ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທ ຂໍໃຫ້ຕຳຫຼວດລາວ ຊ່ວຍຕິດຕາມຈັບກຸ່ມ ນັກຄ້າຢາເສບຕິດລາຍໃຫຍ່ ຈຳນວນ 48 ຄົນຢູ່ໃນລາວ


ການປະສານງານດ້ານຂໍ້ມູນລະຫວ່າງທາງການລາວ-ໄທ ກໍເຮັດໃຫ້ຕຳຫຼວດລາວ ສາມາດຈັບນັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍໄດ້ໃນລາວ
ການປະສານງານດ້ານຂໍ້ມູນລະຫວ່າງທາງການລາວ-ໄທ ກໍເຮັດໃຫ້ຕຳຫຼວດລາວ ສາມາດຈັບນັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍໄດ້ໃນລາວ

ທາງການໄທ ຮ້ອງຂໍໃຫ້ຕຳຫຼວດລາວ ຊ່ວຍຕິດຕາມຈັບກຸ່ມນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ຄົນ ທີ່ຫລົບໜີຈາກໄທ ເຂົ້າມາຫລົບລີ້ຢູ່ໃນລາວ ແລະໃຊ້ລາວ ເປັນທາງຜ່ານໃນການສົ່ງຢາເສບຕິດໄປໄທ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ພົນຕຳຫຼວດໂທ ພານຸຣັດ ຫລັກບຸນ ເລຂາທິການໃນຄະນະກົມການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ (ປ.ປ.ສ.) ຖະແຫລງຢືນຢັນວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍພາກັນຫລົບໜີການຈັບກຸມໄປຫລົບຊ່ອນຕົວຢູ່ໃນລາວ ເປັນຈຳນວນຫຼາຍ ດ້ວຍການແຝງຕົວເອງເປັນນັກທຸລະກິດການຄ້າ ແລະການລົງທຶນໃນລາວ ຈຶ່ງເປັນການຍາກທີ່ຈະຕິດຕາມ-ຈັບກຸມໄດ້ຢ່າງເທົ່າທັນ ນອກຈາກຈະໄດ້ຮັບການຮ່ວມມືຈາກທາງການລາວໃນທຸກດ້ານເທົ່ານັ້ນ ໂດຍຫລ້າສຸດ ທາງການໄທ ກໍໄດ້ຈັດສົ່ງຂໍ້ມູນກ່ຽວກັບນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ລາຍໃຫ້ກັບທາງການລາວ ເພື່ອຂໍໃຫ້ຊ່ວຍຕິດຕາມຈັບກຸມ ເນື່ອງຈາກວ່າ ນັກຄ້າຢາເສບຕິດລາຍໃຫຍ່ທັງ 48 ລາຍດັ່ງກ່າວ ໄດ້ພາກັນຫລົບໜີຈາກໄທ ແລະຫລົບຊ່ອນຕົວຢູ່ໃນລາວ ແຕ່ກໍຍັງຄົງສືບຕໍ່ດຳເນີນການລັກລອບຂົນສົ່ງຢາເສບຕິດຂ້າມນ້ຳຂອງຈາກລາວ ໄປໄທເລື້ອຍມາ ໂດຍສະເພາະແມ່ນຢາບ້າ ແລະຢາໄອຊ໌ນັ້ນ ດັ່ງທີ່ ພົນຕຳຫຼວດໂທ ພານຸຣັດ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາຫລັກ ກໍຄືຢາບ້າ ເຮົາໄປຂໍຄວາມຮ່ວມມືໃຫ້ຊ່ວຍເລື້ອງການຈັບ ທັງສະກັດກັ້ນແລ້ວ ກໍທັງຮ່ວມມືຕາມແນວຊາຍແດນ ແລ້ວກໍໝາຍຈັບຂອງຄົນທີ່ເປັນຄົນໄທ ແລ້ວຫລົບໜີໄປຢູ່ທີ່ ສປປ ລາວ 48 ລາຍ ຊຶ່ງເປັນລາຍສຳຄັນເນາະ ຄືຖ້າເຮົາຈັບລາຍທີ່ມີໝາຍຈັບນີ້ໄດ້ຫັ້ນ ມັນກໍຈະຢຸດຢັ້ງ ສະກັດກັ້ນການສົ່ງຢາ ເພາະວ່າ ພໍ່ຄ້າຢານີ້ນິ ສ່ວນໃຫຍ່ເຂົາຈະໄປຢູ່ທີ່ລາວ ເປັນຫລັກ ໄປຫລົບຊ່ອນ ເພາະສະນັ້ນ ເຮົາຈັບເມື່ອໃດ ມັນກໍຈະຍຸດຍັ້ງເຄືອຂ່າຍຂອງພໍ່ຄ້າທີ່ຈະສົ່ງຢາໄດ້ພໍສົມຄວນເນາະ.”

ສ່ວນ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຍອມຮັບວ່າ ຕຳຫຼວດລາວບໍ່ສາມາດຕິດຕາມຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ໃນໄລຍະທີ່ຜ່ານມາ ໂດຍເຖິງແມ່ນວ່າ ໄດ້ມີການຂຶ້ນບັນຊີລາຍຊື່ເພື່ອຕິດຕາມຈັບກຸມໄວ້ຢ່າງຄົບຖ້ວນແລ້ວກໍຕາມ ແຕ່ດ້ວຍການທີ່ການຄ້າຢາເສບຕິດເປັນຂະບວນການຂະໜາດໃຫຍ່ ແລະມີເຄືອຂ່າຍຢ່າງກວ້າງຂວາງ ລວມທັງຍັງມີເຄື່ອງມືສື່ສານ ແລະອຸປະກອນຕ່າງໆ ທີ່ທັນສະໄໝ ແລະລ້ຳໜ້າກວ່າຕຳຫຼວດລາວດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມການເຄື່ອນໄຫວໄດ້ຢ່າງເທົ່າທັນ ດັ່ງທີ່ ພົນເອກ ວິໄລ ໄດ້ໃຫ້ການຢືນຢັນວ່າ:

“ອັນຫົງໂປໂຕການໃຫຍ່ທີ່ຈັບບໍ່ໄດ້ນີ້ ມັນກະຈັບບໍ່ໄດ້ແທ້ ພວກນັ້ນ ມັນບໍ່ໄດ້ອອກເຮືອນເດ້ ມັນນັ່ງສະເວີຍສຸກຢູ່ ຜູ້ເຮັດນັ້ນ ແມ່ນລູກນ້ອງ ແລ່ນຫາ ຂັບລົດຂັບລາຫາ ແລ່ນເອົາເງິນເອົາຄຳໃຫ້ມັນ ກະແມ່ນມັນໃຊ້ ວິທະຍາສາດນີ້ໝົດ ໃນການນຳໃຊ້ເທັກນິກທີ່ທັນສະໄໝນີ້ໝົດເນາະ ມັນເປັນແນວນັ້ນ ຈັ່ງຊັ້ນ ມັນຈຶ່ງບໍ່ທັນມັນຫັ້ນໜ່າ ຈັ່ງຊັ້ນ ພວກເຮົານີ້ ກໍພະຍາຍາມແລະກະຫາວິທີຢູ່ເພື່ອສິເຮັດ ແຕ່ວ່າ ເລື້ອງຕໍ່ສູ້ກັບບັນຫາ ນີ້ນິ ດຽວນີ້ເຂົາທັນສະໄໝແລ້ວ ເຂົາກະມີວິທີປ້ອງກັນຕົວຂອງເຂົາອີກ ເພາະວ່າ ເຂົາເຮັດຫຼາຍແລ້ວ ເຂົາກະຢ້ານ ເມື່ອເຂົາຢ້ານ ເຂົາກໍຕ້ອງຊອກຫາສິ່ງທີ່ປົກປ້ອງເຂົາເອງ.”

ພົນເອກ ວິໄລ ຍອມຮັບດ້ວຍວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການປາບປາມການຄ້າຢາເສບຕິດໃຫ້ໄດ້ຢາງສິ້ນເຊີງພາຍໃນປີ 2023 ນັ້ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຈຶ່ງເຮັດໃຫ້ຕ້ອງເລື່ອນເປົ້າໝາຍອອກໄປເປັນພາຍໃນປີ 2025 ໂດຍເເຖິງແມ່ນວ່າ ທາງການລາວ ຈະສາມາດຈັບນັກຄ້າຢາແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ກໍຕາມ ຫາກແຕ່ວ່າ ກໍຍັງມີການຜະລິດ ແລະລັກລອບຄ້າຢາເພີ້ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນເຂດລຸ່ມແມ່ນນ້ຳຂອງນັ້ນ.

ທັງນີ້ ໂດຍທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອໃນແນວແມ່ນ້ຳຂອງ ລະຫວ່າງ 4 ປະເທດມາແລ້ວ 137 ຄັ້ງ ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕຳຫຼວດໄທ ຈັບນັກຄ້າຢາເສບຕິດໄດ້ເກີນກວ່າ 1 ແສນຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ 2 ໝື່ນກວ່າລ້ານບາດ ສ່ວນຕຳຫຼວດມຽນມາ ໄດ້ເຜົາທຳລາຍຢາເສບຕິດໄດ້ຫຼາຍກວ່າ 450 ໂຕນ ໃນຂະນະທີ່ຕຳຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ເຖິງ 10,843 ກໍລະນີ ຈັບຜູ້ຕ້ອງຫາໄດ້ 15,966 ຄົນ ຢຶດຢາບ້າໄດ້ 32,111 ກິໂລກຣາມ ສານເຄມີກວ່າ 260 ໂຕນ ແລະອຸປະກອນສື່ສານທີ່ທັນສະໄໝຈຳນວນຫຼາຍກວ່າ 20,000 ລາຍການ.

ນອກຈາກນັ້ນ ດ້ວຍການປະສານງານດ້ານຂໍ້ມູນລະຫວ່າງທາງການລາວ-ໄທ ກໍເຮັດໃຫ້ຕຳຫຼວດລາວ ສາມາດຈັບນັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍໄດ້ໃນລາວ ແລະໄດ້ສົ່ງມອບຕົວຜູ້ຕ້ອງຫາໃຫ້ກັບທາງການໄທ ເມື່ອວັນທີ 11 ມັງກອນ 2024 ຜ່ານມາ ໂດຍທາງການໄທ ໄດ້ມອບເງິນລາງວັນ 1 ລ້ານບາດໃຫ້ກັບທາງການລາວດ້ວຍ ແລະຫວັງວ່າ ຈະໄດ້ຮ່ວມມືກັນຢ່າງໃກ້ຊິດຫຼາຍຂຶ້ນອີກ ເພາະຍັງມີນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ລາຍຕາມໝາຍຈັບຂອງທາງການໄທ ທີ່ຍັງຫລົບຊ່ອນຕົວຢູ່ໃນລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG