ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທ ຈະຂະຫຍາຍການຮ່ວມມືເພື່ອດຳເນີນການຍຶດຊັບສິນຂອງບັນດານັກຄ້າຂາຍຢາເສບຕິດລາຍໃຫຍ່ໃນເຂດລຸ່ມນໍ້າຂອງໃຫ້ໄດ້ຫຼາຍຂຶ້ນ


​ການ​ຈັບ​ກຸມ​ພວກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ໄດ້ໂດຍ​ຕຳ​ຫລວດຢູ່ໃນ​ປະ​ເທດ​ໄທ
​ການ​ຈັບ​ກຸມ​ພວກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ໄດ້ໂດຍ​ຕຳ​ຫລວດຢູ່ໃນ​ປະ​ເທດ​ໄທ

ທາງການໄທຈະຂະຫຍາຍການຮ່ວມມືເພື່ອດຳເນີນການຍຶດຊັບສິນຂອງບັນດານັກຄ້າຂາຍຢາເສບຕິດລາຍໃຫຍ່ໃນເຂດລຸ່ມນໍ້າຂອງໃຫ້ໄດ້ຫຼາຍຂຶ້ນ ຊຶ່ງລວມເຖິງລາວທີ່ມີການຜະລິດຢາເສບຕິດເພີ່ມຂຶ້ນນັບມື້ດ້ວຍ.

ທ່ານ ທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸຕິທຳຂອງໄທ ຖະແຫຼງວ່າປະເພດຂອງອາຊະຍາກຳທີ່ມີມູນຄ່າຄິດເປັນຕົວເງິນສູງທີ່ສຸດໃນໂລກໃນປັດຈຸບັນກໍຄືການຄ້າຢາເສບຕິດ ໂດຍສຳລັບຢູ່ໃນເຂດລຸ່ມແມ່ນໍ້າຂອງລະຫວ່າງປະເທດຈີນ, ມຽນ ມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມນັ້ນກໍແມ່ນຢາບ້າ ແລະ ຢາໄອຊ໌ ທີ່ມີການລັກລອບຜະລິດ ແລະ ຈຳໜ່າຍຫຼາຍທີ່ສຸດໃນໂລກ ຊຶ່ງເຫັນໄດ້ຈາກການຈັບຜູ້ຕ້ອງຫາ ແລະ ຍຶດຢາເສບຕິດໄດ້ເພີ່ມຂຶ້ນນັບມື້ ຫາກແຕ່ບັນຫາກໍບໍ່ໄດ້ເບົາບາງລົງ ແລະ ຍັງໜັກໜ້າຂຶ້ນນັບມື້ອີກດ້ວຍເພາະວ່າປັດໄຈສຳຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ກໍຄືເງິນຈຳນວນມະຫາສານທີ່ໄດ້ຈາກການຄ້າຢາເສບຕິດເປັນສຳຄັນ ສະນັ້ນເພື່ອຈະເຮັດໃຫ້ການປາບປາມການຄ້າຢາເສບຕິດມີປະສິດທິຜົນສູງຈຶ່ງຈະຕ້ອງມຸ່ງໄປທີ່ການຕິດຕາມເພື່ອຍຶດຊັບສິນຂອງບັນດານັກຄ້າຢາເສບຕິດໃຫ້ໄດ້ທັງໝົດເທົ່ານັ້ນຊຶ່ງຈະຕ້ອງໄດ້ຮັບການຮ່ວມມືຢ່າງແທ້ຈິງຈາກທຸກປະເທດດັ່ງທີ່ທ່ານທະວີໄດ້ໃຫ້ການຢືນຢັນວ່າ

“ປັດຈຸບັນນີ້ອົງກອນອາຊະຍາກຳທີ່ທຳລາຍໄດ້ສູງສຸດໃຫ້ກັບອົງກອນອາຊະຍາກຳທົ່ວໂລກນີ້ກໍຄືການຄ້າຢາເສບຕິດ. ຮອງລົງມາຄືການຄ້າມະນຸດ. ໃນສ່ວນຂອງຢາເສບຕິດນີ້ນານາຊາດເຫັນຮ່ວມກັນວ່າ ການຈະແກ້ໄຂບັນຫາທີ່ສຳຄັນຄື ຕ້ອງຈັດການເລື່ອງໂຕເງິນ ຫຼື ຊັບສິນ. ເພາະວ່າຜູ້ບົງການ ຫຼື ຜູ້ຄ້າຢາເສບຕິດລາຍສຳຄັນທີ່ເປັນຜູ້ສັງການນີ້ໄດ້ເອົາເງິນໄປຊື້ຊັບສິນ ຫຼືເຂົາເອີ້ນວ່າຟອກເງິນ.”

ທັງນີ້ຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທລາຍງານວ່າການຟອກເງິນດັ່ງກ່າວ ລວມເຖິງການຟອກເງິນຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ທີ່ຫຼົບໜີການຈັບກຸມຈາກໄທໄປຢູ່ໃນລາວ ໂດຍການແຝງຕົວເປັນນັກທຸລະກິດທີ່ລົງທຶນຢູ່ໃນລາວດ້ວຍ ຈຶ່ງຍາກທີ່ຈະຕິດຕາມຈັບກຸມໄດ້ຢ່າງເທົ່າທັນ ນອກຈາກວ່າຈະໄດ້ຮັບການຮ່ວມມືຈາກທາງການລາວໃນທຸກດ້ານເທົ່ານັ້ນຊຶ່ງເຫັນໄດ້ຈາກການຈັບນັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍໄດ້ໃນລາວ ທີ່ໄດ້ສົ່ງມອບຕົວຜູ້ຕ້ອງຫາໃຫ້ກັບທາງການໄທ ເມື່ອວັນທີ 11 ມັງກອນ 2024 ນັ້ນກໍເພາະວ່າຕໍາຫຼວດລາວ-ໄທ ໄດ້ປະສານງານກັນຢ່າງໃກ້ຊິດໂດຍທາງການໄທ ໄດ້ມອບເງິນລາງວັນ 1 ລ້ານບາດໃຫ້ກັບທາງການລາວດ້ວຍ ແລະ ຫວັງວ່າຈະໄດ້ຮ່ວມມືກັນໃຫ້ໃກ້ຊິດຂຶ້ນອີກ ເພາະຍັງມີນັກຄ້າຢາເສບຕິດລາຍໃຫຍ່ຈຳນວນຫຼາຍທີ່ຫຼົບລີ້ຢູ່ໃນລາວທັງຍັງເປັນສາເຫດສຳ ຄັນທີ່ເຮັດໃຫ້ລາວເປັນທັງແຫຼ່ງຜະລິດ ແລະ ທາງຜ່ານຂອງຢາເສບຕິດອີກດ້ວຍ ດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ

“ພາກສ່ວນຂົນສົ່ງຢາເສບຕິດ, ສານເຄມີຕົ້ນ ທີ່ເປັນສ່ວນປະສົມຢາເສບຕິດນີ້ມັນກະຕ້ອງມີເນາະ ດຽວນີ້ປາກົດການໃໝ່ທີ່ເຮົາຍຶດໄດ້ປາກົດວ່າມີບ່ອນຜະລິດນ້ອຍຢູ່ບາງບ້ານທີ່ເຂົາເຈົ້າຂຸດຂຸມໃຕ້ດິນລົງໄປຜະລິດຢູ່ໃນພື້ນດິນກະມີ ອັນນີ້ຫາກໍ່ກວດກາເຫັນຢູ່ທາງບ່ອນເກົ່າທີ່ເຮົາມ້າງເມື່ອກ່ອນນີ້ຢູ່ທາງຊາຍແດນເຊື່ອມຕໍ່ອຸດົມໄຊກັບຫຼວງພະບາງ. ໂຕນີ້ເຮົາກວາດລ້າງເທື່ອນຶ່ງແລ້ວ ພວກແຕກຊະນີ້ຍ້າຍໄປຢູ່ບ່ອນໃໝ່ແລ້ວຮຸບເອົາເຄື່ອນຫັ້ນໄປນຳ ໄປເຮັດຢູ່ບ່ອນໃໝ່. ອັນນີ້ພວກເຮົາຍັງຊອກຢູ່ ໂຕນີ້ລະເປັນສາເຫດໃຫ້ເກີດອາຊະຍາກຳປະເພດຕ່າງໆ.”

ພົນເອກວິໄລ ໄດ້ໃຫ້ການຍອມຮັບດ້ວຍວ່າຕຳຫຼວດລາວບໍ່ສາມາດຕິດຕາມຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍໃນໄລຍະຜ່ານມາເຖິງແມ່ນວ່າຈະໄດ້ມີການຂຶ້ນບັນຊີລາຍຊື່ເພື່ອຕິດຕາມຈັບກຸມໄວ້ຢ່າງຄົບຖ້ວນແລ້ວກໍຕາມ ແຕ່ດ້ວຍການທີ່ການຄ້າຢາເສບຕິດເປັນຂະບວນການຂະໜາດໃຫຍ່ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງຍັງມີເຄື່ອງມືສື່ສານ ແລະ ອຸປະ ກອນຕ່າງໆທີ່ທັນສະໄໝ ແລະ ລໍ້າໜ້າກວ່າຕຳຫຼວດລາວດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມການເຄື່ອນໄຫວໄດ້ຢ່າງເທົ່າທັນ ທັງຍັງຍາກຍິ່ງຂຶ້ນໄປອີກເມື່ອປາກົດວ່າບັນດານັກຄ້າຢາເສບຕິດລາຍໃຫຍ່ໄດ້ພາກັນຫຼົບໜີຈາກລາວໄປຢູ່ຕ່າງປະເທດທີ່ເຂດຊາຍແດນຕິດຕໍ່ກັບລາວໃນທຸກທິດທຸກທາງ.

ທັງນີ້ທາງການຕຳຫຼວດ ຈີນ, ມຽນມາ, ລາວ, ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອນໃນແລວແມ່ນໍ້າຂອງລະຫວ່າງ 4 ປະເທດມາແລ້ວ 135 ຄັ້ງ ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕຳຫຼວດໄທ ຈັບນັກຄ້າຢາເສບຕິດໄດ້ເກີດກວ່າ 1 ແສນຄົນ ແລະ ຍຶດຊັບຜູ້ຕ້ອງຫາໄດ້ 2 ໝື່ນກວ່າລ້ານບາດ ໃນຂະນະທີ່ຕຳຫຼວດລາວສາມາດຈັບການລັກລອບຄ້າຢາເສບຕິດໄດ້ 10,843 ກໍລະນີ, ມີຜູ້ຕ້ອງຫາໄດ້ 15,966 ຄົນ, ຍຶດຢາບ້າໄດ້ 32,111 ກິໂລກຣາມ, ສານເຄມີກວ່າ 260 ໂຕນ ແລະ ອຸປະ ກອນສື່ສານທັນສະໄໝກວ່າ 20,000 ລາຍການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG