ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ໄທ ສືບຕໍ່ ປະເຊີນໜ້າກັນ ຢູ່ວັດ ທຳມະກາຍ


ຕຳຫຼວດເຄື່ອນຍ້າຍຮົ້ວອອກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນທາງຖະໜົນໃກ້ກັບວັດ ພະທຳມະກາຍ ໃນຈັງຫວັດ ປະທຸມທານີ. ພາກເໜືອຂອງ ບາງກອກ, ປະເທດ ໄທ. 27 ທັນວາ, 2016.
ຕຳຫຼວດເຄື່ອນຍ້າຍຮົ້ວອອກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນທາງຖະໜົນໃກ້ກັບວັດ ພະທຳມະກາຍ ໃນຈັງຫວັດ ປະທຸມທານີ. ພາກເໜືອຂອງ ບາງກອກ, ປະເທດ ໄທ. 27 ທັນວາ, 2016.

ລັດຖະບານທະຫານ ໄທ ໃນການທົດສອບເພື່ອແກ້ໄຂບັນຫາການເມືອງນັ້ນ, ແມ່ນກຳ ລັງປະເຊີນໜ້າກັບບັນດາຄູບາ ຈາກວັດທີ່ມີອິດທິພົນແຫ່ງໜຶ່ງ ທີ່ໄດ້ເຮັດໃຫ້ການເມືອງ ສາສະໜາກາຍເປັນຈຸດໃຈກາງຂອງການໂຕ້ຖຽງແຫ່ງຊາດ.

ວັດພະທຳມະກາຍ, ​ເຊິ່ງຕັ້ງຢູ່ 50 ກິໂລແມັດທາງເໜືອຂອງບາງກອກ ມີເນື້ອທີ່ປົກຄຸມ 336 ເຮັກຕາ, ມີຕຶກອາຄານຫຼາຍຫຼັງ ແລະ ສູນນັ່ງສະມາທິທີ່ມີລາຍງານວ່າ ມີມູນຄ່າ ປະມານ 10 ຕື້ໂດລາ.

ວັດທຳມະກາຍ, ເປັນໜຶ່ງໃນວັດທີ່ມີອິດທິພົນທີ່ສຸດໃນ ໄທ, ໄດ້ດຶງດູດ​ຜູ້ນັບຖືສາສະໜາ ຫຼາຍສິບພັນຄົນ ດ້ວຍການນັ່ງສະມາທິຄັ້ງໃຫຍ່ ແລະ ການເທດສະໜາຂອງບັນດາຄູບາ, ພ້ອມກັບດຶງດູດເອົາຜູ້ນັບຖືສາສະໜາຈາກບ່ອນອື່ນໆໃນ ໄທ ແລະ ຕ່າງປະເທດດ້ວຍ.

ບັນດານັກວິເຄາະກ່າວວ່າ ວັດດັ່ງກ່າວໄດ້ກາຍເປັນບ່ອນຕໍ່ສູ້ເພື່ອອິດທິພົນທາງສາສະ ໜາພຸດ ໄທ, ເຊິ່ງ 90 ເປີເຊັນຂອງປະຊາຊົນ ໄທ 68 ລ້ານຄົນນັ້ນ ແມ່ນນັບຖືສາສະ ໜາພຸດ.

ບັນດານັກວິເຄາະກ່າວວ່າ ວັດ​ດັ່ງກ່າວຖືວ່າເປັນວັດ​ທີ່​ມີອິດທິພົນ ລວມທັງຢູ່​ພາຍ​ໃນ ການປົກຄອງໂດຍລຳດັບຊັ້ນຂອງສາສະໜາພຸດ, ເຊິ່ງຖືກພິຈາລະນາວ່າເປັນສິ່ງທ້າ ທາຍຕໍ່ຊຸມຊົນສາສະໜາພຸດທີ່ມີຮູບແບບດັ່ງເດີມຫຼາຍກວ່າຂອງ ໄທ.

ຜ່ານ​ມາ, ບັນດາຄູບາຂອງວັດໄດ້ຮຽກຮ້ອງໃຫ້ສາສະໜາພຸດຖືກຮັບຮູ້ເປັນສາສະໜາ​ ແຫ່ງຊາດໃນລັດຖະທຳມະນູນ, ຂະບວນການດັ່ງກ່າວຖືກຄັດຄ້ານໂດຍລັດຖະບານຊຸດ​ ຜ່ານໆ​ມາ.

ຫຼວງພໍ່ທຳມະຊະໂຍ ອາຍຸ 72 ພັນສາ ເຈົ້າອາວາດທີ່ມີພອນ​ສະຫວັນ ​ເປັນພິເສດ​ໃນ ​ການເທສະໜາ​ ແລະ ວັດທີ່ຖືກພິຈາລະນາວ່າ ມີຄວາມຮັ່ງມີນັ້ນ ຍັງໄດ້ກໍ່ໃຫ້ມີການວິ ພາກວິຈານ. ມີລາຍງານວ່າບັນດາຜູ້ນັບຖືສາສະໜາໄດ້ບໍລິຈາກເງິນຈຳນວນຫຼາຍໃຫ້ ແກ່ວັດດັ່ງກ່າວເພື່ອສ້າງບຸນກຸສົນ.

ຂໍ້ໂຕ້ແຍ້ງ ກ່ຽວກັບ ວັດໄດ້ມີຂຶ້ນຫຼັງຈາກຜູ້ສັດທາຄົນໜຶ່ງ, ເຊິ່ງເປັນສະມາຊິກອາວຸໂສ ຂອງສະຖາບັນການເງິນແຫ່ງໜຶ່ງ, ໄດ້ສໍ້ໂກງເງິນ 344 ລ້ານໂດລາ, ແລະ ໄດ້ບໍລິຈາກ ເງິນ 42 ລ້ານໂດລາໃຫ້ແກ່ວັດດັ່ງກ່າວ. ເຈົ້າໜ້າທີ່ສະຖາບັນການເງິນຄົນນັ້ນໄດ້ຖືກ ຈັບເຂົ້າ ຄຸກ 16 ປີ ​ໃນຂໍ້ຫາຂີ້ລັກ. ວັດກ່າວວ່າ ຕົນໄດ້ສົ່ງເງິນຄືນໃຫ້ແກ່ສະຖາບັນການ ເງິນດັ່ງກ່າວທັງໝົດ 30 ລ້ານໂດລາເປັນເງິນສົດ ແລະ ໃບເຊັກ.

ແຕ່ບັນດາເຈົ້າໜ້າທີ່ ໄທ ກ່າວວ່າ ຫຼວງພໍ່ ທຳມະຊະໂຍ ຕ້ອງຖືກກ່າວໂທດຖານເຊື່ອມ ໂຍງກັບການຈ່າຍເງິນດັ່ງກ່າວ ພ້ອມກັບຂໍ້ຫາອື່ນໆ. ໃນປີ 2016, ລັດຖະບານໄດ້ ອອກໄປສັ່ງຈັບເຈົ້າອາວາດຜູ້ທີ່ໄດ້ຫຼີກລ່ຽງການຈັບກຸມ, ໂດຍປະຕິເສດທີ່ຈະມອບຕົວ ຕໍ່ບັນດາເຈົ້າໜ້າທີ່.

ກຸ່ມທະນາຍຄວາມຂອງເຈົ້າອາວາດ ໄດ້ກ່າວຕໍ່ສື່ມວນຊົນໃນທ້ອງຖິ່ນວ່າ ເພິ່ນບໍ່ຮູ້ວ່າ ເງິນບໍລິຈາກແມ່ນໄດ້ມາຈາກການສໍ້ໂກງ.

ລັດຖະບານໄດ້ໃຊ້ອຳນາດພາຍໃຕ້ລັດຖະທຳມະນູນຊົ່ວຄາວ ທີ່ໃຫ້ອຳນາດຢ່າງກວ້າງ ຂວາງ​ແກ່ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ, ​ໄດ້ເພີ່ມຄວາມພະຍາຍາມເພື່ອກວດ ຄົ້ນສະຖານທີ່ຂອງວັດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ພະສົງກຳລັງສູດມົນ ແລະເຕົ້າໂຮມກັນ ທີ່ວັດທຳມະກາຍ
ພະສົງກຳລັງສູດມົນ ແລະເຕົ້າໂຮມກັນ ທີ່ວັດທຳມະກາຍ

XS
SM
MD
LG