນັ້ນ
ຍັງ​ເຮັດ​ໃຫ້​ຕຶກ​ອາຄານ​ຫຼາຍໆ​ຫຼັງທີ່ຢູ່​ໃກ້​ຄຽງ​ລຸກໄໝ້​ເປັນ​ໄຟ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ທຳນອງ​ນີ້ ​ແມ່ນ​ເປັນ​ກົນລະຍຸດ​ໂດຍ​ທົ່ວ​ໄປ​ຂອງ​ພວກມຸສລິ​ມ
ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ກໍ່​ກະບົດຢູ່ຈັງຫວັດ​ຍະ​ລາ ນະຣາທິວາ​ດ​ແລະ​ປັດຕະນີທີ່​ປະຊາຊົນ
ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ ນັບ​ແຕ່​ຕົ້ນປີ 2004 ​ເປັນຕົ້ນມາ. ບັນຫາ​ຂັດ​ແຍ້​ງດັ່ງ
ກ່າວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຫຼາຍກວ່າ 5,000 ຄົນ.

XS
SM
MD
LG