ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ຢືນຢັນວ່າ ທາງການໄທ ຍຶດຢາເສບຕິດກັບສານເຄມີ ທີ່ລັກລອບຂົນສົ່ງໃນເຂດລຸ່ມນ້ຳຂອງໄດ້ຫຼາຍຂຶ້ນ


ຢາບ້າ ຫຼື ຢາເມັດແອມແຟັດຕາມີນ ເປັນຢາເສບຕິດທີ່ທາງການໄທ ສາມາດຍຶດໄດ້ ຖືກວາງສະແດງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 2 ພຶດສະພາ 2017.
ຢາບ້າ ຫຼື ຢາເມັດແອມແຟັດຕາມີນ ເປັນຢາເສບຕິດທີ່ທາງການໄທ ສາມາດຍຶດໄດ້ ຖືກວາງສະແດງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 2 ພຶດສະພາ 2017.

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ທາງການໄທ ຍຶດຢາເສບຕິດກັບສານເຄມີທີ່ລັກລອບຂົນສົ່ງໃນເຂດລຸ່ມນ້ຳຂອງໄດ້ເພີ້ມຂຶ້ນ ທີ່ເປັນຜົນຈາກການເພີ້ມມາດຕພການເຂັ້ມງວດເຂົ້າໃນການກວດກາຊາຍແດນລຸ່ມນ້ຳຂອງ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ທາງການໄທ ຍຶດຢາເສບຕິດກັບສານເຄມີທີ່ລັກລອບຂົນສົ່ງຈາກປະເທດເພື່ອນບ້ານໃນເຂດລຸ່ມນ້ຳຂອງໄດ້ເພີ້ມຂຶ້ນນັບມື້ ຊຶ່ງເຮັດໃຫ້ປະຊາຊົນໄທ ຕ້ອງປະເຊີນກັບບັນຫາອາຊະຍາກຳທີ່ກ່ຽວຂ້ອງກັບຂະບວນການຄ້າຢາເສບຕິດຂ້າມຊາດໃນທົ່ວປະເທດ ເພາະການຍຶດຢາເສບຕິດໄດ້ເພີ້ມຂຶ້ນດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ຢາເສບຕິດທີ່ລັກລອບຂົນສົ່ງຈາກປະເທດເພື່ອນບ້ານເຂົ້າມາໄທ ລົດລົງແຕ່ຢ່າງໃດ ແຕ່ວ່າ ຍັງເພີ້ມຂຶ້ນຢ່າງຕັ້ງໜ້າໃນທຸກພື້ນທີ່ທົ່ວປະເທດໄທ ໃນປັດຈຸບັນນີ້ ດັ່ງທີ່ ທ່ານເສດຖາ ໄດ້ຖະແຫລງຢືນຢັນວ່າ:

“ທຸກຈັງຫວັດ ບັນຫາຢາເສບຕິດຫຼວງຫຼາຍ ໄຕມາດທີ 4 ປີກາຍນີ້ ເຮົາຈັບໄດ້ຫຼາຍກວ່າທັງປີເລີຍ ເພາະ Supply (ການສະໜອງ) ມີຫຼວງຫຼາຍ ເຮົາຈັບໄດ້ຫຼາຍ ກໍບໍ່ໄດ້ໝາຍຄວາມວ່າ ໝົດໄປ ທະລັກເຂົ້າມາຈາກເພື່ອນບ້ານຫວຽດນາມ ກຳປູເຈຍ ລາວ ມຽນມາ ລາຄາກໍບໍ່ແພງ ເຂົ້າມາປະລິມານທີ່ເຫຼືອເຊື່ອ ເປັນໂຕທີ່ບັນທອນກຳລັງໃຈຂອງພີີ່ນ້ອງ-ປະຊາຊົນ ເລື້ອງນີ້ ເຮົາຕ້ອງແກ້ໄຂ ເຮົາຕ້ອງທຳງານຢ່າງປະສົມປະສານ ຊຶ່ງລັດຖະບານີ້ ກໍໃຫ້ຄວາມສຳຄັນກັບເລື້ອງນີ້ ເປັນທີ່ປະຈັກຢູ່ແລ້ວວ່າ ເຮົາມີນະໂຍບາຍຕ່າງໆອອກໄປ ເພື່ອທີ່ຈະກຳຈັດຢາເສບຕິດຢູ່ທີ່ນີ້ ໃຫ້ໄດ້ໂດຍໄວທີ່ສຸດ.”

ສ່ວນ ພລ.ຕ.ທ. ພານຸຣັດ ຫລັກບຸນ ເລຂາທິການ ຄະນະກຳມະການປ້ອງກັນແລະປາບປາມຢາເສບຕຕິດແຫ່ງຊາດໄທ (ປ.ປ.ສ.) ໄດ້ຢືນຢັນວ່າ ການເພີ້ມມາດຕະການເຂັ້ມງວດເຂົ້າໃນການໄທ ສາມາດສະກັດກັ້ນ ແລະຍຶດຢາເສບຕິດທີ່ລັກລອບຂົນສົ່ງຈາກລາວ ມາໄທໄດ້ເພີ້ມຂຶ້ນເກີນກວ່າ 130 ເທົ່າທຽບໃສ່ປີ 2022 ໂດຍພື້ນທີ່ທີ່ຍຶດຢາເສບຕິດໄດ້ຫຼາຍທີ່ສຸດ ກໍຄືເຂດຊາຍແດນໃນແມ່ນ້ຳຂອງລະຫວ່າງແຂວງບໍລິຄຳໄຊ ກັບຈັງຫວັດນະຄອນພະນົມ ຊຶ່ງດ້ວຍຜົນງານດັ່ງກ່າວ ກໍຍັງເຮັດໃຫ້ທາງການໄທ ມີແຜນການທີ່ຈະເພີ້ມມາດຕະການເຂັ້ມງວດເຂົ້າໃນການກວດກາພື້ນທີ່ອື່ນໆໃນຕະຫຼອດເຂດຊາຍແດນລະຫວ່າງໄທກັບລາວ ໃນໄວໆນີ້ ໂດຍລໍຖ້າພຽງການອະນຸມັດຈາກນຍົກລັດຖະມົນຕີໄທ ເທົ່ານັ້ນ ພລ.ຕ.ທ. ພານຸຣັດ ໄດ້ໃຫ້ການຢືນຢັນວ່າ:

“ທ່ານນາຍົກລັດຖະມົນຕີ ໃຫ້ນະໂຍບາຍໃນການ seal (ປິດ) ພື້ນທີ່ຊາຍແດນທາງດ້ານເໜືອ ກະຊຽງໃໝ່ ຊຽງຣາຍ ແລ້ວກະທາງພາກອີສານ ພໍເຮົາ seal (ປິດ) ພື້ນທີ່ຊາຍແດນບ່ອນນີ້ເນາະ ມັນມີປະສິດທິພາບ ຖ້າມາທາງອີສານ ກະຈະອອກມາທາງປະເທດລາວ ເຂົ້າທາງບໍລິຄຳໄຊ ອັນນີ້ ຂ້ອຍກະກຳລັງພິຈາລະນາກັບໜ່ວຍງານທີ່ກ່ຽວຂ້ອງວ່າ ຖ້າຫາກມີຄວາມຈຳເປັນ ຈະຕ້ອງປະກາດເພີ້ມເຕີມ ຂ້ອຍກະຈະເໜີ Board (ຄະນະກຳມະການ) ປ.ປ.ສ. ເພື່ອໃຫ້ທ່ານນາຍົກ ໄດ້ພິຈາລະນາປະກາດເພີ້ມເຕີມ ເພາະວ່າ ເທົ່າທີ່ຂ້ອຍປະເມີນ ຂະນະນີ້ ມັນມີປະສິດທິພາບ ກະຄືເຮົາສະກັດກັ້ນໄດ້ຫຼາຍຂຶ້ນ 130 ເທົ່າ ເມື່ອທຽບກັບປີກາຍນີ້.”

ທາງດ້ານ ພລ.ອ. ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງຍອມຮັບວ່າ ໄດ້ກວດພົບການລັກລອບຜະລິດຢາບ້າ ແລະຢາໄອຊ໌ ຢູ່ໃນເຂດແຂວງພາກເໜືອຂອງລາວ ບໍ່ດົນມານີ້ ໂດຍເຖງິແມ່ນວ່າ ຈະຍັງເປັນການລັກລອບຜະລິດຢາເສບຕິດຂະໜາດນ້ອຍກໍຕາມ ແຕ່ກໍເປັນການຍາກທີ່ຈະປາບປາມໃຫ້ໄດ້ຢ່າງສິ້ນເຊີງ ເນື່ອງຈາກວ່າ ແກັ່ງຄ້າຢາເສບຕິດ ໄດ້ພາກັນຂຸດຫລຸມ ແລະຜະລິດຢາເສບຕິດຢູ່ໃຕ້ດິນແລ້ວ ໃນປັດຈຸບັນ ຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການປາບປາມການຄ້າຢາເສບຕິດ ໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2023 ນັ້ນ ບ9ສາມາດຈັດຕັ້ງປະຕິບັດໄດ້ຈິງ ແລະຕ້ອງເລື່ອນເປົ້າໝາຍອອກໄປເປັນໃນປີ 2025 ເຖິງແມ່ນວ່າ ທາງການລາວ ຈະສາມາດຈັບນັກຄ້າຢາ ແລະຍຶດຢາເສບຕິດໄດ້ເພີ້ມຂຶ້ນກໍຕາມ ຫາກແຕ່ວ່າ ກໍຍັງຄົງປາກົດມີການລັກລອບຜະລິດ ແລະຄ້າຢາເສບຕິດເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນໃນເຂດລຸ່ມນ້ຳຂອງ ລະຫວ່າງ ຈີນ ມຽນມາ ລາວ ໄທ ນັ້ນ.

ທັງນີ້ ໂດຍທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອໃນແນວແມ່ນ້ຳຂອງລະຫວ່າງ 4 ປະເທດມາແລ້ວ 139 ຄັ້ງ ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕຳຫຼວດໄທ ຈັບນັກຄ້າຢາເສບຕິດໄດ້ເກີນກວ່າ 1 ແສນຄົນ ຍຶດຊັບຜູ້ຕ້ອງຫາໄດ້ 2 ໝື່ນກວ່າ ລ້ານບາດ ແລະ ຍຶດຢາບ້າ-ຢາໄອສໄດ້ບວມກັນເກີນກວ່າ 28 ໂຕນ ສ່ວນທາງການມຽນມາ ໄດ້ເຜົາທຳລາຍຢາເສບຕິດ ທີ່ຍຶດໄດ້ຫຼາຍກວ່າ 450 ໂຕນ ໃນຂະນະທີ່ທາງການຕຳຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ກວ່າ 10,840 ກໍລະນີ ຈັບຜູ້ຕ້ອງຫາໄດ້ 15,966 ຄົນ ຍຶດຢາບ້າໄດ້ 32,111 ກິໂລກຣາມ ສານເຄມີກວ່າ 260 ໂຕນ ອາວຸດສົງຄາມ ຍານພາຫະນະຕ່າງໆ ແລະອຸປະກອນສື່ສານທີ່ທັນສະໄໝຈຳນວນຫຼາຍກວ່າ 30,000 ລາຍການທີ່ພົວພັນກັບແກັ່ງອາຊະຍາກອນຈີນ ທີ່ມີເຄືອຂ່າຍຢ່າງກວ້າງຂວາງຢູ່ໃນເຂດລຸ່ມນ້ຳຂອງນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG