ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ໄທ ຢຶດ​ຢາ​ບ້າ ໄດ້​ຫຼາຍ​ເປັນ​ປະ​ຫວັດ​ການ ໃກ້​ກັບ​ຊາຍ​ແດນ​ ທີ່​ຕິດ​ກັບມຽນ​ມາ


ແຟ້ມ - ທ່ານ​ເຈ​ເຣ​ມີ ດັກ​ແກ​ລັ​ສ ຜູ້ຕາງໜ້າຂອງອົງການຕໍ່ຕ້ານຢາເສບຕິດ ແລະອາຊະຍາກຳສະຫະປະຊາຊາດ ປະຈຳເຂດເອເຊຍຕາເວັນອອກສຽງໃຕ້​ ໃນ​ຮູບ​ທີ່​ຖ່າຍ​ເມື່ອ​ປີ 2014.
ແຟ້ມ - ທ່ານ​ເຈ​ເຣ​ມີ ດັກ​ແກ​ລັ​ສ ຜູ້ຕາງໜ້າຂອງອົງການຕໍ່ຕ້ານຢາເສບຕິດ ແລະອາຊະຍາກຳສະຫະປະຊາຊາດ ປະຈຳເຂດເອເຊຍຕາເວັນອອກສຽງໃຕ້​ ໃນ​ຮູບ​ທີ່​ຖ່າຍ​ເມື່ອ​ປີ 2014.

ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ຕົນ​ຢຶດ​ຢາ​ບ້າ​ໄດ້ 50 ລ້ານ​ເມັດ ໃກ້​ກັບ​ຊາຍ​ແດນ​ມຽນ​ມາ ຊຶ່ງ​ເປັນ​ການ​ຢຶດ​ຢາ​ບ້າ ​ໄດ້​ຫຼາຍ​ເປັນ​ປະ​ຫວັດ​ໃນ​ໄທ ແລະ​ຫຼາຍ​ເປັນ​ອັນ​ດັບ​ສອງ​ຂອງ​ເອ​ເຊຍ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຢາ​ບ້າ​ເຫຼົ່າ​ນີ້​ໄດ້​ຖືກ​ບັນ​ຈຸ​ຢູ່​ໃນ​ຖົງ​ຂະ​ໜາດ​ໃຫຍ່ ຢູ່​ຂ້າງ​ຫຼັງ​ລົດກະ​ບະ 6 ລໍ້​ທີ່​ຖືກ​ຕຳ​ຫຼວດ​ແລະ​ທະ​ຫານ​ໄທ​ຈັບ ໃນ​ວັນ​ອັງ​ຄານ​ວານນີ້ ທີ່​ດ່ານກວດ​ແຫ່ງ​ນຶ່ງ​ໃນ​ຈັງ​ຫວັດ​ການ​ຈະ​ນະ​ບຸ​ຣີ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດໄທ ຕຳ​ຫຼວດ​ໄທ​ກ່າວ.

ຜູ້​ຊາຍ​ຄົນ​ນຶ່ງ ແລະ​ແມ່​ຍິງອີກຄົນ​ນຶ່ງ ​ທີ່​ຢູ່​ໃນ​ລົດ​ກະ​ບະ ​ໄດ້ຖືກ​ຈັບ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຕຳ​ຫຼວດ.

ເມື່ອ​ເວົ້າ​ເຖິງ​ການ​ຢຶດ​ຢາ​ບ້າ​ ຢູ່​ໃນ​ເຂດ​ເອ​ເຊຍ​ແລ້ວ ການ​ຈັບ​ກຸມ​ໃນ​ຄັ້ງ​ນີ້​ ແມ່ນ​ໃຫຍ່​ເປັນ​ອັບ​ດັບ​ສອງ ຮອງ​ຈາກ​ການ​ຈັບ​ຢູ່​ລາວ ທີ່​ມີ​ຈຳ​ນວນ 55 ລ້ານ​ເມັດ​ໃກ້​ກັບ​ເຂດ​ສາມ​ຫຼ່ຽມ​ຄຳ ອີງ​ຕາມ​ທ່ານ​ເຈ​ເຣ​ມີ ດັກ​ແກ​ລັ​ສ (Jeremy Douglas) ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ ແລະ​ອາ​ຊະ​ຍາ​ກຳ​ສະ​ຫະ​ປະ​ຊ​າ​ຊາດ​ປະ​ຈຳ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ອົງ​ການ​ອາ​ຊະ​ຍາ​ກຳ​ໃນ​ເຂດ​ເອ​ເຊຍ ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ຊົນ​ກຸ່ມ​ນ້ອຍ ເພື່ອ​ລັກ​ລອບ​ຢາ​ບ້າ​ທີ່​ຜະ​ລິດ​ຢູ່​ໃນ​ພາກ​ເໜືອ​ຂອ​ງ​ລັດ​ສານ ລົງ​ມາ​ທາງ​ໃຕ້ ທ່ານ​ດັກ​ແກ​ລັ​ສ​ກ່າວ ແລະ​ທ່ານ​ເວົ້າ​ຕື່ມ​ວ່າ ​ຕາ​ໜ່າງການ​ແຈກ​ຢາຍ​ຢາ​ເສບ​ຕິດ​ເຫຼົ່າ​ນີ້​ແມ່ນ​ມີ​ໄກ​ໄປ​ເຖິງ​ປະ​ເທດ​ຍີ່​ປຸ່ນ ແລະ​ນິວ​ຊີ​ແລນ.

“ການ​ຜະ​ລິດ​ພວມ​ມີ​ການ​ຂະ​ຫຍາຍ​ໂຕ ພວກ​ເຂົາ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ມາ​ກ່ອນ ແລະ​ພວກ​ເຂົາ​ຕ້ອງ​ໄດ້​ຫາ​ເງິນ” ທ່ານ​ດັກ​ແກ​ລັ​ສ ກ່າ​ວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG